ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-06 10:00:16    
ວົງ​ການ​ພິມ​ຈຳ​ຫນ່າຍ​ຂອງ​ຈີນ​ພະ​ຍາ​ຍາມ​ພິມ​ປື້ມ​ທີ່​ສວຍ​ງາມ​ກວ່າ​ຫມູ່​ໃຫ້​ແກ່​ມໍ​ລະ​ດົກ​ວັດະ​ນະ​ທຳ​ພື້ນ​ເມືອງ​ແຫ່ງ​ຊາດ

cri Author: sayvanny

ໃນ​ຫລາຍ​ປີ​ມາ​ນີ້, ວົງ​ການ​ພິມ​ຈຳ​ຫນ່າຍ​ຂອງ​ຈີນ​ໄດ້​ພິມ​ປື້ມ​ກ່ຽວ​ກັບ​ສິນ​ລະ​ປະ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​​ແຫ່ງ​ຊາດ​ຢ່າງ​ຕັ້ງ​ອົກ​ຕັ້ງ​ໃຈ,​ໄດ້​ປະ​ກອບ ສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ.ຄວາມ​ພະ​ຍາ​ຍາມ​ນີ້​ກໍ່​ໄດ້​ຮັບ​ການ​ຮອງ​ຮັບ​ຈາກ​ວົງ​ການ​ພິມ​ຈຳ​ຫນ່າຍ​ຂອງ​ໂລກ. ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ປື້ມ​ທີ່​ຊື່ວ່າ:ສິນ​ລະ​ປະ​ວາວ​ຂອງ​ທ່ານ​ຊາວ​ເຊ​ຊິນ​ກໍ່​ໄດ້​ຮັບປະ​ກວດ​ເປັນ​ປື້​ມທີ່​ສວຍ​ງາມ​ກວ່າ​ຫມູ່​ໃນ​ໂລກ​ປະຈຳ​ປີ 2006.

ການ​ປະ​ກວດ​ປື້​ມທີ່​ສວຍ​ງາມ​ກວ່າ​ຫມູ່​ໃນ​ໂລກ​ແມ່ນ​ກິດ​ຈະ​ກຳ​ວັດ​ທະ ນະ​ທຳ​ປື້ມ​ຂອງ​ໂລກ​ລາຍ​ຫນຶ່ງ​ທີ່​ລັດ​ຖະ​ບານ​ເຍຢ​ລະ​ມັນ​ສະ​ຫນັບ​ສະ​ຫນູນ,ປີ​ນີ້ ຈີນ​ໄດ້​ສົ່ງ​ປື້ມ"ສິນ​ລະ​ປະ​ວ່າວ​ຂອງ​ທ່ານ​ຊາວ​ເຊ​ຊິນ​"ໄປ​ເຂົ້າ ຮ່ວມ​ການ​ປະ​ກວດ,​ໄດ້​ພົ້ນ​ເດັ່ນ​ຈາກ​ປື້ມ 600 ກວ່າ​ຊະ​ນິດ​ຂອງ 34 ປະ​ເທດ,​ແລ້ວ​ໄດ້​ຮັບ​ນາມ​ວ່າ​ເປັນ​ປື້ມ​ທີ່​ສວຍ​ງາມ​ກວ່າ​ຫມູ່​ໃນ​ໂລກ​ພ້ອມ​ກັບ​ປື້​ມ 13 ຊະ​ນິດ ຂອງ​ປະ​ເທດ​ອື່ນໆ​ໃນ​ໂລກ.ທ່ານ​ຮວງ​ຕ້າວ​ຈິ່ງ ຜູ່​​ແຕ່ງ​ທັງ​ເປັນ​ຜູ່​ຮຽບ​ຮຽງ​ປື້​ມນີ້​ໄດ້​ແນະ​ນຳ​ກ່ຽວ​ກັບ​ການ​ທີ່​ປື້ມ​ນີ້​ເຂົ້າ​ຮ່ວມ​ການ​ປະ​ກວດ.ທ່ານ​ເວົ້າ​ວ່າ:

1  2  3  4  5