ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-08 17:11:23    
ຄຳ​​ເຫັນ​ຂອງ​ຜູ່​ໃຊ້​ອິນ​ເທີ​ແນັດ​ແລະ​ຜູ່​ຟັງ​ຂອງ​ປະ​ເທດ​ຕ່າງໆ​ກ່ຽວ​ກັບ​​ເຫດ​ການ​ຕິ​ເບ​ດ​ແລະ​ພະ​ດາ​ໄລ​ລາ​ມະ

cri

ສຽງ​ທີ່​ມາ​ຈາກ​ອາ​ເມ​ລິ​ກາ​ໃຕ້​ແລະ​ອາ​ເມ​ລິ​ກາ​ລາຕີ​ນ:ຖ້າວ່າ​ພະ​ຜູ່​ເປັນ​ເຈົ້າທີ່​ເມດ​ຕາ​ເຫັນ​ການ​ກະທຳ​ເຫລົ່າ​ນີ້, ​ເພິ່ນ​ຕ້ອງ​ສົ່ງ​ເຂົາລົງ​ຫມໍ້​ນາ​ຮົກ​ຢ່າງ​ບໍ່​ຕ້ອງ​ສົງ​​ໄສ​ເລີຍ.

ທ່ານຣີຄາ​ໂດ ຮຸ​ຕາ ຜູ່​ຟັງ​ອັກ​ຊັງ​ຕີນ​ເຄີຍ​ມາຈີນ​ສອງ​ເທື່ອ.ທ່ານ​ໄດ້​ຝາກ​ຄຳ​ຄິດ​ຄຳ​ເຫັນກັບແວັບ​ໄຊ​ພາສາ​ແອ​ສປາຍ​ຂອງ cri online ​ໃນ​ວັນ​ທີ 22 ມີນາ​ວ່າ: ຄໍ​ລຳ​ກ່ຽວ​ກັບ​ການ​ຈະລາຈົນ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ລາຊາ​ທີ່​ພວກ​ທ່ານຈັດ​ອອກ​ນັ້ນມີ​ເນື້ອ​ໃນ​ລະອຽດ​,​ແລະ​ທັນ​ການ​ທີ່​ສຸດ.ຂ້ອຍ​ຮູ້ສຶກ​ຄຽດ​ແຄ້ນ​ຫລາຍ​ຕໍ່​ພວກ​ຕິ​ເບ​ດ​ເອກະລາດ​ທີ່ມີ​ເຈດ​ຕະນາ​ແບ່ງ​ແຍກ​ຕິ​ເບ​ດອອກ​ຈາກ​ສາທາລະນະ​ລັດ​ປະຊາຊົນ​ຈີນ.ປະຕິກິລິຍາ​ໃນ​ຕົວ​ຈິງ​ແລະ​ຂອງ​ປະຊາ​ຄົມ​ໂລກ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ເຫດການ​ຈະລາຈົນ​ທີ່​ມີກົນອຸບາຍ​ອັນເລິກ​ລັບແລະ​ລະ​ມີດ​ກົດຫມາຍ​ລະຫວ່າງ​ຊາດ​ນັ້ນຍ່ອມ​ຈະ​ເສຍ​ໄຊ.ທ່ານ​ຍັງ​ກ່າ​ວວ່າ,ຄົນ​ຈຳ ນວຫນຶ່ງ​ສວຍ​ໃຊ້​ບັນຫາ​ຕິ​ເບ​ດມາ​ເຜີຍ​ແຜ່​ຂາວ​ທີ່​ບໍ່​ເປັນ​ຈິງ​ກ່ຽວ​ກັບ​ສະພາ​ບ ປັດຈຸບັນ​ຂອງ​ຈີນນັ້ນ​ແມ່ນ​ບໍ່​ມີ​ຫລັກ​ຖານ​ແລະ​ບໍ່​ຖືກ​ກັບ​ເລື່ອງ​ຈິງຈັກ​ເມັດ.

ທ່ານຣູ​ແບນ​ສ ​ເພ​ໂດຼ​ໂຊ ຜູ່​ຟັງ​ເບຼຊິນ​ຂຽນ​ຈົດ​ຫມາຍ​ມາບ​ອກວ່າ:ຂ້ອຍ​ສົນ​ໃຈ​ນຳ​ເຫດການ​ຕິ​ເບ​ດ​​ຜ່ານ​ແວັບ​ໄຊ​ພາສາ​ປອກຕຸຍ​ການ​ຂອງ cri online​ ​ໂດຍ​ຕະຫລອດມາ,​ເມື່ອ​ໄດ້​​ເບິ່ງ​ວີ​ດີ​ໂອ​​ໃນ​ຄໍ​ລຳ​ແລ້ວ,ຂ້ອຍ​ຈົນ​ບໍ່​ເຊື່ອ​ວ່າ ດາ​ໄລລາ​ມະ​ບໍ່​ເອົາ​ຫົວຊາ​ນຳຄວາມ​ເປັນ​ລະ​ບຽບຂອງ​ສັງຄົມ​ແລະການ​ທຳລາຍ​ຊີວິດ​ຂອງ​ຜູ່​ບໍ່​ມີ​ຄວາມ​ຜິດ​ຫຍັງຈົນ​ເຖິງ​ຂັ້ນນັ້ນ.ກ່ອນ​ຫນ້າ​ນີ້,ຂ້ອຍ​ຍັງ​ຄິດ​ວ່າ​ພວກ​ເຂົາ​​ແມ່ນ​ຄົນໃຈ​ບຸນ​ແລະ​ມີ​ສິນ​ທຳ.​ເຫດການ​ເທື່ອ​ນີ້​ເຮັດ​ໃຫ້​ຂ້ອຍ​ປ່ຽນ​ທັດສະນະ​ຄະຕິ​ໃນ​ແຕ່​ກ່ອນ​ຫມົດ.ຂ້ອຍ​ເຫັນ​ວ່າ, ລັດຖະບານ​ຈີນ​ໄດ້​ຈັດການ​ບັນຫາ​ນີ້​ຢ່າງ​ທັນ​ການ ​ເຫມາະ​ສົມ​ແລະ​ຖືກຕ້ອງ​ແລ້ວ.ຂ້ອຍ​ຫວັງ​ໃຫ້​ຄົນ​ທີ່​ຖືກ​ທຳຮ້າຍ​ດ້ານ​ຈິດ​ໃຈນັ້ນສາມາດພົ້ນ​ອອກ​ຈາກ​ເງົາ​ມືດ​ໂດຍ​ໄວ, ​ແລະ​ຫວັງ​ໃຫ້​ ​ດາ​ໄລ​ລາມະສາມາດ​ຮູ້​ແຈ້ງ​ຄວາມ​ຮ້າຍ​ແຮງ​ຂອງ​ສະພາບ​ການ​ແລະ​ຮູ້​ແຈ້ງ​ຄວາມ​ຜິດ​ພາດ​ຂອງ​ຕົນ​ເອງ, ​ແລະ​ຢຸດຕິ​​ໂສກ​ນາດຕະກຳ​ເທື່ອ​ນີ້.
ວັນ​ທີ23ມີນາ​ນີ້, ທ່ານ​ຈອນ ​ເຟຼດີ ກັສຕີ​ລົນ ຜູ້​ຟັງ​ໂກ​ລົມ​ບີ​​ໄດ້​ຂຽນ​ຄວາມ​ເຫັນ​ຢູ່​ເວັບ​ໄຊ​ວ່າ, ຂ້ອຍຮູ້ສຶກ​ເສຍດາຍ​ທີ່​ເກີດ​ການ​ຈະລາຈົນ​ຢູ່​ເມືອງລາຊາ, ​ແລະ​ຮູ້ສຶກ​ເສຍ​ໃຈ​ທີ່​ການກໍ່​ຄວາມ​ຮຸນ​ແຮງຂອງກຸ່ມ​ຕິ​ເບ​ດ​ເອກະລາດນຳ​ເອົາ​ຄວາມ​ເສຍ​ຫາຍ​ມາ​ໃຫ້​ຈີນ.
 
ວັນ​ທີ18ມີນາ​ນີ້​, ຄື​ມື້​ກອງ​ປະຊຸມ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ອັດ​ລົງ, ທ່ານ​​ແອວ​ເບີ​ໂຕ ມາ​ຊາ​ໂດ ຜູ້​ຟັງ​ອູ​ລຸ​ໄກວ​ໄດ້ສົ່ງEMAIL ມາ, ກ່າວ​ປະນາມ​ພວກ​ແບ່ງ​​ແຍກ​ສ່ວນ​ໜ້ອຍ​ກໍ່​ເຫດການ​ຈະລາຈົນ​ຢູ່​ເຂດ​ຕິ​ເບ​ດ. ທ່ານ​​ແອວເບີ​ໂຕ​ຂຽນ​ວ່າ, ​ໃນ​ນາມ​ເປັນ​ຜູ້​ຟັງ​ທີ່​ຕິດຕາມ​ລາຍການ​ວິທະຍຸCRI​ແລະ​ເອົາ​ໃຈ​ໃສ່​ນຳຈີນ​ມາ​ເປັນ​ເວລາ​ດົນ​ນານ, ​ບໍ່ເຊື່ອ​ຄວາມ​ຂີ້​ຕົວະຂອງ​ພວກ​ເຂົາ​ດອກ​. ພວກ​ເຮົາ​ຈະ​ບໍ່ລືມ​ວ່າ​ເຂດ​ຕິ​ເບ​ດ​ແມ່ນ​ພາກສ່ວນ​ໜຶ່ງ​​ໃນ​ດິນ​ແດນ​ອັນ​ສັກກາລະ​ບູຊາຂອງ​ຈີນ, ບໍ່​ລືມ​ວ່າ​ກ່ອນ​​ປົດ​ປ່ອຍປະ​ຊາ​ຊົນ​ຕິ​ເບ​ດ​ໄດ້ດຳ​ລົງຊີວິດແນວ​​ໃດ. ພວກ​ເຮົາ​ຮູ້​ວ່າ​ພາຍ​ໃຕ້​ລະບອບ​ຂ້າ​ທາດ​ໃນ​ເວລາ​ນັ້ນ, ​ເຈົ້າ​​ທາດ​ສ່ວນ​ໜ້ອຍ​ດຳລົງ​ຊີ​ວິດ​ແບບ​ຢູ່​ດີ​ກິນ​ດີບົນ​ຢາດ​ເລືອດ​ແລະນ້ຳຕາ​​ຂອງ​ຂ້າ​ທາດ​ກະສິກອນ, ສ່ວນ​ຂ້າ​ທາ​ດຢູ່​ຊັ້ນ​ຕ່ຳ​ພັດ​ຖືກ​ກົດ​ຂີ່​ຂູດດຮີດ, ບໍ່​ມີ​ເງື່ອນ​ໄຂ​ພື້ນຖານ​ເພື່ອ​ຢູ່​ລອດແລະບໍ່ມີ​ກຽດ​ສັກສີຂອງ​ຄວາມ​ເປັນ​ມະນຸດ. ​ໃນ​ເວລາ​ນັ້ນ, ​ເສດຖະກິດ​​ຂອງ​ຕິ​ເບ​ດຫຼ້າ​ຫຼັງແລະ​ວັດທະນະທຳ​ຊຸດ​ໂຊມ, ລະດັບ​ຊັ້ນ​ສັງຄົມ​ກໍ່​​ເຂັ້ມ​ງວດ​ທີ່​ສຸດ. ປະຊາຊົນ​ທຳ​ມະ​ດາສາມັນ​ບໍ່​ຮູ້​ໜັງສື​ພໍ​ໂຕ. ສ່ວນ​ໃນ​ປະຈຸ​ບັນ, ພາຍ​ໃຕ້​ລະບົບ​​ເຂດ​ຊົນ​ເຜົ່າ​ປົກຄອງ​ຕົນ​ເອງ, ພາຍ​ໃຕ້​ຄວາມ​ເອົາ​ໃຈ​​ໃສ່​ຂອງ​ລັດຖະບານ​ຈີນ​ແລະ​ການສະ​ໜັບສະ​ໜູນ​ຂອງ​ປະຊາຊົນຈີນ​ທົ່ວ​ປະ​ເທດ, ປະຊາຊົນ​ຕິ​ເບ​ດຄຸ້ມຄອງ​ຕົນ​ເອງ, ພັດທະນາ​ການ​ລ້ຽງສັດ ປູກຝັງແລະ​ກາ​ນ ທ່ອງ​ທ່ຽວ, ລູກ​ເຕົ້າ​ເຂົາ​ເຈົ້າ​ໄດ້ເຂົ້າຮ​ຽນຢູ່​ມະຫາວິທະຍາ​ໄລ, ສາສະໜາ ວັດທະນະທຳ​ແລະ​ຮີດຄອງ​ປະ​ເພນີ​ຂອງ​ເຂົາ​ເຈົ້າ​ໄດ້​ຮັບ​ຄວາມ​ເຄົາລົບນັບຖື​ໃນ​ລະດັບ​ສູງ​ທີ່​ສຸດ. ພວກ​ເຮົາ​ໄດ້​ເຫັນ​ວ່າ, ​ໃນ​ກອງ​ປະຊຸມ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ, ຜູ້​ແທນ​ຂອງ​ເຂດ​ຕິ​ເບ​ດ​ໄດ້​ປະກອບ​ຄວາ​ມຄິດ​ຄວາມ​ເຫັນ​ຢ່າງ​ສົມ​ອົກ​ສົມ​ໃຈ​ເຊັ່ນ​ດຽວ​ກັນ​ກັບ​ຜູ້​ແທນ​ຊົນ​​ເຜົ່າ​ສ່ວນ​ໜ້ອຍ​ອື່ນໆ, ປະກອບຄວາມ​ຄິດ​ຄວາມ​ເຫັນ​ຂອງ​ຕົນ​ເພື່ອ​ການ​ພັດທະນາ​ປະ​ເທດ​ຈີນ. ​ທັງ​ໝົດ​ເຫຼົ່າ​ນີ້​ໃນ​ເມື່ອ​ກ່ອນ​ແມ່ນ​ເປັນ​ໄປ​ບໍ່​ໄດ້. ຂໍ​ອວຍພອນ​ໃຫ້​ອະນາຄົດ​ຂອງ​ເຂດ​ຕິ​ເບດ​ດີງາມ​ກວ່າ​ເກົ່າ.
 
ທ່ານ​​ແອວ​ເບີ​ໂຕຍັງ​​ເວົ້າ​ວ່າ, ກຸ່ມ​ດາ​ໄລລາ​ມະ​ວາງ​ແຜນ​ສ້າງ​ຄວາມວຸ້ນວາຍຢູ່​ເຂດ​ຕິ​ເບ​ດ, ​ເຮັດ​ໃຫ້ຊີວິດ​ແລະ​ຊັບ​ສິນ​ຂອງ​ປະຊາຊົນ​​ເຜົ່າ​ຕິ​ເບ​ດ​ແລະ​ເຜົ່າ​ຮັ້ນ​ຢູ່​ແຫ່ງ​ນັ້ນ​ໄດ້​ປະສົບ​ການ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ, ປະຊາຊົນ​ທີ່​ບໍ່​ມີຄວາມ​ຜິດ​ຫຍັງ​ຖືກ​​ເຂັ່ນຂ້າ​, ຮ້ານ​ຄ້າ​ຖືກ​ເຜົາ​ຜານ​ທຳລາຍ​, ຈົນ​ກະທັ້ງ​ແພດ​ໝໍ​ກໍ່​ຖືກ​ທຳຮ້າຍ, ນີ້​​ແມ່ນ​ການ​ກະທຳ​ຜິດກົດໝາຍ. ​ແຕ່​ໃດໆ​ມາຕິ​ເບ​ດກໍ​ແມ່ນ​ພາກສ່ວນ​ໜຶ່ງ​​ຂອງ​ຜືນ​ແຜ່ນດິນ​ອັນ​ສັກກາລະ​ບູຊາ​ຂອງ​ຈີນ. ຂ້ອຍ​ໂຄລົບ​ນັບຖື​ລັດຖະບານ​ຈີນ​ທີ່ທຳ​ຄວາມ​ພະຍາຍາມ​ເພື່ອ​ປາບການ​ຈະລາຈົນ​ແລະ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ເຂດ​ຕິ​ເບດ, ​ແລະ​ຂໍ​ຝາກ​ຄວາມ​ຖາມ​ຂ່າວ​ໄປ​ຍັງປະຊາຊົນ​ເຜົ່າ​ຕິ​ເບ​ດ​ແລະ​​ເຜົ່າ​ຮັ້ນ​ທີ່​ຖືກ​ບາດ​​ເຈັບ​​ໃນ​ເຫດການ​ຈະ​ລາ​ຈົນ.
 
ວັນ​ທີ27ມີນາ​ນີ້, ທ່ານ​ເຮຣາ​ໂດ ຜູ້​ຟັງ​ນີກາຣາກວາ​ໄດ້​ສົ່ງEMAILມາ​ໂດຍ​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ໂທດ​ກຳ​ຂອງ​ຜູ້​ທີ່​​ເອີ້ນ​ຕົນ​ເອງເປັນ​ພະ​ດາ​ໄລລາ​ມະ​ນັ້ນ. ທ່ານ​ເຮຣາ​ໂດ​ເວົ້າ​ວ່າ, ​ຖ້າ​ຜູ້​ເປັນ​ພະ​ເຈົ້າ​ທີ່ເມດ​ຕາ​ເຫັນ​ເລື່ອງ​ເຫຼົ່ານີ້, ​ເພິ່ນ​ຕ້ອງສົ່ງ​ເຂົາ​ລົງ​ນາຮົກ​ຢ່າງ​ບໍ່​ຕ້ອງ​ສົງ​ໄສ, ​ເພາະວ່າ​ການ​ກະທຳ​ແນວ​ນີ້​ໄດ້​ລະ​ເມີດ​ຫຼັກການ​ຄວາມ​ຮັກ​ແພງ​ແລະ​ສັນຕິສຸກ​ທັງ​ໝົດ. ​ເຫດການ​ຈະ​ລາ​ຈົນ"ວັນ​ທີ14ມີນາ"​ເຈຕະນາ​ເຮັດ​ໃຫ້​ເຂດ​ຕິ​ເບ​ດກາຍເປັນ​ລັດ​ໜຶ່ງ​ຂອງ​ອາ​ເມ​ລິ​ກາ. ​ແຕ່​ເສຍດາຍ​ການ​ລາຍ​ງານ​ຂອງ​ພວກ​ເຂົາກ່ຽວ​ກັບ​ເຫດການ​ດັ່ງກ່າວທີ່​ເກີດ​ຢູ່​ຈີນ​ແມ່ນ​ບິດ​ເບືອນ​ຄວາມ​ຈິງທັງ​ນັ້ນ. ​ໃນ​ໂລກ​ນີ້​ມີ​ຄົນ​ສ່ວນ​ໜຶ່ງ​ບໍ່​ທຳ​ຄວາມ​ພະຍາ​ຍາມ​ເພື່ອ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​​ໃຫ້​ແກ່ປະ​ເທດ​ຊາດ, ຊ້ຳພັດໝ​າຍ​ຈະ​ຢາກ​ທຳລາຍ​ສະ​ຖຽນລະ​ພາບ, ​ແລະ​ທຳ​ລາຍ​ຊື່ສ​ຽງຂອງ​ປະ​ເທດ​ຊາດ. ​ພວກ​ເຂົາ​ຢາກ​ສວຍ​​ໃຊ້​ເຫດການ​ເທື່ອ​ນີ້​ມາ​ຂວ້ຳ​ບາດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ2008.
 
ທ່ານຣີຄາ​ໂດ ຊານ​ຕົສ ຜູ້​ຟັງ​ເບຼຊີ​ນກ່າວ​ວ່າ, ຂ້ອຍ​ຮູ້ສຶກ​ເສຍ​ໃຈແລະ​ຄຽດ​ແຄ້ນ​ທີ່​ສຸດ​ຕໍ່​ເຫດການ​ຈະລາ​ຈົນ​ທີ່​ເກີດ​ຂຶ້ນ​ຢູ່​​ເຂດ​ຕິ​ເບ​ດ​ໃນ​ວັນ​ທີ14ມີນາ​ນີ້. ຂ້ອຍ​ເຫັນ​ວ່າ, ​ດາ​ໄລລາ​ມະ​ຄື​ນັກຫຼິ້ນ​ການ​ເມືອງ​ແລະພວກ​ລັດທິກໍ່​ການ​ຮ້າຍ, ພວມ​ໃຊ້​ວິທີຫົວ​ຮຸນ​ແຮງ​ເພື່ອ​ບັນລຸ​ຈຸດປະສົງ​ຂອງ​ເຂົາ. ​ໃນ​​ເຫດການ​ຈະ​ລາ​ຈົນເທື່ອ​ນີ້​, ຫຼາຍ​ຄົນ​ທີ່​ບໍ່​ມີ​ໂທດ​ຫຍັງ​ໄດ້​ເສຍ​ຊີວິດ​ໄປ, ສັງຄົມ​ຕົກ​ຢູ່​ໃນ​ສະ​ພາບ​ວຸ້ນວາຍ, ​ເຊິ່ງ​ໄດ້​ສ້າງ​ຜົ​ນກະທົບ​ອັນ​ໜັກໜ່ວງ​ທີ່​ສຸດ​​ໃນ​ສັງຄົມ. ທັງ​ໝົດ​ເຫຼົ່າ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ​ກຸ່ມ​ດາ​ໄລລາ​ມະ​​ໄຝ່ຝັນ​ໃຊ້​ຮູບ​ການອັນ​ຜິດພາດ​ສູ້​ກັບ​ລັດຖະບານ, ​​ແລະ​ມີ​​ເຈຕະນາ​ແບ່ງ​​ແຍກ​ຕິ​ເບ​ດ. ​ແຕ່​ວ່າ​ຂ້ອຍ​ເຊື່ອ​ໝັ້ນ​ວ່າ, ຄວາມ​ວຸ້ນ​ວາຍ​​ເຫຼົ່າ​ນີ້​ຈະ​ຜ່ານ​ໄປ​ໂດຍ​ໄວ, ລັດຖະບານ​ຈີນ​ສາມາດແກ້​ໄຂ​ບັນຫາ​ເຫຼົ່າ​ນີ້​ຢ່າງ​​ເໝາະສົມ​​ແນ່ນອນ. ງານ​ກິລາ​ໂອ​ລິ​ມປິກ​ກໍ່​ຈະ​ໄຂ​ຂຶ້ນ​ຢ່າງ​ສະດວກ​ໃນ​ເດືອນ​ສິງຫາ​ປີ​ນີ້.
 
ທ່ານ​ເອຕູ​ອາ​ໂດ ຄາ​ເອຕາ​ໂນ ຜູ້​ຟັງ​ເບຼຊິນ​ກ່າວ​ວ່າ, ​ເຫດການ​ຈະລາ​ຈົນ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ລາຊາ​ໃນ​ວັນ​ທີ14ມີນາ​​ແລ້ວ​ນີ້​​ໄດ້​ສະ​ແດງ​ໃຫ້​ເຫັນ​ເຈຕະນາ​ຂອງ​ກຸ່ມ​​ດາ​ໄລລາ​ມະ​ທີ່ໝາຍ​ຈະ​ແບ່ງ​​ແຍກ​ຈີນ, ສະ​ນັ້ນ​ຂ້ອຍ​ສະໜັບສະໜູນ​ຢ່າງ​ເຕັມ​ສ່ວນ​ຕໍ່​ມາດ​ຕະການ​ແລະ​ຫຼັກ​ໝັ້ນ​ຂອງ​ລັດຖະບານຈີນ​ໃນ​ການ​ຈັດການບັນຫາ​ດັ່ງກ່າວ. ​ແຕ່​ບູຮານ​ນະ​ການ​ມາ​ນີ້, ​ເຂດ​ຕິ​ເບ​ດກໍ່​ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ຕັດ​ແຍກ​ບໍ່​ໄດ້​​ຂອງ​ແຜ່ນດິນຈີນ. ນີ້​ແມ່ນ​ຄວາມ​ຈິງ​ທີ່​ບໍ່​ຕ້ອງ​ສົງ​ໄສ, ​ແລະກໍ່​ແມ່ນ​ຄວາມ​ຈິງ​ທີ່​ປ່ຽນ​ແປງ​ບໍ່​ໄດ້​ຕະຫຼອດ​ໄປ.
 
1 2 3 4 5