ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-23 09:54:48    
ຮ້ານ​ຂາຍ​ປື້ມ​ນ້ອຍ​ໃຫຍ່​ຂອງ​ປັກ​ກິ່ງ​ຈັດ​ກິດ​ຈະ​ກຳ​ຕ່າງໆ​ໃນ​ຍາມ​ພັກ​ຮ້ອນ

cri Author: sayvanny

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ຮູບ​ເງົາ​ເລື່ອງ"ດອກ​ໄມ້​ນ້ອຍ​ສີ​ແດງ"ທີ່​ຮ້ານ​ຂາຍ​ປື້ມ​ຫວາງ​ຟູ​ຈິນ​ສາຍ​ໃຫ້​ລູກ​ຄ້າ​ເບິ່ງ​ໂດຍບໍ່​ໄດ້​ເສຍ​ເງິນ.ຮູບ​ເງົາ​ເລື່ອງ​ນີ້​ໄດ້​ສະ​ແດງ​ເຖິງ​ໂລກຂອງ​ເດັກນ້ອຍ​ໃນ​ສາຍ​ຕາ​ຂອງ​ເດັກ​ນ້ອຍ,ຮູບ​ເງົາ​ນີ້​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ໃນ​ງານ​ຮູບ​ເງົາ​ແບັກ​ແລງ​ແລະ​ເວ​ນີສ​ໃນ​ປີ​ກາຍ.ການ​ສາຍ​ຮູບ​ເງົາ​ຢູ່​ໃນ​ຮ້ານ​ຂາຍປື້​ມ,​ໄດ້​ດຶງ​ດູດ​ຜູ່​ອ່ານ​ບໍ່​ຫນ້ອຍ​ມາ​ເບິ່ງ.
ຍ້ອນ​ວ່າ​ພໍ​ດີ​ແມ່ນ​ຍາມ​ພັກ​ຮ້ອນ​ຂອງ​ນັກ​ຮຽນ​ປະ​ຖົມ​ແລະ​ມັດ​ທະ​ຍົມ, ການ​ເພີ່ມ​ປະ​ລິ​ມານ​ຈຳ​ຫນ່າຍ​ປື້ມ​ນັ້ນ​ແມ່ນ​ເປົ້າຫມາຍ​ສຳຄັນ​ອັນ​ຫນຶ່ງ​ທີ່​ຮ້ານ​ຂາຍ​ປື້ມ​ຈັດ​ກິດ​ຈະ​ກຳ​ຕ່າງໆ.ປີ​ນີ້​ແມ່ນ​ປີ​ເກີດ​ແຜ່ນ​ດິນ​ໄຫວ​ຢູ່​ເມືອງ​ຖາງ​ຊານ​ທີ່​ສະ​ເທືອ​ນ​ໂລກ​ຄົບ​ຮອບ 30 ປີ,ສຳ​ນັກ​ພິມ​ຫລາຍ​ແຫ່ງ​ຂອງ​ຈີນ​ລ້ວນ​ແຕ່​ໄດ້​ພິມ​ຈຳ​ຫນ່າຍ​ປື້​ມທີ່​ກ່ຽວ​ພັນ​ກັບ​ແຜ່ນ​ດິນ​ໄຫວ.​ໃນ​ນັ້ນ, ປື້ມ​ເຫລັ້ມ​ຫນຶ່ງ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ປະ​ສົບ​ການ​ໃນ​ແຜ່ນ​ດິນ​ໄຫວ​ໄດ້​ຮັບ​ຄວາມ​ສົນ​ໃຈ​ອັນ​ກວ້າງ​ຂວາງ​ຈາກ​ຜູ່​ອ່ານ. ທ່ານ​ຊູ​ຊູ​ຢາງ ນັກ​ປະພັນ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ນັກ​ປະ​ພັນ​ຂອງ​ປື້ມ​ເຫລັ້ມ​ນີ້.​ໃນ​ງານ​ພົບ​ປະ​ກັບ​ຜູ່​ອ່ານ​ທີ່​ຈັດ​ຂຶ້ນ​ຢູ່​ຮ້ານ​ຂາຍ​ປື້ມ​ຫວາງ​ຟູ​ຈິນ,ປະ​ຫວັດ​ສາດ​ທີ່​ທ່ານ​ຊູ​ຊູ​ຢາງ​ເລົ່າ​ສູ່​ຟັງ​ນັ້ນ​ໄດ້​ດຶງ​ດູດ​ຜູ່​ອ່ານ​ຈຳ​ນວນ​ຫລວງ​ຫລາຍ.ທ່ານ​ເວົ້າວ່າ:

ແຜ່ນ​ດິນ​ໄຫວ​ທີ່​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ຖາງ​ຊານ​ເມື່ອ​ວັນ​ທີ 28 ກໍ​ລະ​ກົດ​ປີ 1976 ​ແມ່ນ​ເຫດ​ການ​ທີ່​ມີ​ຄວາມ​ຫມາຍ​ເລິກ​ເຊິ່ງ​ຍາວ​ໄກ​ໃນ​ປະ​ຫວັດ​ສາດ​ສະ​ໄຫມ​ໃຫມ່​ຂອງ​ຈີນ.​ເພາະ​ວ່າ​ແຜ່ນ​ດິນ​ໄຫວ​ເທື່ອ​ນີ້​ໄດ້​ປ່ຽນ​ຊາ​ຕາ​ກຳ​ຂອງ​ຄົນ​ຈຳ​ນວນ​ຫລວງ​ຫລາຍ,ສະ​ນັ້ນ, ການ​ຂຽນ​ປື້ມ​ເຫລັ້ມ​ນີ້​ແມ່ນ​ສຳ​ຄັນ​ທີ່​ສຸດ,​ໃນ​ເວ​ລາ​ນັ້ນ, ຂ້າ​ພະ​ເຈົ້າ​ບໍ່​ໄດ້​ໄປ​ແນວ​ຫນ້າ​ກອບ​ກູ້​ໄພ​ແຜ່ນ​ດິນ​ໄຫວ​ຢູ່​ເມືອງ​ຖາງ​ຊານ,ຫາກ​ແມ່ນ​ຖ້າ​ຮັບ​ຄຳ​ສັ່ງ​ໄປ​ແນວ​ຫນ້າ​ໃນ​ນາມ​ເປັນ​ສະ​ມາ​ຊິກ​ຫນ່ວຍ​ປິ່ນ​ປົວ.​ໃນ​ໄລຍະ​ເຄິ່ງ​ເດືອນ​ທີ່​ຂ້າ​ພະ​ເຈົ້າ​ລໍ​ຖ້າ​ຄຳ​ສັ່ງ​ໄປ​ແນວ​ຫນ້າ,ຂ່າວ​ກ່ຽວ​ກັບ​ການ​ກອບ​ກູ້​ຜູ່​ບາດ​ເຈັບ​ໃນ​ໃນ​ແຜ່ນ​ດິນ​ໄຫວ​ໄດ້​ສ່ົງ​ມາ​ບໍ່​ຂາດ,​ໃນ​ນັ້ນ​ສ່ອງ​ແສງ​ວິ​ລະ​ກຳ​ສະ​ມາ​ຊິກ​ກອບ​ກູ້​ບໍ່​ຫນ້ອຍ.ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ,ທັງ​ຫມົດ​ເຫລົ່າ​ນີ້​ໄດ້​ເປັນ​ບົດຮຽນ​ສັ່ງ​ສອງ​ຄົນ​ທີ່​ບໍ່​ເຄີຍ​ປະ​ສົບ​ແຜ່ນ​ດິນ​ໄຫວ​ແຮງ​,​ເວົ້າ​ສຳ​ລັບ​ຜູ່​ທີ່​ເຂົ້າ​ຮ່ວມ​ການ​ກູ້​ໄພ​ແລະ​ປະ​ສົບ​ໄພ​ແຜ່ນ​ດິນ​ໄຫວ​ແຮງ​ຢູ່​ເມືອງ​ຖາງ​ຊານ​ຊ້ຳ​ພັດ​ແມ່ນ​ຄວາມ​ຊົງ​ຈຳ​ທີ່​ລືມ​ຍາກ.

1  2  3  4  5