ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-06 10:00:16    
ວົງ​ການ​ພິມ​ຈຳ​ຫນ່າຍ​ຂອງ​ຈີນ​ພະ​ຍາ​ຍາມ​ພິມ​ປື້ມ​ທີ່​ສວຍ​ງາມ​ກວ່າ​ຫມູ່​ໃຫ້​ແກ່​ມໍ​ລະ​ດົກ​ວັດະ​ນະ​ທຳ​ພື້ນ​ເມືອງ​ແຫ່ງ​ຊາດ

cri Author: sayvanny

ທ່ານ​ຈ້າວ​ຈ້ຽນ ຜູ່​ອອກ​ແບບ​ປື້ມ​ດັ່ງ​ກ່າວ​ແມ່ນ​ສາ​ສະ​ດາ​ຈານ​ສະ​ຖາ​ບັນ​ວິ​ຈິດ​ຕະ​ກຳ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຊິງ​ຮວາ,​ເປັນ​ສິນ​ລະ​ປິນ​ດ້ານ​ການ​ຕົບ​ແຕ່ງ​ປື້​ມທີ່​ມີ​ຊື່​ສຽງ.ທ່ານ​ໄດ້​ໃຊ້​ເວລາ​ເຄີ່ງ​ປີ​​ເພື່ອ​ອອກ​ແບບ​ປື້ມ​ນີ້.ທ່ານ​ເວົ້າວ່າ:

ຜູ່​ອື່ນ​ເວົ້າ​ວ່າ, ການ​ອອກ​​ແບບ​ປື້ມ​ນີ້​ເຈົ້າ​ກໍ່​ໃຊ້​ເວລາ​ເຄິ່ງ​ປີ,ດົນ​ໂພດ.ຂ້າ​ພະ​ເຈົ້າ​ຄິດ​ວ່າ​ຄວນ​ຄິດ​ຢ່າງ​ລະ​ອຽດ, ​ເພາະ​ຕ້ອງ​ທວນ​ຄືນ​ຄວາມ​ຮູ້​ສຶກ​ໃນ​ເວລາ​ຫລິ້ນ​ວ່າວ,​ເຮັດ​ແນວ​ນີ້ມັນ​ຕ້ອງ​ການ​ເວ​ລາ.ຂ້າ​ພະ​ເຈົ້າ​ຮູ້​ສຶກ​ວ່າ, ປື້​ມນີ້​ກ່ອນ​ອື່ນ​ມັນ​ແມ່ນ​ວັດ​ທະ​ນະ​ທຳ​ຂອງ​ຈີນ, ​ເຈ້ຍ​ທີ່​ເອົາ​ມາ​ເຮັດ​ເປັນ​ປື້​ມທີ່​ຫຍິບ​ດ້ວຍ​ເສັ້ນ​ດ້າຍ,​ເວົ້າ​ຈາກ​ດ້ານ​ດັ້ງ​ເດີມ​ແລ້ວ, ແມ່ນ​ຢາກ​ຄື​ກັນ​ກັບ​ເຈ້ຍ​ເຮັດ​ວ່າວ​ຂອງ​ຈີນ.ຫມາຍ​ຄວາມ​ວ່າ,​ໃນ​ດ້ານ​ອຸ​ປະ​ກອນ, ຮູບ​ຊົງ,​ແລະ​ເນື້ອ​ໃນ​ນັ້ນ,ພວກ​ມັນ​ແມ່ນ​ອ່າວ​ເປັນ​ເອກະ​ພາບ​ກັນ.​ໃນ​ເວລາ​ອອກ​ແບບ, ຂ້າ​ພະ​ເຈົ້າ​ຄິດ​ວ່າ​ປື້​ມນີ້​ຕ້ອງ​ເຮັດ​ເປັນ​ປື້​ມ​ແບບ​ຈີນ​ແທ້, ຕ້ອງ​ຫຍິບ​ດ້ວຍ​ເສັ້ນ​ດ້າຍ, ​ເມື່ອ​ຈັບ​ເອົາ​ກໍ່​ຮູ້​ສຶກ​ອ່ອນ​ນິ້ມ​ແລະ​ເບົາ​ຫລາຍ,ມັນ​ຈິ່ງ​ສອດ​ຄ່ອງ​ກັບ​ຮູບ​ຊົງ​ຂອງ​ວ່າວ.


ປື້ມ​ສິນລະປະ​ວ່າວ​ຂອງ​ທ່ານ​ຊາວ​ເຊ​ຊິນ​ໄດ້​ສະ​ແດງ​ໃຫ້​ເຫັນ​​ສະ​ເຫນ ດ້ານ​ສິນ​ລະ​ປະ​ຂອງ​ສີສັນ​ດັ້ງ​ເດີມ​ຂອງ​ຈີນ​ດ້ວຍ​ວິ​ທີ​ອັນ​ພິ​ເສດ,ນີ້​ກໍ່​ແມ່ນ​ຈີນ​ພິມ​ຈຳ​ຫນ່າຍ​ຮູບ​ວ່າວ​ຂອງ​ທ່ານ​ຊາວ​ເຊ​ຊິນ​ດ້ວຍ​ວິທີ​ມີ​ພາບ​ປະ​ກອບ​ເປັນຄັ້ງ ທຳ​ອິດ, ມີ​ຜົນ​ສະ​ທ້ອນ​ບໍ່​ທຳ​ມະ​ດາ.ຕາມ​ການ​ສັນ​ນິ​ຖານ​ເຫັນ​ວ່າ, ​ໃນ​ປະ​ຫວັດ​ສາດພັນ​ປີ​ຂອງ​ການ​ເຮັດ​ວ່າວ​ຂອງ​ຈີນ,ວ່າວ​ທີ່​ເຮັດ​ດ້ວຍ​ທ່ານ​ຊາວ​ເຊ​ຊິນ​ໄດ້​ສົ່ງ​ຜົນ​ສະ​ທ້ອນ​ຕໍ່​ການ​ຈໍ່​ຕົວຂອງ​ວ່າວ​ປັກ​ກິ່ງຢ່າງ​ຫລວງ​ຫລາຍ.ປະຈຸ​ບັນ, ວ່າວ​ຂອງ​ທ່ານ​ຊາວ​ເຊ​ຊິນ​ໄດ້​ຖືກ​ຈັດ​ເຂົ້າ​ໃນບັນຊີ​ລາຍ​ຊື່​ມໍລະດົກ​ວັດທະນະ ທຳ​ທີ່​ບໍ່​ແມ່ນ​ວັດຖຸ​ຂອງ​ນະ​ຄອນ​ປັກ​ກິ່ງ​ແລ້ວ.

1  2  3  4  5