|
![](/images/spacer.gif) |
(GMT+08:00)
2006-09-06 10:00:16
|
![](/images/shim.gif) |
ວົງການພິມຈຳຫນ່າຍຂອງຈີນພະຍາຍາມພິມປື້ມທີ່ສວຍງາມກວ່າຫມູ່ໃຫ້ແກ່ມໍລະດົກວັດະນະທຳພື້ນເມືອງແຫ່ງຊາດ
cri
Author: sayvanny
ໃນຖານະທີ່ເປັນປະເທດອາລະຍະທຳເກົ່າແກ່ທີ່ມີປະຫວັດສາດຍາວນານ, ຈີນຍັງມີສິນລະປະພື້ນເມືອງແຫ່ງຊາດຄືວ່າວຂອງທ່ານຊາວເຊຊິນນັ້ນຢ່າງຫລວງຫລາຍຕົກເຮ່ຍຢູ່ໃນທ້ອງຖີ່ນ,ຄົນທັງຫລາຍຍັງບໍ່ຮູ້ເທື່ອ,ແລະພວມປະເຊີນກັບວິກິດການຂອງຄວາມຢູ່ລອດໃນຂະບວນວິວັດຫັນເປັນທັນສະໄຫມທີ່ນັບມື້ນັບໄວຂຶ້ນ.ເມື່ອຫລາຍປີກ່ອນ, ລັດຖະບານຈີນກໍ່ໄດ້ເລີ່ມດຳເນີນກິດຈະການກອບກູ້ມໍລະດົກວັດທະນະທຳພື້ນເມືອງແຫ່ງຊາດ,ໄດ້ສຳຫລວດກວດກາເກັບກຳ, ແລະພິມຈຳຫນ່າຍມໍລະດົກວັດທະນະທຳທີ່ບໍ່ແມ່ນວັດຖຸ,ສຳນັກພິມຫລາຍສິບແຫ່ງຂອງທົ່ວປະເທດໄດ້ເຂົ້າຮ່ວມກິດຈະການດັ່ງກ່າວນີ້,ເພື່ອພິມປື້ມທີ່ສວຍງາມກວ່າຫມູ່ເພື່ອສືບທອດມໍລະ ດົກວັດທະນະທຳ.
ປີ 2005, ສຳນັກພິມຈົ່ງຮວາທີ່ມີຊື່ສຽງຂອງຈີນໄດ້ພິມຈຳຫນ່າຍປື້ມປະມວນຮູບແຕ້ມສະຫລອງປີໃຫມ່ທີ່ຄວັດໃສ່ໄມ້ຂອງຈີນທີ່ໄດ້ສະແດງໃຫ້ເຫັນສິນລະປະຮູບແຕ້ມສະຫລອງປີໃຫມ່ທີ່ຄວັດໃສ່ໄມ້ຂອງແຂວງຊານຕົງທີ່ມີປະຫວັດ 300 ກວ່າປີ.ປື້ມນີ້ໄດ້ຮັບລາງວັນດີເດັ່ນຂອງລາງວັນພິມຈຳຫນ່າຍອາເມລິກາຍ້ອນໄດ້ພິມຢ່າງສວຍງາມແລະມີເນື້ອໃນວັດທະນະທຳທີ່ອຸດົມສົມບູນ.ຕາມໄດ້ຊາບ,ສຳນັກພິມຈົ່ງຮວາເປັນຜູ່ຮັບພາລະພິມຈຳຫນ່າຍປື້ມປະມວນຮູບແຕ້ມສະຫລອງປີໃຫມ່ທີ່ຄວັດໃສ່ໄມ້ຂອງຈີນທັງຫມົດ 20 ເຫລັ້ມ.ທ່ານລີຢຽນ ຫົວຫນ້າບັນນາທິການໃຫຍ່ຂອງສຳນັກພິມຈົ່ງຮວາເວົ້າວ່າ:
ການເຮັດວຽກຮຽບຮຽງແລະພິມມໍລະດົກວັດທະນະທຳພື້ນເມືອງໃຫ້ດີແມ່ນຫນ້າທີ່ຮັບຜິດຊອບຂອງພວກເຮົາທີ່ຫລີກລຽງບໍ່ໄດ້.ພວກເຮົາຫາບແບກການພິມປື້ມປະມວນຮູບແຕ້ມສະຫລອງປີໃຫມ່ທີ່ຄວັດໃສ່ໄມ້ຂອງຈີນ,ບໍ່ວ່າຈາກລວງເລິກແລະລວງກວ້າງຂອງວຽກງານສຳຫລວດ, ຈາກດ້ານວິຊາສະເພາະຂອງວຽກງານຮຽບຮຽງ,ຫລືວ່າຈາກດ້ານວິທີສະແດງຮູບການປື້ມນີ້, ລ້ວນແຕ່ໄດ້ບັນລຸເຖິງຄວາມສູງທີ່ບໍ່ເຄີຍມີມາກ່ອນ.ຈຸດປະສົງຂອງພວກເຮົາແມ່ນພິມປື້ມຍອດຢ້ຽມທີ່ທົນຕໍ່ການທົດສອບຂອງວັນເວລາໄດ້.
1 2 3 4 5
|
|
|