ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-08 17:11:23    
ຄຳ​​ເຫັນ​ຂອງ​ຜູ່​ໃຊ້​ອິນ​ເທີ​ແນັດ​ແລະ​ຜູ່​ຟັງ​ຂອງ​ປະ​ເທດ​ຕ່າງໆ​ກ່ຽວ​ກັບ​​ເຫດ​ການ​ຕິ​ເບ​ດ​ແລະ​ພະ​ດາ​ໄລ​ລາ​ມະ

cri

ຄຳ​​ເຫັນ​ຂອງຜູ່​ໃຊ້​ອິນ​ເທີ​ແນັດ​ແລະ​ຜູ່​ຟັງ​ຂອງ​ປະ​ເທດ​ຕ່າງໆກ່ຽວ​ກັບ​​ເຫດການ​ຕິ​ເບ​ດ​ແລະ​ພະ​ດາ​ໄລ​ລາ​ມະ
ຂ່າວ​ຈາກ cri online:​ໃນ​ຫລາຍ​ມື້​ມາ​ນີ້ ​ແວັບ​ໄຊ​ 39 ພາສາ​ຂອງ cri online ​ໄດ້​ລາຍ​ງານ​ເຫດການຕິ​ເບ​ດ,ອັນ​ໄດ້​ພາ​ໃຫ້​ຜູ່​ໃຊ້​ອິນ​ເທີ​ແນັດ​ຂອງ​ ປະ​ເທດ​ຕ່າງໆໃນ​ໂລກ​ມີ​ການ​ສະ​ແດງປະຕິ​ຕິ​ກິຍາ,​ເຂົາ​ເຈົ້າພາກັນ​ໃຫ້​ຄຳ​ເຫັນຂອງ​ຕົນ​ເອງ​ດ້ວຍ​ວິທີ​ຕ່າງໆ.ຕໍ່​ໄປ​ແມ່ນ​ຄຳ​ເຫັນ​ຂອງ​ຜູ່​ໃຊ້​ອິນ​ເທີ​ແນັດ​ຈຳນວນ​ຫນຶ່ງ​ຈາກ​ແຫ່ງ​ຕ່າງໆ​ທົ່ວ​ໂລກ.

ສຽງ​ທີ່​ມາ​ຈາກ​ເອີ​ລົບ: ການ​ຍອມຮັບ​ຕໍ່​ຄຳ​ເວົ້າທີ່​ບໍ່​ຖືກ​ກັບຄວາມ​ຈິງ​ນັ້ນມັກ​ມາ​ຊ້າ​ຫລາຍ.

ທ່ານ​ກີ​ເຊ​ບ​ເປ ຜູ່​ໃຊ້​ອິນ​ເທີ​ແນັດອີ​ຕາ​ລີ​ເຄີຍ​ໄປ​ລາຊາ.ທ່ານ​ກ່າວ​ວ່າ, ປີ 2007 ຂ້ອຍ​ເຄີຍ​ໄປ​ຕິ​ເບ​ດ,ປະຊາ​ຊົນ​ຢູ່​ແຫ່ງ​ນີ້​ມີ​ຊີວິດ​ອັນ​ສະຫງົບ​ສຸກທີ່​ສຸດ,ຊີວິດ​ການ​ເປັນ​ຢູ່​ຂອງ​ເຂົາ​ເຈົ້າ​ໄດ້​ມີ​ການ​ປັບປຸງ​​ໃຫ້​ດີ​ຂຶ້ນ​ຢ່າງ​ຫລວງ​ຫລາຍ.ຂ້ອຍ​ເຄິຍ​ໄປ​ຕິ​ເບ​ດສາມ​ເທື່ອ, ​ເຫັນ​ວ່າທາງຫລວງ​ຢູ່​ແຫ່ງ​ນັ້ນ​ສ້າງ ​ດີກ​ວ່າ​ເກົ່າ.ຕົວ​​ເມືອງ​ກໍ່​ງາມ​ຂຶ້ນ​​ເລື້ອຍໆ.​ຂ້ອຍ​ຮູ້ສຶກ​ເສຍດາຍ​ຫລາຍ​ທີ່​ ເຫດການ​ຈະລາຈົນ​ທີ່​ເກີດ​ຂຶ້ນ​ຢູ່​ຕິ​ເບ​ດ​ເທື່ອ​ນີ້ໄດ້​ທຳລາຍ​ຄວາມສະຫງົບ​ສັນຕິ​ຂອງແຫ່ງ​ນັ້ນ, ຂ້ອຍ​ຄັດຄ້ານ​ຢ່າງ​ແຂງ​ແຮງ​​ທີ່​ພວກ​ເຂົາ​ເຈົ້າ​ປຸກ​ປັ່ນ​ກໍ່​ເຫດການ​ຮຸນ​ແຮງ​ທີ່​ແນ​ໃສ່​ສາມັນ​ຊົນ​ເທື່ອ​ນີ້.ຂ້ອຍ​ຄອງ​ຄອຍ​ໄປ​ຕິ​ເບ​ດອີກ​ເທື່ອ​ຫນຶ່ງ​ໃນ​ໄວໆ​ນີ້,​ເພື່ອ​ໄປ​ເບິ່ງ​ຄວາມ​ສະຫງົບ​ສັນຕິຢູ່​ແຫ່ງ​ນັ້ນ.

ທ່ານ​ເບີ​ນ.​ໂຄຣວິສ ຜູ່​ໃຊ້​ອິນ​ເທີແນັດ​ເຢຍລະ​ມັນ​ໄດ້​ຂຽນ​ຈົດຫມາຍ​ໃຫ້​ແວບ​ໄຊ​ພາສາ​ເຢຍລະ​ມັນ​ຂອງ cri online,ກ່າວ​ວ່າ, ​ເລື່ອງ​ທີ່​ເຮັດ​ໃຫ້​ຂ້ອຍ​ເສຍດາຍ​ນັ້ນ​ແມ່ນ,ຢູ່​ເຢຍລະ​ມັນ​ກໍ່​ມີ​ຄົນ​ທີ່​ມີທ່າ​ທີນົກ​ສອງ​ຫົວ,ຕໍ່​ພາຍ​ນອກ,​ເຂົາ​ຮັບຮອງ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ສາທາລະນະ​ລັດ​ປະຊາຊົນ​ຈີນ, ກັບ​ເມືອ​ບ້ານ, ​ເຂົາ​ເຈົ້າຊ້ຳພັດ​ປະຕິບັດ​ນະ​ໂຍບາຍ​ທີ່​ກົງກັນຂ້າມທັງ​ຫມົດ​.ມີ​ຫລາຍສື່​ມວນ​ຊົນ​ຂອງເຢຍລະ​ມັນສວຍ​ໃຊ້ເຫດການ​ທີ່​ເກີດ​ຂຶ້ນ​ຢູ່​ຕິ​ເບ​ດ​ໃນ​ຫລາຍ​ມື້​ມາ​ນີ້ຍຸ​ແຍ່​ໃຫ້​ຕ້ານ​ສັງຄົມ​ນິຍົມ​ຂອງ​ຈີນ,​ແລະ​ເຈດ​ຕະນາ​ສະກັດ​ກັ້ນງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້​​ໂດຍ​ຖື​ເລື່ອງ​ນີ້​ເປັນ​ຂໍ້​ອ້າງ.

ຜູ່​ໃຊ້​ອິນ​ເທີ​ແນັດ​ທີ່​ມີນາ​ມສະກຸນຫລີ ຂອງ​ເຢຍລະມັນ​ໄດ້​ປະກອບ​ຄຳ​ເຫັນ​ໃສ່​ແວັບ​ໄຊ​ພາສາ​ເຢຍລະ​ມັນ​ຂອງ cri online ວ່າ:​ໃນ​ຫລາຍ​ມື້​ມາ​ນີ້ ສື່​ມວນ​ຊົນ​ເຢຍລະ​ມັນ​ເຊິ່ງລວມທັງ ຊ່ອງ​ຂ່າວ​ຫລື N-TV ​ ຊ່ອງ​ຫນຶ່ງ ຫລືARD ຊ່ອງ​ສອງ​​ຫລື ZDF ຂອງ​ເຢຍລະ​ມັນ​ແລະ​ວາລະສານ Der Spiegel ລາຍ​ສັບປະດາ​ໄດ້​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ເຫດການ​ຈະລາຈົນ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ລາຊາ​ຕິ​ເບ​ດ​ໄປ​ໃນ​ທາງບິດ​ເບືອນ,ພວກ​ເຂົາ​​ແມ່ນ​ເວົ້າຄຳ​ຂີ້​ຕົວະ​ໂດຍ​ບໍ່​ຮູ້ສຶກລະອາຍ.ຖ້າວ່າ​ແມ່ນ​ໃນ 50 ປີ​ກ່ອນ, ອາດ​ຈະ​ບໍ່​ມີ​ຄົນ​ຮູ້​ວ່າ​ເຂົາ​ເຈົ້າ​​ແມ່ນ​ຕົວະ​ຄົນ,​ແຕ່​ໃນ​ສະ​ໄຫມ​ປັດຈຸບັນ, ​ເຂົາ​ເຈົ້າຕ້ງກິນ​ແຫນງ​ຍ້ອນ​ຕົນ​ເອງ​ໄດ້​ເວົ້າຂີ້​ຕົວະ.ຂ້ອຍ​ຫວັງ​ຢາກ​ໃຫ້​ມີ​ຄົນ​ຫລາຍ​ກວ່າ​​ເກົ່າ​ໄດ້ອ່ານ​ຂ່າວ​ຂອງ CRI ONLINE.

ທ່ານ​ມິຣ໊​ໂຄ ​ແອວ ຜູ່​ຟັງ​ເຢຍລະ​ມັນ​ໄດ້​ສົ່ງ​ຈົດຫມາຍ​ມາບ​ອກວ່າ: ​ໃນ​ຫລາຍ​ມື້​ມາ​ນີ້, ​ເຫດການ​ທີ່​ເກີດ​ຂຶ້ນ​ຢູ່​ຕິ​ເບ​ດຂອງ​ຈີນ​ໄດ້​​ເຮັດ​ໃຫ້​ຄົນ​ສົນ​ໃຈ​ນຳ​ຢ່າງ​ກວ້າງຂວາງ. ຂ້ອຍ​ເຫັນ​ວ່າ ນີ້​​ແມ່ນ​ເຫດການ​ທີ່​ອົງການ​ຂ່າວລັບ​​ແລະ​ອິດ​ທິກຳລັງ​ຕ່າງປະ​ເທດ​ວາງ​ແຜນ​ໂດຍ​ມີ​ເຈດ​ຕະນາ​ແອບ​ແຝງ,​ຈຸດປະສົງ​ຂອງ​ພວກເຂົາ​ແມ່ນ​ສ້າງ​ຄວາມ​ປັ່ນ​ປ່ວນ​ທາງ​ການ​ເມືອງ​ຢູ່​ຈີນ​ໃນ​ປີ​ຈັດ​ງານ​ກິລາ​ໂອ​ລິ​ມປິກ,​ເຮັດ​ໃຫ້​ຈີນ​ໂດດດ່ຽວ​ໃນ​ສາກົນ.ຂ້ອຍ​ຫວັງ​ໃຫ້​ລັດຖະບານ​ຈີນ​ຈົ່ງ​ຄວບ​ຄຸມ​ສະຖານະ​ການ​ໄວ້​ໂດຍ​ໄວ,ບໍ່​ໃຫ້​ເຈດ​ຈຳນົງ​ຂອງ​ຈັກກະພັດ​ນິຍົມທີ່​ສ້າງ​ຄວາມ​ປັ່ນ​ປ່ວນ​ຢູ່​ຈີນ​ບັນລຸ​ຜົນ​​ເປັນ​ຈິງ.

ທ່ານ​ແຮຣມຸດ ມັດ ຜູ່​ຟັງ​ເຢຍລະ​ມັນ​ໄດ້​ສົ່ງ​ອີ​ເມຣມາບ​ອກວ່າ: ​​ແຕ່​ທຳ​ອິດ, ຂ້ອຍ​ກໍ່​ເດົາ​ອອກ​​ໂລດວ່າ, ນີ້​ຕ້ອງແມ່ນ​​ເລ່ຫລ່ຽມຂອງຄົນ​ບາງຈຳພວກ​ ທີ່​ມີ​​ເຈດ​ຈຳນົງ​ແອບ​ແຝງເພື່ອ​ສະກັດ​ກັ້ນງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້.ຟັງ​ແຕ່ຄວາມຊື່​ລື​ກ່ຽວ​ກັບ​ເຫດການ​ເທື່ອ​ນີ້​ແລະ​ການ​ລາຍ​ງານ​ຂ່າວ​ທີ່​ບໍ່​ຖືກ​ກັບ​ຕົວ​ຈິງ​ໃນ​ທົ່ວ​ໂລກ​ກໍ່​ເຫັນ​ໄດ້​ວ່າ, ຜູ່​ຢູ່​ເບື້ອງ​ຫລັງ​ຂອງ​ເຫດການ​ເທື່ອນີ້​​ໄດ້​ວາງ​ແຜນ​ຢ່າງຮອບ​ຄອບພຽງ​ໃດ.ຄົນ​ຈຳນວນ​ຫນຶ່ງ​ຂອງ​ເຢຍລະ​ມັນ​ແລະ​ແຫ່ງ​ອື່ນໆ​ໃນ​ໂລກ​ຄັດຄ້ານ​ຈີນ​ແລະ​ສະຫນັບສະຫນູນ​ອັນ​ທີ່​ວ່າ​ຕິ  ​ເບ​ດ​ເສລີພາບ,​ແຕ່​ຕິ​ເບ​ດທີ່​ມີ​ເສລີພາບ​ຄວນເປັນ​ແນວ​ໃດ​ແທ້? ​ແມ່ນ​ບໍ່​ມີ​ຄົນ​ຮູ້​.ອີກ​ອັນ​ຫນຶ່ງ, ​ເຫດການ​ທີ່​ເກີດ​ຂຶ້ນຢູ່​ຕິ​ເບ​ດ​ເທື່ອ​ນີ້​ກໍ່​ເຫັນ​ວ່າ​ມັນ​ດີ​ຢູ່​ບ່ອນ​ໃດ, ​ເຫັນ​ແຕ່ຄົນ​ຈີນ​ຫລວງຫລາຍ​ຖືກ​ບາດ​ເຈັບ​ຈົນ​ເສຍ​ຊີວິດ​​, ​ແຕ່ຈຸດ​ນີ້​ບໍ່​ໄດ້​ເຮັດ​ໃຫ້​ຜູ່​ທີ່ຫລັບຫູ​ຫລັບ​ຕາ​​ເຂົ້າຮ່ວມ​ເຫດການ​ເທື່ອ​ນີ້​ຢູ່​ໃນໂລກ​ນັ້ນສົນ​ໃຈ​ນຳ​​ເລີຍ.ຂ້ອຍ​ຍັງ​ໄດ້​ເຫັນຂອງ​ໂທລະພາບ cctv 4 ລານ​ງານ​ວ່າ, ມີ​ແມ່ຍິງ 5 ຄົນ​ຖືກ​ພວກ​ກໍ່ການ​ຈະລາຈົນ​ເຜົາ​ຈົນຕາຍ,ນີ້​ເຮັດ​ໃຫ້​ຂ້ອຍ​ຕົກ​ໃຈ​ຫລາຍ.ຢູ່​ປະ​ເທດ​ພວກ​ເຮົາ, ຫນ້ອຍຄົນ​ທີ່​ຮູ້​ວ່າ​ປະຊາຊົນ​ຕິ​ເບ​ດຂອງ​ຈີນ​ໄດ້​ຮັບ​ສິດ​ປົກຄອງ​ຕົນ​ເອງ​ຢ່າງ​ຫລວງຫລາຍ​.ພວກ​ທ່ານ​ໄດ້​ຈັດ​ເອົາລາຍການສັບປະ ດາ​ວັດທະນະທຳ​ຕິ​ເບ​ດປີ 2006 ທີ່​ມີ​ເນື້ອ​ໃນ​ກ່ຽວຂ້ອງ​ມາ​ອອກ​ໃນ​ແວັບ​ໄຊ​ຂອງ​ພວກ​ທ່ານ, ເຮັດ​​ແນວ​ນີ້​ດີ​ຫລາຍ,ສາມາດ​ເຮັດ​ໃຫ້​ຄົນ​ທັງຫລາຍ​ຫວນ​ຄືນ​ເລື່ອງ​ທີ່​ດີງາມ​ໃນ​ອະດີດ.ຂ້ອຍ​ເຊື່ອ​ວ່າ, ​ເຈດຈຳນົງ​ຂອງອິດ​ທິກຳລັງ​ແບ່ງ​ແຍກທີ່​ຢາກ​ແຍກ​ຕິ​ເບ​ດອອກ​ຈາກ​ຈີນນັ້ນຍ່ອມ​ຈະ​ຖືກ​ຈີນ​ແລະ​ປະຊາ  ຊົນ​ທີ່​ດຳລົງ​ຊີວິດ​ຢູ່​ຕິ​ເບ​ດນັ້ນທັບ​ມ້າງ​ຢ່າງ​ເຖິງ​ຖອງ​.ພ້ອມ​ກັນນັ້ນ ຂ້ອຍກໍ່​ຫວັງ​​ໃຫ້ ລັດຖະບານ​ຈີນ​​ຄວບຄຸມສະຖານະ​ການ​ໄວ້​ໂດຍ​ໄວ, ປະຊາຊົນ​ສາມາດ​ດຳລົງ​ຊີວິດ​ຢູ່​ຕິ​ເບ​ດຄື​ແຕ່​ກ່ອນ,ບໍ່​ຕ້ອງ​ເປັນ​ຫ່ວງ​ນຳ​ຄວາມ​ປອດ​ໄພ​ຂອງ​ຊີວິດ.ຂ້ອຍ​ຍັງ​ຫວັງ​​ໃຫ້, ສື່​ມວນ​ຊົນ​ທ້ອງ​ຖີ່​ນຂອງ​ພວກ​ຂ້ອຍສາມາດ​ປັບ​ການລາຍ​ງານ​ຂ່າວ​ຢ່າງ​ຖືກຕ້ອງ.ກ່ຽວ​ກັບ​ສື່​ມວນ​ຊົນ, ​ເລື່ອງ​ທີ່​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ບໍ່​ສະບາຍ​​ໃຈນັ້ນ​ແມ່ນ:ຕໍ່ການ​ລາຍ​ງານ​ທີ່​ບໍ່​ຖືກ​ກັບຄວາມຈິງ,​ເຂົາ​ເຈົ້າ​ມັກ​ເຜີຍ​ແຜ່​ໄວ​​ເກີນ​ໄປ, ​ແຕ່​ຄຳ​ຍອມຮັບ​ວ່າການ​ລາຍ​ງານ​ຜິດນັ້ນພັດ​ຊັກ​ຊ້າ​ຫລາຍ.ຂ້ອຍ​ຮູ້ສຶກ​ຄຽດ​​ແຄ້ນ​ທີ່​ສຸດ​ຕໍ່​ການ​ກະທຳ​ທີ່ສວຍ​ໃຊ້​ເຫດການ​ນີ້​ຮຽກຮ້ອງ​​ໃຫ້​ຄັດຄ້ານງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.

ທ່ານ​ໂຈ​ກິນ ຜູ່​ຟັງ​​ເມືອງບາ​ເຊ​​ໂລ​ນາ​ແຫ່ງ​ແອສປາຍ​ໄດ້​ສົ່ງ​ອີ​ເມຣມາບ​ອກວ່າ: ຈາກ​ການ​ສ້າງ​ທາງ​ລົດ​ໄຟ​ຊິງ​ຫາຍ​ຕິ​ເບ​ດ​ເຫັນ​ໄດ້​ວ່າການ​ພັດທະນາ​ເສດຖະ ກິດ​ຂອງ​ຕິ​ເບ​ດ​ແລະ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຕິ​ເບ​ດ​ໄດ້​ກ້າວ ຫນ້າ​ຢ່າງ​ຫລວງຫລາຍ​ແລ້ວ, ນີ້​ແມ່ນ​ແຍກ​ອອກ​ບໍ່​ໄດ້ຈາກ​ນະ​ໂຍບາຍ​ທີ່​ລັດຖະບານ​ໃຫ້​ບູລິ​ມະ​ສິດ​ ແລະ​ ປະຊາຊົນ​ທົ່ວ​ປະ​ເທດ​ຈີນ​ໃຫ້​ການ​ສະຫນັບ ສະຫນູນ.ຍ້ອນ​ວ່າ​ເປັນ​ແນວ​ນີ້, ​ເຈດຈຳນົງ​ທີ່ຫວັງ​ແບ່ງ​ແຍກ​ຕິ​ເບ​ດ​ຈິງ​ຜິດ​ໃຈ​ຄົນ.

ທ່ານ​ໂຈ​ດານ​ໂນ ຜູ່​ຟັງ​ອີ​ຕາ​ລີ​ໄດ້​ໂທລະສັບ​ທັງ​ສົ່ງ​ແຟັກມາ​ເພື່ອ​ສະ​ແດງ​ການ​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ແລະ​ຄວາມ​ເສຍດາຍ​ຂອງ​ທ່ານ​ຕໍ່​ເຫດການ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​​ເມືອງລາຊາ.ທ່ານ​ກ່າວ​ວ່າ, ທ່ານສຸດ​ທີ່​ສະຫນັບສະຫນຸນ​ການ​ກະທຳ​ຂອງ​ລັດຖະບານ​ຈີນ​ທີ່​ຈັດການ​ຕໍ່ເຫດການ​​ເທື່ອ​ນີ້.

ທ່ານ​ອີ ​ແມ່ນ​ຊາວ​ຈີນ​ທີ່​ອາ​ໄສ​ຢູ່​ຝຣັ່ງ, ທ່ານ​ໄດ້​ປະ​ທ້ວງ​ຢ່າງຮຸນ​​ແຮງ​ຕໍ່​ເຫດການ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ລາຊາ​ໃນ​ວັນ​ທີ 14 ມີນາ.ທ່ານ​ກ່າວ​ວ່າ, ​ເມື່ອ​ໄດ້​ເຫັນ​ສາມັນ​ຊົນບໍ່​ຫນ້ອຍ​ທີ່​ບໍ່​ມີ​ຄວາມ​ຜິດ​ຫຍັງ​​ຖືກ​ບາດ​ເຈັບ​ແລະຈົນ​ເສຍ​ຊີວິດ​ໃນ​ເຫດການ​ເທື່ອ​ນີ້,ທ່ານ​ຮູ້ສຶກ​ເສຍ​ໃຈ​ຫລາຍ.ທ່ານ​ອີ​ກ່າວ​ວ່າ, ​​ໃຕ້​ການ​ນຳພາ​ຂອງ​ລັດຖະບານ​ຈີນ,​ໃນ​ຫລາຍ​ສິບ​ປີ​ມາ​ນີ້ ສັງຄົມ​ຕິ​ເບ​ດ​ໄດ້​ມີ​ການ​ປ່ຽນ​ແປງ​ປານ​ປິ້ນຟ້າ​ຂວ້ຳ​ແຜ່ນດິນ,ຈຸດປະສົງ​ຂອງ​ກຸ່ມ​ຄົນ​ບໍ່​ດີທີ່​ຢາກ​ສວຍ​ໃຊ້​ເຫດການ​ຕິ​ເບ​ດ​ເປັນ​ເອກະລາດ​ເຮັດ​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຫັນ​ເປັນ​ບັນຫາ​ການ​ເມືອງ​ນັ້ນ​ແມ່ນ​ປະ​ກົດ​ເປັນ​ຈິງ​ບໍ່​ໄດ້ຈັກ​ເມັດ.ທ່ານ​ເຊື່ອ​ວ່າ​ລັດຖະບານຈີນ​ຍ່ອມ​ຈະ​ສາມາດຈັດການກັບ​ເຫດການ​ເທື່ອ​ນີ້​ຢ່າງ​ເຫມາະ​ສົມ​ທີ່​ສຸດ.

ທ່ານ​ຈີນດຼິດ ​ໂທ​ມີ​ເຊັກ ຜູ່​ຟັງ​ສາທາລະນະ​ລັດ​ເຊັກ​ແມ່ນ​ຜູ່​ຮັກ​ພາສາ​ແອ​ສ​ເປ​ລັງ​ໂຕ.​ໃນ​ອີ​ເມຣທີ່​ທ່ານ​ສົ່ງ​ໄປ​ໃຫ້​ແວັບ​ໄຊ​ພະ​ແນ​ກ​ແອ​ສ​ເປ​ລັງ​ໂຕ​ຂອງ cri online, ທ່ານ​ຂຽນ​ວ່າ: ​ເລື່ອງ​ທີ່​ເຮັດ​ໃຫ້​ຂ້ອຍ​ເສຍ​​​ໃຈແລະ​ຮູ້ສຶກ​ວິຕົກ​ກັງວົນ​ນັ້ນ​​ແມ່ນ​ຂ່າວກ່ຽວ​ກັບ​ຢູ່​ເມືອງ​ລາຊາ​​ແລະ​ເມືອງ​ອື່ນໆ,ມີຄົນ​ຈຳນວນ​ຫນ້ອຍ​ທີ່​ສຸດ​ດຳ​ເນີນ​ການ​ທຳລາຍ​ຢ່າງ​ມີ​ຈຸດປະສົງ​ອັນ​ເລິກ​ລັບ.ຂ້ອຍ​ຫວັງ​ຢ່າງ​ຈິງ​ໃຈວ່າ​​ເຫດການທີ່​ບໍ່ຄວນ​ເກີດ​ຂຶ້ນນີ້​ຢ່າ​ໄປ​ກະທົບ​ເຖີງການ​ສົ່ງ​ຕໍ່​ທວນ​ໄຟ​ແລະ​ວຽກ​ງານ​ກະກຽມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້.ຂ້ອຍ​ອວຍພອນ​ໃຫ້​ວຽກ​ງານ​ກະກຽມ​ງານ​ໂອ​ລິ​ມປິກ​ຈົ່ງດຳ​ເນີນ​ໄປ​ຢ່າງ​ສະດວກ,ອວຍພອ​ນ​ໃຫ້​ງານ​ກິລາ​ໂອ​ລິ​ມປິກປັກ​ກິ່ງຈົ່ງ​ສຳ​ເລັດ​ຜົນ​ຢ່າງ​ເຕັມ​ເມັດ​ເຕັມ​ຫນ່ວຍ.

ນາງ​ອີ​ເລັນ​ນາ ຜູ່​ຟັງ​​ໂມ​ນາ​ໂກ​ໄດ້​ສົ່ງອີ​ເມຣມາ​ໃຫ້​ແວັບ​ໄຊ​ພາສາ​ຝຣັ່ງຂອງ cri online ຂຽນ​ວ່າ, ການ​ເອົາ​ເຫດການ​ຮຸນ​​ແຮງທີ່​ເກີດ​ຂຶ້ນ​ຢູ່​ຕິ​ເບ​ດ​ໃນ​ຫວ່າ​ງ ກ່ອນ​ນີ້​ບໍ່​ດົນພົວພັນ​ກັບ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແມ່ນ​ເລື່ອງ​ທີ່​ບໍ່​ມີ​ເຫດຜົນ​ທີ່​ສຸດ.ງານ​ກິລາ​ໂອ​ລິ​ມປິກ​ແມ່ນ​ການ​ແຂ່ງຂັນ​ລະຫວ່າງ​ກຳລັງ​ແຮງ​ກັບ​ຄວາມ​ສວຍ​ງາມ, ບໍ່​ແມ່ນ​ເວທີ​ສະ​ແດງ​ຂອງການ​ເມືອງ,ສະນັ້ນ ສື່​ມວນ​ຊົນ​ບາງ​ແຫ່ງ​ເອົາ​ເຫດການ​ຈະລາ​ຈົນຢູ່​ຕິ​ເບ​ດກັບ​ງານ​ກິລາ​ໂອ​ລິ​ມປິກ​ມາ​ພົວພັນ​ກັນ​ແມ່ນ​ຜິດພາດ​ທີ່​ສຸດ.ນາງ​ອວຍພອນ​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈົ່ງ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ສູງ.

1 2 3 4 5