ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-23 09:54:48    
ຮ້ານ​ຂາຍ​ປື້ມ​ນ້ອຍ​ໃຫຍ່​ຂອງ​ປັກ​ກິ່ງ​ຈັດ​ກິດ​ຈະ​ກຳ​ຕ່າງໆ​ໃນ​ຍາມ​ພັກ​ຮ້ອນ

cri Author: sayvanny


​ແຕ່​ກ່ອນ, ຄົນ​ທັງ​ຫລາຍ​ກໍ່​ເຫມືອນ​ກັບ​ທ່ານ​ຈ່າງ​ຄື​ຊື້​ປື້ມ​ໄປ​ອ່ານ​ຢູ່​ບ້ານ.​ແຕ່​ໃນ​ລະ​ດູ​ຮ້ອນ​ປີ​ນີ້, ຮ້ານ​ຂາຍ​ປື້ມ​ໃຫຍ່​ຕ່າງໆ​ຄື​ຊິ​ຢາກ​ດຶງ​ດູດ​ຜູ່​ອ່ານ​ໄວ້​ໃນ​ຮ້ານ, ​ເພື່ອ​ແນະ​ນຳ​ປື້​ມ​ໃຫມ່ໆ​ໃຫ້​ເຂົາ​ເຈົ້າ​ຮູ້,​ໃຫ້​ການ​ບໍ​ລິ​ການ​ດ້ານ​ວັດ​ທະ ນະ​ທຳ​ຫລາຍ​ຂຶ້ນ.ດຽວ​ນີ້,ຜູ່​ອ່ານ​ນັບ​ມື້​ນັບ​ຫລາຍ​ໄປ​ຮ້ານ​ຂາຍ​ປື້ມ​ບໍ່​ພຽງ​ແຕ່​ແມ່ນ​ເພື່ອ​ຊື້​ປື້ມ​ທໍ່​ນັ້ນ, ພວກ​ເຂົາ​ເຈົ້າ​ໄປ​ຮ້ານ​ຂາຍ​ປື້ມ​ເພື່ອ​ຟັງ​ການ​ປາ​ຖະ ກະ​ຖາ​ຂອງ​ຜູ່​ຊ່ຽວ​ຊານ​ແລະ​ນັກ​ປາດ, ທັງ​ພົບ​ປະ​ກັບ​ຜູ່​ຂຽນ​ຫນັງ​ສື​, ​ແລກ​ປ່ຽນ​ຄວາມ​ເຫັນ​ກັບ​ຜູ່​ຂຽນ​ກ່ຽວ​ກັບ​ປື້ມ. ຮູບ​ແບບ​ທຸ​ລະ​ກິດ​ຂອງ​ຮ້ານ​ຂາຍ​ປື້ມ​ດັ່ງ​ກ່າວ​ກໍ່​ພວມ​ເຜີຍ​ແຜ່​ຢູ່​ໃນ​ຮ້ານ​ອື່ນໆ​ນັບ​ມື້​ນັບ​ຫລາຍ,ສ່ວນ​ພຶດ​ຕິ​ກຳ​ຂອງ​ຜູ່​ອ່ານ​ໃນ​ການ​​ເລາະ​ຮ້ານ​ຂາຍ​ປື້ມ​ນັ້ນ​ກໍ່​ພວມ​ຄ່ອຍໆ​​ເກີດ​ມີ​ການ​ປ່ຽນ​ແປງ.


1  2  3  4  5