ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-08 17:11:23    
ຄຳ​​ເຫັນ​ຂອງ​ຜູ່​ໃຊ້​ອິນ​ເທີ​ແນັດ​ແລະ​ຜູ່​ຟັງ​ຂອງ​ປະ​ເທດ​ຕ່າງໆ​ກ່ຽວ​ກັບ​​ເຫດ​ການ​ຕິ​ເບ​ດ​ແລະ​ພະ​ດາ​ໄລ​ລາ​ມະ

cri

ສຽງ​ຈາກ​ອາຊີ, ຫວັງ​ວ່າ​ຈະ​ໄດ້​ຊົມ​ງານ​ກິລາ​ໂອ​ລິ​ມປິກ​ຢ່າງ​ມ່ວນ​ຊື່ນ ​ແຕ່​ບໍ່​ແມ່ນ​ຄວາມ​ຮຸ່ນ​ແຮງ​ທີ່​ຕ່ຳ​ຊ້າ.
 
ທ່ານ​ອານາ​ນດ໌ ​ໂມ​ຮານ ຜູ້​ຟັງ​ລັດ​ອຸດ​ຕາປຼາ​ເດັດອິນ​​ເດຍ​ໂທ​ມາ​ຫາ​ເວັບ​ໄຊ​ພາສາ​ອິນ​ດີ​ຂອງCRI-ONLINEວ່າ​, ​ເຫດການ​ຈະລາຈົນ​ທີ່​ເກີດ​ຂຶ້ນ​ຢູ່​ເຂດ​ຕິ​ເບ​ດ​ເຮັດ​ໃຫ້​ຂ້ອຍ​ຕື່ນ​ຕົກ​ໃຈ. ຜ່ານ​​ເວັບ​ໄຊ​ຂອງ​ພວກ​ເຈົ້າ, ຂ້ອຍ​ໄດ້​ຮູ້​ວ່າການປະຕິ​ຮູບແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ຢ່າງ​ຫຼວງ​ຫຼາຍມາ​ໃຫ້​ປະຊາຊົນ​ຕິ​ເບ​ດ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​​ດີ​ຂຶ້ນ​ເທື່ອ​ລະ​ກ້າວ, ​ໂດຍ​ສະ​ເພາະ​ແມ່ນທາງ​ລົດ​ໄຟ​ຊີ່​ງ​ໄຫ​ຕິ​ເບ​ດທີ່ຫາ​ກໍ່​ເປີດ​ບໍລິການ​ໃນ​ມໍ່ໆ​ນີ້​ໄດ້​ເປັນ​ຂົວຕິດ​ຕໍ່​ໃຫ້​​ຕິ​ເບ​ດ​ແລກປ່ຽນທາງ​ການວັດຖຸ​ແລະ​ບຸກຄະລາ​ກອນ​ກັບ​​ແຫ່ງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ, ປະຊາຊົນ​ຫຼາຍ​ກວ່າ​ເກົ່າ​ໄດ້​ຜ່ານ​ທາງ​ລົດ​ໄຟ​ເສັ້ນ​ນີ້​ໄປ​ເຂດ​ຕິ​ເບ​ດ ​ໄປ​ເບິ່ງ​ແດນ​ທີ່​ເລິກ​ລັບ​ສວຍ​ງາມ​ແຫ່ງ​ນີ້. ​ເຂດ​ຕິ​ເບ​ດຕິດ​ກັບ​ດິນ​ເດຍປະ​ເທດ​ຂອງ​ຂ້ອຍ, ສະ​ນັ້ນ​ສັນ​ຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ເຂດ​ຕິ​ເບ​ດກໍ່​ມີ​ການ​ພົວພັນ​ກັບ​ສັນຕິ​ພາບ​ແລະ​ການ​ພັດ​ທະນາ​ຂອງ​ອິນ​ເດຍ. ຂ້ອຍ​ກ່າວ​ປະນາມ​ເຫດການ​ຈະລາ​ຈົນ​​ທີ່​​ເກີດ​ຂຶ້ນ​ຢູ່​ຕິ​ເບ​ດບໍ່​ເອົາ​ຫົວຊານຳ​ສັນຕິພາບ​, ຫວັງ​ວ່າ​ເຫດການ​ແນວ​ນີ້​ຄົງບໍ່​ເກີດ​ຂຶ້ນ​ອີກຈັກ​ເທື່ອ.
 
ອິນ​ເຕີ​ເນັດ​ຂອງ​ເນປານ​ບໍ່​ພັດ​ທະນາປານ​ໃດ, ​ແຕ່​ກໍມີ​ຜູ້​ໃຊ້​ອິນ​​ເຕີເນັດ​ໄດ້​ສົ່ງ​ຈົດໝາຍ​ມາ​ໃຫ້​ເວັບ​ໄຊ​ພາສາ​ເນ​ປານ​ຂອງCRI-ONLINE​ໂດຍຂ​ຽນວ່າ, ຮູ້ສຶກ​ຄຽດ​ແຄ້ນ​ທີ່​ສຸດ​ຕໍ່​ກຸ່ມ​ດາ​ໄລລາ​ມະ​ໃຊ້​ກຳລັງ​ຮຸນ​ແຮງ​ທຳລາຍ​ເຂດ​ຕິ​ເບ​ດທີ່​ນັບ​ມື​ນັບ​ຈະ​ເລີ​ນຮຸ່ງ​ເຮືອງ, ​ແລະ​ກ່າວ​ວ່າ​ເດັດດ່ຽວ​ສະ​ໜັບສະ​ໜູນນະ​ໂຍບາຍ​ຈີນ​ດຽວ.


ຜູ້​ໃຊ້​ອິນ​ເຕີເນັດ​ຕວກກີ​ທີ່​ຊື່ວ່າ​ມູຊາ ​ໂອຊາ​ນ ​ໄດ້​ຂຽນ​ວ່າ, ​ເມື່ອ​ໄດ້​ອ່ານ​​ເວັບ​ໄຊ​ຂອງ​ພວກ​ທ່ານ​ແລ້ວ, ຂ້າພະ​ເຈົ້າ​ໄດ້​ຮູ້​ເຖິງ​ເລື່ອງ​ຈິງ​ຂອງ​ເຫດການ. ຂ້າພະ​ເຈົ້າ​ຮູ້ສຶກ​ເສຍໃຈ​ທີ່​ສຸດ​ທີ່​ໄດ້​ຮູ້​ວ່າຄວາມ​ສະຫງົບ​ສຸກ​ຂອງ​ຕິ​ເບ​ດທີ່​ໄດ້​ຮັກສາ​ມາ​ຫຼາຍ​ປີ​ນັ້ນ​ຖືກ​ພວກ​​ຄົນ​ບໍ່​ດີ​ຈຳນວນ​ໜຶ່ງ​ທຳລາຍ. ຂ້າພະ​ເຈົ້າ​ສະໜັບສະໜູນ​ມາດ​ຕະການ​ຂອງ​ລັດຖະບານ​ຈີນ. ​ເຫດການ​ທີ່​ເກີດ​ຂຶ້ນ​ຢູ່​ຕິ​ເບ​ດບໍ່​ແມ່ນ​ເຫດການ​ທີ່​ເກີດ​ຂຶ້ນ​ຢ່າງ​ບັງ​ເອີນ, ຫາກ​ແມ່ນ​ເຫ​ດການ​ທີ່​ໄດ້​ວາງ​ແຜນ​ຢ່າງ​ຕັ້ງ​ໃຈ. ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແມ່ນ​ງານ​ມະ​ໂຫລານ​ທີ່​ຂ້າພະ​ເຈົ້າ​ແລະ​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ຂ້າພະ​ເຈົ້າ​ຄອງ​ຄອຍ​ມາ​ດົນ​ນານ​ແລ້ວ, ພວກ​ຂ້າພະ​ເຈົ້າ​ລ້ວນ​ແຕ່​ຫວັງ​ຢາກຜ່ານ​ຈາກ​ໂທລະພາບ​ຊົມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງຢ່າງ​ມ່ວນ​ຊື່ນ, ບໍ່​ຄື​ພວກ​ໃຊ້ກຳລັງ​ຮຸນ​ແຮງ​ທີ່​ຊົ່ວ​ຊ້າ.

​ຜູ້​ໃຊ້​ອິນ​ເຕີເນັດ​ອີຣານຫຼາຍ​ທ່ານ​ກໍ​ໄດ້​ໂທລະສັບ​ຫຼື​ຝາກ​ອີ​ເມ​ວມາ​ຫາ​ເວັບ​ໄຊ​ພາສາ​ເປີ​ເຊຍຂອງCRI Online, ລ້ວນ​ແຕ່​ສະ​ແດງ​ຄວາມ​ສົນ​ໃຈ​ຕໍ່​ເຫດການ​ຈະລາຈົນ​ທີ່​ເກີດ​ຂຶ້ນ​ຢູ່​ຕິ​ເບ​ດ, ​​ແລະ​ຄວນສະໜັບສະໜູນ​ມາດ​ຕະການ​​ຈັດການ​ເຫດການ​ທີ່​ກ່ຽວຂ້ອງຂອງ​ລັດຖະບານ​ຈີນ.

ທ່ານ​ຊາ​ອິດ ຣາ​ເຮີ​ມານ ຊາວ​​ອາ​ຟກາ​ນິສະຖານ​ໄດ້​ສົ່ງ​ອີ​ເມ​ວມາ​ຫາ​ເວັບ​ໄຊພາສາ​ປູ​ສຕູ​ຂອງCRI Online ​ໂດຍ​ຂຽນ​ວ່າ, ຂ້າພະ​ເຈົ້າ​ບໍ່​ເຂົ້າ​ໃຈ​ເລີຍ​ວ່າ​ເປັນ​ຫຍັງ​ມີ​ຄົນ​ຈຳ​ນວນ​ໜຶ່ງ​​ເອົາ​ບັນຫາ​ຕິ​ເບ​ດມາ​ເກາະ​ຫ້ອຍ​ກັບ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ຂ້າພະ​ເຈົ້າ​ເຊື່ອ​ວ່າ​ຈີນ​ມີ​ຄວາມ​ສາມາດ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​​ໄດ້ດີ, ຂ້າພະ​ເຈົ້າ​ຄອງ​ຄອຍ​ທີ່​ສຸດ​ແລະ​ຈະ​ຕິດຕາມ​​ຢ່າງ​ແນ່ນອນ. ທ່ານ​ລາ​ຟອຸຣາ ມານດູເຊີ ຜູ້​ຟັງ​ວິທະຍຸ​ພາສາ​ປູ​ສຕູ​ຂອງCRI​ໄດ້​ໂທລະສັບ​ມາ​ໃຫ້​ກຳລັງ​ໃຈ​ແກ່​ພະນັກງານ​ເວັບ​​ໄຊ​ພາສາ​ປູ​ສຕູ, ​ໂດຍ​ກ່າວ​ວ່າ: ຜ່ານ​ຈາກ​ເວັບ​ໄຊ​ແລະ​ວິທະຍຸ​ຂອງ​ພວກ​ທ່ານ, ຂ້າພະ​ເຈົ້າ​ໄດ້​ເຂົ້າ​ໃຈ​ເລື່ອງ​ຈິງ​ຢ່າງຮອບດ້ານ, ຂ້າພະ​ເຈົ້າ​ມີ​ແຕ່​ຢາກ​ເວົ້າ​ວ່າ, ຕິ​ເບ​ດ​ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ຈີນ, ​ເລື່ອງ​ນີ້​ບໍ່​ຕ້ອງ​ສົງ​ໄສ​​ເລີຍ! ຂໍ​ໃຫ້​ພວກ​ທ່ານ​ຈົ່ງ​ພະຍາຍາມ​ເຮັດ​ວຽກ, ຂ້າພະ​ເຈົ້າ​ຈະ​ຕິດຕາມ​​ໂດຍ​ຕະຫຼອດ.

1 2 3 4 5