ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-06 10:00:16    
ວົງ​ການ​ພິມ​ຈຳ​ຫນ່າຍ​ຂອງ​ຈີນ​ພະ​ຍາ​ຍາມ​ພິມ​ປື້ມ​ທີ່​ສວຍ​ງາມ​ກວ່າ​ຫມູ່​ໃຫ້​ແກ່​ມໍ​ລະ​ດົກ​ວັດະ​ນະ​ທຳ​ພື້ນ​ເມືອງ​ແຫ່ງ​ຊາດ

cri Author: sayvanny

ຄຽງ​ຄູ່​ກັບ​ການ​ດຳ​ເນີນ​ກິດ​ຈະ​ການ​ກອບ​ກູ້​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​​ແຫ່ງ​ຊາດ​ຈີນ​​ໄດ້​ກ້າວ​ໄປ​ຫນ້າ,ຫມາກ​ຜົນ​ທີ່​ລໍຖ້າ​ພິມ​ຈຳ​ຫນ່າຍ​ອອກ​ນັ້ນ​ກໍ່​ນັບ​ມື້​ນັບ​ຫລາຍ​ຂຶ້ນ.ທ່ານ​ຈ້າວ​ຈ້ຽນ ​ສິນ​ລະ​ປິນ​ດ້ານ​ອອກ​ແບບ​ປຶ້ມ​ທີ່​ມີ​ຊື່​ສຽງ​ເຫັນ​ວ່າ, ​ເນື້ອ​ໃນ​ຂອງ​ປື້ມ​ປະ​ເພດ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​​ແຫ່ງ​ຊາດ​ບໍ່​ດຶງ​ດູດ​ໃຈ​ຄົນ​ຄື​ກັບ​ປື້ມ​ປະ​ເພດ​ແຟ​ຊັນ, ສະ​ນັ້ນ, ​ໃນ​ເວລາ​ພິມ​ກໍ່​ຕ້ອງ​ໃຊ້ ​ສະ​ຫມອງ​ເພື່ອ​ອອກ​ແບບ​ຄັກ​ໆ.ທ່ານ​ເວົ້າວ່າ:

ເຮັດ​ແນວ​ໃດ​ຈິ່ງ​ສາ​ມາດ​ປົກ​ປັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ຂອງ​ຕົນ​ເອງ​ໄດ້, ​​ແລະ​ເຮັດ​ໃຫ້​ເນື້ອ​ໃນ​ຂອງ​ມັນ​ຂາຍ​ດິບ​ຂາຍ​ດີ,ຂ້າ​ພະ​ເຈົ້າ​ຄິດ​ວ່າ​ຕ້ອງ​ມີ​ວິ​ທີ​ໃຫມ່.ສະ​ນັ້ນ, ຖ້າ​ອອກ​ແບບ​ແລະ​ພິມ​ປື້ມ​ເຫລັ້ມ​ຫນຶ່ງ, ຈຸດ​ປະ​ສົງ​ບໍ່​ແມ່ນ​ໃຫ້​ມັນ​ໄດ້​ລາງ​ວັນ, ຫາກ​ແມ່ນ​ເຮັດ​ໃຫ້​ມັນ​ເຖິງ​ຂັ້ນ,ບໍ່​ວ່າ​ຈະ​ປົກ​ປັກ​ຮັກ​ສາ​ມໍ​ລະ ດົກ​ວັດ​ທະ​ນະ​ທຳ​ແລະ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດຖຸ​ປະ​ເພດ​ໃດ,ລ້ວນ​ແຕ່​ຕ້ອງ​ເຮັດ​ສຸດ​ຄວາມ​ສາ​ມາດ,ປົກ​ປັກ​ຮັກ​ສາ​ດ້ວຍ​ຄວາມ​ຮັກ​ແພງ.

ຜູ່​ຊ່ຽວ​ຊານ​ຜູ່​ນີ້​ເວົ້າ​ວ່າ,ຖ້າ​ຈະ​ໃຫ້​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​​ແຫ່ງ​ຊາດ​ໄດ້​ຮັບ​ການ​ສືບ​ທອດ,ປຶ້ມ​ແມ່ນ​ທາງ​ເລືອກ​ທີ່​ດີ​ທາງ​ຫນຶ່ງ.​ໃນ​ຊູ່​ມື້​ນີ້​ທີ່​ມີ​ສິ່ງ​ພິມ​ປະ​ເພດ​ຕ່າງໆ​ຂາຍ​ໃນ​ຕະ​ຫລາດ, ການ​ທີ່ຈະ​ໃຫ້​ປື້ມ​ທີ່​ບັນ​ທຶກ​ສິນ​ລະ ປະ​ວັດ​ທະ​ນະ​ທຳ​ຂອງ​ບັນ​ພະ​ບູ​ລຸດ​ນັ້ນ​ດຶງ​ດູດ​ໃຈ​ຄົນ​ໄດ້,​ໃຫ້​ສາ​ມັນ​ຊົນ​ຍົມ​ຮັບ,ຊົມ​ໃຊ້,​ເຂົ້າ​ໃຈ,ຄົ້ນ​ຄວ້າ​ນັ້ນ.ປື້ມ​ສິນ​ລະ​ປະ​ວ່າວ​ຂອງ​ທ່ານ​ຊາວ​ເຊ​ຊິນ​ທີ່​ໄດ້​ກາຍ​ເປັນ​ປື້ມ​ທີ່​ສວຍ​ງາມ​ກວ່າ​ຫມູ່​ໃນ​ໂລກ​ກໍ່​ເປັນ​ແບບ​ຢ່າງ​ອັນ​ຫນຶ່ງ​ທີ່​ດີ.


1  2  3  4  5