ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-06 10:00:16    
ວົງ​ການ​ພິມ​ຈຳ​ຫນ່າຍ​ຂອງ​ຈີນ​ພະ​ຍາ​ຍາມ​ພິມ​ປື້ມ​ທີ່​ສວຍ​ງາມ​ກວ່າ​ຫມູ່​ໃຫ້​ແກ່​ມໍ​ລະ​ດົກ​ວັດະ​ນະ​ທຳ​ພື້ນ​ເມືອງ​ແຫ່ງ​ຊາດ

cri Author: sayvanny

ການ​ປະ​ກວດ​ປື້ມ​ທີ່​ສວຍ​ງາມ​ກວ່າ​ຫມູ່​ໃນ​ໂລກ​ແມ່ນ​ກິດ​ຈະ​ກຳ​ປະ​ກວດ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ທີ່​ມີ​ອິດ​ທິ​ພົນ​ກວ່​າຫມູ່​ໃນ​ວົງ​ການ​ພິມ​ຈຳ​ຫນ່າຍ​ປື້​ມ​ແລະ​ວົງ​ການ​ຜູ່​ຊ່ຽວ​ຊານ​​ໃນ​ສາ​ກົນ. ມັນ​ມີ​ເນື້ອ​ໃນ​ສອງ​ດ້ານ,ຕົ້ນ​ຕໍ​ແມ່ນ​ປະ​ກວດ​ການ​ອອກ​ແບບ​ແລະ​ຄວາມ​ງາມ​​ໂດຍ​ລວມ​ຂອງ​ປື້ມ,ນອກ​ນີ້,ຍັງ​ລວມ​ທັງ​ຄຸນຄ່າ​ແລະ​ຄວາມ​ສຳ​ຄັນ​ດ້ານ​ວັດ​ທະ​ນະ​ທຳ ວິຊາ​ການ​ແລະ​ປະ​ຫວັດ​ສາດ​ຂອງ​ປື້ມ.ກ່ຽວ​ກັບ​ສິນ​ລະ​ປະ​ວາວ​ຂອງ​ທ່ານ​ຊາວ​ເຊ​ຊິນ​​ແຕ່​ກ່ອນ​ປະ​ເທດ​ຈີນ ​ບໍ່​ເຄີຍ​ພິມ​ຈຳ​ຫນ່າຍ​ປື້ມ​ທີ່​ມີ​ເນື້ອ​ໃນ​ຄ້າຍຄື​ກັນ​ນີ້,ນີ້​ແມ່ນ​ເຫລັ້ມ​ທຳ​ອິດ,ສິນ ລະ​ປະ​ວ່າວ​ຂອງ​ທ່ານ​ຊາວ​ເຊ​ຊິນ​ລວມ​ທັງ​ທ່ານ​ຊາວ​ເຊ​ຊິນ​ເອງ​ກໍ່​ເປັນ​ຕົວ​ແທນ​ໃຫ້​ແກ່​ວັດ​ທະ​ນະ​ທຳ​ຈີນ,​​ແມ່ນ​ຂີດ​ຫມາຍ​ອັນ​ຫນຶ່ງ, ​ເຊິ່ງ​ສ່ອງ​ແສງ​ເຖິງ​ການ​ສືບ​ທອດ​ວັດ​ທະ​ນະ​ທຳ.


ທ່ານ​ຊາວ​ເຊ​ຊິນ​ທີ່​ດຳ​ລົງ​ຊີ​ວິດ​ໃນ​ສັດ​ຕະ​ວັດ​ທີ 18 ​ແມ່ນ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ​ທີ່​ມີ​ຊື່​ສຽງ​ໃນ​ສະ​ໄຫມ​ບູ​ຮານ​ຂອງ​ຈີນ,ນະ​ວະ​ນິ​ຍາຍ​ເລື່ອງ​ຄວາ​ມຝັນ​ໃນ​ຫໍ​ແດງ​ທີ່​ທ່ານ​ເປັນ​ຜູ່​ຂຽນ​ນັ້ນ​ແມ່ນ​ນະ​ວະ​ນິ​ຍາຍ​ເລື່ອງ​ຫນຶ່ງ​ໃນ​ນະ​ວະ​ນິ​ຍາຍ​ບູ​ຮານ​ທີ່​ມີ​ຊື່​ສຽງ 4 ​ເລື່ອງ​ຂອງ​ຈີນ.ພ້ອມ​ກັນ​ນັ້ນ,ທ່ານ​ກໍ່​ແມ່ນ​ຜູ່​ຊ່ຽວ​ຊານ​ດ້ານ​ວິຈິດ​ສິນ​ລະ​ປະ​ຜູ່​ຫນຶ່ງ, ຊ່າງ​ເຮັດ​ວ່າວ,ທ່ານ​ເຄີຍ​ຂຽນ​ປື້ມ ກ່ຽວ​ກັບ​ການ​ເຮັດ​ວ່າວ​ທຸກ​ຊະ​ນິດ​ໂດຍ​ສະ​ເພາະ,​ແຕ່​ປື້ມ​ນີ້​ໄດ້​ຫາຍ​ສາບ​ສູນ​ແລ້ວ,ຕາມ​ທ່ານ​ຂົງ​ຊຽງ​ເຈີ​ທີ່​ປີ​ນີ້​ອາ​ຍຸ 83 ປີ​ເລົ່າ​ສູ່​ຟັງ​ວ່າ, ທ່ານ​ໂຊກ​ດີ​ເຄີຍ​ໄດ້​ຮັບ​​ເນື້ອ​ໃນ​ສ່ວນ​ຫລາຍ​ຂອງ​ປື້​ມນີ້​ໃນ​ຍາມ​ຍັງ​ຫນຸ່ມ,​ ​ຮູບ​ວ່າວ​ຮ້ອຍ​ກວ່າ​ຊະ​ນິດ​ທີ່​ພິມ​ໃນ​ປື້ມ​ສິນ​ລະ​ປະ​ວ່າວ​ຂອງ​ທ່ານ​ຊາວ​ເຊ​ຊິນ​ນັ້ນ, ກໍ່​ແມ່ນ​ຄົນ​ສາມ​ຮຸ່ນ​ຂອງ​ທ່ານ​ຂົງ​ຊຽງ​ເຈີ​ຕັ້ງ​ເຮັດ​ອອກ​ມາ​ເພື່ອ​ພິມ​ປື້​ມ​ເຫລັ້ມ​ນີ້,​ແລ້ວ​ໃຫ້​ຊ່າງ​ພາບ​ຖ່າຍ​ເອົາ​ໄວ້.

ປື້ມ​ສິນ​ລະ​ປະ​ວາວ​ຂອງ​ທ່ານ​ຊາວ​ເຊ​ຊິນ​ຕ່າງ​ກັບ​ປື້ມ​ຕ່າງໆ​ທີ່​ຕົບ​ແຕ່ງ​ຢ່າງ​ສວຍ​ງາມ​ຫລູ​ຫລາ​ທີ່​ຂາຍ​ຢູ່​ຕະ​ຫລາດ​ໃນ​ປະ​ຈຸ​ບັນ,ປື້​ມນີ້​ໄດ້​ຮຽນ​ເອົາ​ແບບ​ຈັດ​ສັນ​ປື້​ມຂອງ​ສະ​ໄຫມ​ບູຮານ​ຈີນ,​ເອົາ​ເສັ້ນ​ດ້າຍ​ຂາວ​ມາ​ຫຍິບ​ໄວ້, ປົກ​ຫນ້າ​ດ້ວຍ​ເຈ້ຍ​ສີ​ຄາມ,​ຮູບ​ວາວ​ແລະ​ຮູບ​ພາບ​ອັນ​ສວຍ​ງາມ​ໃນ​ປື້ມ​ທັງ​ສາມາດ​ເປັນ​ສິ່ງ​ວາງ​ສະ​ແດງ​ໄດ້,ທັງ​ສາ​ມາດ​ຕັດ​ອອກ​ມາ​ແລ້ວ​ໃສ່​ຂອບ​ຮູບ​ໄວ້​ໄດ້,ກາຍ​ເປັນ​ເຄື່ອງ​ປະ​ດັບ​ປະດາ​ເຮືອນ​ທີ່​ສວຍ​ງາມ,ຮູບ​ວ່າວ​ຈຳນວນ​ຫນຶ່ງ​ເຖິງ​ວ່າ​ແມ່ນ​ພິມ​ໃສ່​ເຈ້ຍ,​ແຕ່​ກໍ່​ຄື​ກັບ​ວ່າວ​ແທ້​ຈິງ​ທີ່​ບິນ​ຂຶ້ນ​ສູ່​ກາງ​ຫາວ.

1  2  3  4  5