ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-08 17:11:23    
ຄຳ​​ເຫັນ​ຂອງ​ຜູ່​ໃຊ້​ອິນ​ເທີ​ແນັດ​ແລະ​ຜູ່​ຟັງ​ຂອງ​ປະ​ເທດ​ຕ່າງໆ​ກ່ຽວ​ກັບ​​ເຫດ​ການ​ຕິ​ເບ​ດ​ແລະ​ພະ​ດາ​ໄລ​ລາ​ມະ

cri

​ໃນ​ອີ​ເມ​ວຂອງ​ທ່ານ​ເອັມຊາ​ນາ ​ເຈ ​ເອັມ​ຊານາ ຜູ້​ຟັງ​ຕັງ​ຊາ​ນີຂຽນ​ວ່າ: ຂ້າພະ​ເຈົ້າ​ຂໍ​ຝາກ​ຄວາມຢື້​ຢາມ​ຖາມ​ຂ່າວ​​ໄປ​ຫາປະຊາຊົນ​ລາຊາ​ທີ່​ປະສົບ​ຄວາມ​ເສຍ​ຫາຍ​ດ້ານ​ຊີວິດ​ແລະ​ຊັບ​ສິນ​ໃນ​ເຫດການ​ຈະລາຈົນ​ທີ່​ເກີດ​ຂຶ້ນ​ໃນ​ມໍ່ໆ​ນີ້. ​ເມື່ອ​ໄດ້​ຟັງ​ຂ່າວ​ກ່ຽວ​ກັບ​ເຫດການ​ດັ່ງກ່າວ, ຂ້າພະ​ເຈົ້າ​ຮູ້ສຶກ​ໜັກ​ໃຈ​ຫຼາຍ, ​ເພາະ​ວ່າ​ນີ້​ແມ່ນ​ຄວາມ​ເສຍ​ຫາຍ​ຂອງມວນ​ມະນຸດ. ສື່​ມວນ​ຊົນ​ຝ່າຍ​ຕາ​ເວັນ​ຕົກ​ໄດ້​ໃຊ້​ທຸ​ກວິທີ​ເພື່ອ​ບິດ​ເບືອນ​ປຸກ​ປັ່ນໃນ​ເຫດການ​ດັ່ງກ່າວ, ນີ້​ກໍ​ສະ​ແດງ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ເຫດການ​ດັ່ງກ່າວ​ໂດຍ​ກົງ, ​ໄດ້​ປຸກ​ປັ່ນ​ພວກ​ຄົນບໍ່​ດີ. ກຸ່ມ​ດາ​ໄລລາ​ມະ​ໄດ້​ລີ້​ໄພ​ຢູ່​ຕ່າງປະ​ເທດ, ຂ້າພະ​ເຈົ້າ​ເຫັນ​ວ່າ​ແມ່ນ​ພວກ​ເຂົາ​ເປັນ​ຜູ້ວາງ​ແຜນ​ກໍ່ເຫດການ​ຢູ່ລາຊາ​ເທື່ອ​ນີ້, ​ມີ​ຄົນ​ຮັບ​ເອົາເງິນ​ຂອງພວກ​ເຂົາ​ແລ້ວ​ກາຍ​ເປັນ​​ເຄື່ອງມື​ຂອງ​ພວກ​ເຂົາ. ​ເມື່ອຄົນ​ເຫຼົ່າ​ນີ້​ໄດ້​ຮັບ​​ເອົາເງິນ​ແລ້ວ, ກໍກ້າ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ, ຈົນ​ວ່າ​ທໍລະ​ຍົດ​ພໍ່​ແມ່​ຂອງຕົນ​ກໍ​ຍອມ​ເຮັດ. ຜູ້ນຳ​ແລະ​ປະຊາຊົນ​ຈີນ​ຍ່ອມ​ຈະ​ສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ, ຄວບ​ຄຸມ​ສະຖານະ​ການ​​ເມືອງລາຊາ, ຍ້ອນ​ວ່າ​ມີ​ຄົນ​ຈຳ​ນວນ​ໜ້ອຍ​ບໍ່​ຢາກ​​ໃຫ້​ຈີນ​ສາມາດ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ໃນ​ທ່າມກາງ​ບັນຍາ​ກາດ​ທີ່​ສະຫງົບ​ສັນຕິແລະ​ກົມກຽວ​ກັນ. ຂ້າພະ​ເຈົ້າ​ຫວັງ​ວ່າປະຊາຊົນ​ຈີນຈະ​ບໍ່າ​ທໍ້​ຖອຍ​ໃຈ, ສືບ​ຕໍ່​ເຮັດ​ວຽກ​​ກະກຽມ​ງານ​ກິລາ​ໂອ​ລິ​ມປິກ​ໃຫ້​ດີ, ​ເພື່ອ​ເຮັດ​ໃຫ້​ສັດ​ຕູ​ຮ່ວມ​ຂອງ​ພວກ​ເຮົາ​ອັບອາຍ​ຂາຍໜ້າ.


1 2 3 4 5