|
 |
(GMT+08:00)
2008-04-08 17:11:23
|
 |
ຄຳເຫັນຂອງຜູ່ໃຊ້ອິນເທີແນັດແລະຜູ່ຟັງຂອງປະເທດຕ່າງໆກ່ຽວກັບເຫດການຕິເບດແລະພະດາໄລລາມະ
cri
ສຽງຈາກອາຟຼິກາ: ຫວັງໃຫ້ຈີນຈັດງານກິລາໂອລິມປິກໃຫ້ດີ, ເພື່ອເຮັດໃຫ້ສັດຕູຮ່ວມຂອງພວກເຮົາອັບອາຍຂາຍໜ້າ
ທ່ານອີດຼິສ ບູວາດີນາ ຜູ້ຟັງມາລົກໄດ້ສົ່ງອີເມວມາຫາເວັບໄຊພາສາອາຣັບຂອງCRI Online ໂດຍຂຽນວ່າ: ຈີນແມ່ນປະເທດທີ່ມີປະຫວັດສາດແລະວັດທະນະທຳດົນນານ, ເວົ້າສຳລັບຈີນແລ້ວ, ການຈັດງານກິລາໂອລິມປິກເທື່ອນີ້ມີຄວາມໝາຍສຳຄັນທີ່ສຸດ, ປະຈຸບັນ, ປະຊາຊົນໃນທົ່ວໂລກໄດ້ສຸມສາຍຕາໃສ່ປັກກິ່ງ, ພວກຂ້າພະເຈົ້າກໍຄອງຄອຍງານກິລາໂອລິມປິກປັກກິ່ງຈັດຂຶ້ນຢ່າງສະດວກ. ງານກິລາໂອລິມປິກແມ່ນງານມະໂຫລານຂອງທົ່ວໂລກ, ທຳລາຍງານກິລາໂອລິມປິກກໍແມ່ນສູ້ກັບທົ່ວໂລກ, ກໍແມ່ນເປັນສັດຕູກັບພວກເຮົາທີ່ເປັນເພື່ອນຂອງຈີນ. ສິ່ງທີ່ເປັນໜ້າຊົມຊື່ນນັ້ນກໍແມ່ນ, ໃຕ້ຄວາມພະຍາຍາມຮ່ວມຂອງລັດຖະບານຈີນແລະອົງການປົກຄອງທ້ອງຖິ່ນ, ເມືອງລາຊາທີ່ເກີດເຫດການຈະລາຈົນ ດຽວນີ້ໄດ້ຟື້ນຟູຄວາມສະຫງົບສຸກແລ້ວ.
ທ່ານອີດຼິສກ່າວວ່າ: ປະເທດພວກຂ້າພະເຈົ້າກໍແມ່ນປະເທດທີ່ເຊື່ອຖືສາສະໜາ, ຄວາມເຊື່ອຖືຂອງພວກຂ້າພະເຈົ້າແມ່ນສັກສິດທີ່ສຸດ. ສັງຄົມກົມກຽວກັນ, ປະເທດຊາດມີສະຖຽນລະພາບ, ສັນຕິພາບໂລກ, ຕ້ອງການໃຫ້ພວກເຮົາພ້ອມກັນພະຍາຍາມ.
ໃນຈົດໝາຍຂອງທ່ານເບນ ອາເມຍ ແອດ໌ ຜູ້ຟັງອານເຊລີໄດ້ຂຽນວ່າ: ເຫດການຈະລາຈົນທີ່ເກີດຂຶ້ນຢູ່ເມືອງລາຊາຂອງເຂດຕິເບດເຮັດໃຫ້ຄົນເຈັບແຄ້ນແໜ້ນໃຈທີ່ສຸດ, ມັນອາດຈະແມ່ນຍ້ອນພວກແບ່ງແຍກຕ່າງປະເທດຕັ້ງໃຈປຸກປັ່ນກໍ່ຂຶ້ນ, ພວກເຂົາມີໝາຍຈະຜ່ານຈາກເຫດການດັ່ງກ່າວທຳລາຍຊື່ສຽງຂອງຈີນ, ໂດຍສະເພາະແມ່ນງານກິລາໂອລິມປິກປີ2008ໄດ້ຫຍັບມໍ່ເຂົ້າ, ຈີນແລະປະເທດໃດໆລ້ວນແຕ່ມີສິດໃຊ້ວິທີທີ່ຕົນເອງທີ່ເຫັນວ່າເໝາະສົມໄປແກ້ໄຂເຫດການປັ່ນປ່ວນແລະເຫດການຈະລາຈົນທີ່ຂົ່ມຂູ່ຄວາມປອດໄພຂອງປະເທດຕົນ, ນີ້ແມ່ນວຽກງານພາຍໃນຂອງປະເທດໜຶ່ງ, ປະເທດອື່ນບໍ່ມີສິດແຊກແຊງ.
ທ່ານຊາລາຊູ ຜູ້ຟັງນີເຊລີໄດ້ຂຽນອີເມວມາໃຫ້ເວັບໄຊພາສາຮາວຊາຂອງCRI Online, ໂດຍຂຽນວ່າ: ສອງມື້ມານີ້, ຂ້າພະເຈົ້າໄດ້ເປີດອ່ານຄໍລຳສະເພາະຂອງເວັບໄຊພວກທ່ານທຸກມື້, ຈາກການລາຍງານຂ່າວຂອງພວກທ່ານ, ຂ້າພະເຈົ້າໄດ້ຮູ້ເຖິງເລື່ອງຈິງຂອງເຫດການດັ່ງກ່າວ. ຂ້າພະເຈົ້າຢາກເວົ້າວ່າ: ບັນຫາຕິເບດແມ່ນວຽກງານພາຍໃນຂອງຈີນ, ຂ້າພະເຈົ້າສະໜັບສະໜູນມາດຕະການແລະຫຼັກໝັ້ນຂອງລັດຖະບານຈີນໃນເວລາຈັດການເຫດການດັ່ງກ່າວ, ຄັດຄ້ານປະເທດຝ່າຍຕາເວັນຕົກແລະສື່ມວນຊົນຂອງປະເທດຝ່າຍຕາເວັນຕົກໃຊ້ບັນຫາຕິເບດມາແຊກແຊງວຽກງານພາຍໃນຂອງຈີນ, ແລະຄັດຄ້ານເຂົາເຈົ້າເອົາບັນຫາຕິເບດມາເກາະຫ້ອຍກັບງານກິລາໂອລິມປິກປັກກິ່ງ.
ທ່ານຟາດີລີ ກີເປເນ ຜູ້ຟັງຕັງຊານີໄດ້ສົ່ງອີເມວມາຫາເວັບໄຊພາສາສວາຮີລີຂອງCRI, ໂດຍຂຽນວ່າ: ຈາກວິທະຍຸພາສາສວາຮີລີຂອງພວກທ່ານ, ຂ້າພະເຈົ້າໄດ້ຮູ້ວ່າ, ການເຄື່ອນໄຫວທຳລາຍຂອງຄົນຈຳນວນໜ້ອຍທີ່ສຸດທີ່ເກີດຂຶ້ນຢູ່ຕິເບດໃນມໍ່ໆນີ້ໄດ້ທຳລາຍຄວາມປອດໄພດ້ານຊີວິດແລະຊັບສິນຂອງປະຊາຊົນທ້ອງຖິ່ນ. ຂ້າພະເຈົ້າເຊື່ອວ່າການເຄື່ອນໄຫວທີ່ຜິດກົດໝາຍເຫຼົ່ານີ້ຈະບໍ່ຖືກໃຈຄົນຢ່າງແນ່ນອນ, ແລະຍ່ອມຈະປະລາໄຊໃນທີ່ສຸດ. ຂ້າພະເຈົ້າເຫັນວ່າ, ການເຄື່ອນໄຫວດັ່ງກ່າວແມ່ນກຸ່ມດາໄລລາມະທີ່ລີ້ໄພຢູ່ຕ່າງປະເທດວາງແຜນມາດົນແລ້ວ, ພ້ອມກັນນັ້ນ, ຄົນຈຳນວນໜ້ອຍຂອງປະເທດຝ່າຍຕາເວັນຕົກກໍໄດ້ປຸກປັ່ນແລະສະໜັບສະໜູນພວກເຂົາ. ເດືອນມັງກອນປີ2007, ຂ້າພະເຈົ້າໄດ້ອ່ານວາລະສານສະບັບໜຶ່ງຂອງວິທະຍຸສຽງຂອງອາເມລິກາ, ໃນນັ້ນມີບົດຄວາມບົດໜຶ່ງໄດ້ໃຊ້ຫຼາຍໜ້າເຈ້ຍເວົ້າເຖິງອັນທີ່ວ່າບັນຫາຕິເບດ. ບົດຄວາມຂຽນວ່າພວກເຂົາເຈົ້າສະໜັບສະໜູນກຸ່ມປະຕິການຕິເບດຄັດຄ້ານການປົກຄອງຂອງລັດຖະບານຈີນ, ຈະຕັດແຍກຕິເບດອອກຈາກຈີນ, ແລະສ້າງອຳນາດການປົກຄອງທີ່ຜິດກົດໝາຍ. ຂ້າພະເຈົ້າເຫັນວ່າ, ແມ່ນຄົນຈຳນວນໜ້ອຍຂອງປະເທດຝ່າຍຕາເວັນຕົກຍຸຍົງຄົນຈຳນວນໜ້ອຍທີ່ສຸດຂອງຕິເບດ, ຊອກຫາວິທີເພື່ອທຳລາຍງານກິລາໂອລິມປິກປັກກິ່ງປີ2008, ໃສ່ຮ້າຍປ້າຍສີໝາກຜົນອັນຍິ່ງໃຫຍ່ທຂອງການປະຕິຮູບ, ໄຂປະຕູສູ່ພາຍນອກແລະການພັດທະນາເສດຖະກິດຂອງຈີນ.
1 2 3 4 5
|
|
|