ຄວາມ​ຫລາກ​ຫລາຍ​ຂອງ​ຕະ​ຫລາດ​ວັດ​ທະ​ນະ​ທຳ​ຍາມ​ບຸນ​ກຸດ​ຈີນ​ໃນ​ນະ​ຄອນ​ຫລວງ​ປັກ​ກິ່ງ​

(GMT+08:00) 2010-02-11 09:36:51     cri


(ເຈ້ຍໂຄສະນາລະຄອນເລື່ອງເຟມ)


ຄຽງ​ຄູ່​ກັບ​ບຸນ​ກຸດ​ຈີນ,ບຸນ​ປະ​ເພນີ​ທີ່ສຳຄັນ​ແລະ​ຄຶກຄື້ນ​ທີ່​ສຸດ​ຂອງ​ຈີນ​​ໃກ້​ຈະ​ວຽນມາ​ເຖິງ, ຕະ​ຫລາດ​ສະ​ແດງ​ລາຍ​ການ​ຂອງ​ນະ​ຄອນ​ຫລວງ​ປັກ​ກິ່ງ​ກໍ່​ເລີ່ມ​ຄືກ​ຄື້ນ​ຂຶ້ນຄື​ກັນ.​ໃນ​ໄລຍະ​ສະ​ແດງ​ລາຍ​ການ​ທີ່​ສຳຄັນ​ທີ່​ສຸດ​ໃນ​ປີ​ຫນຶ່ງ,ງິ້ວ​ປັກ​ກິ່ງ,​ຊ້ຽງ​ເຊິ່ງທີ່​ເປັນ​ສິນ​ລະ​ປະ​ການ​ສະ​ແດງ​ເວົ້າຕະຫລົກ​ມາ​ເຮັດ​ໃຫ້​ຄົນ​ຫົວ​,ງານ​ດົນຕີ​ຊິ​ມ​ໂຟນີ, ​ດົນຕີ JAZZ​ ແລະ​ລະຄອນ​ດົນຕີ Broadway ຂອງ​ຕາ​ເວັນ​ຕົກ​ເຮັດ​ໃຫ້​ຜູ່​ຊົມ​ສາມາດ​ສຳຜັດ​ກັບສະ​ເຫ​ນ່ທີ່​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ປະ​ສົມ​ປະສານ​ກັບຄວາມ​ທັນ​ສະ​ໄຫມ.​ໂຮງ​ລະ​ຄອນ​ເດັກ​ກໍ່​ຈະ​ສະ​ແດງ​ລະຄອນ​ໃຫມ່,​ເຮັດ​ໃຫ້​ເດັກນ້ອຍ​ມີ​ໂອກາດ​ໄປ​ເບິ່ງ​ສິນ​ລະ​ປະ​ເທິງ​ເວທີ​ສະ​ແດງ​ໃນ​ຍາມ​ພັກຮຽນ.ງານ​ສະ​ແດງ 300 ກວ່າ​ຮອບ​ຈະ​ເຮັດ​ໃຫ້ຄົນ​ປັກ​ກິ່ງ​ແລະ​ຜູ່​ໄປ​ທ່ຽວ​ປັກ​ກິ່ງ​ໄດ້​ຮັບອາຫານ​ຕາ​ທີ່​ຍອດ​ຢ້ຽມ.​

ຢູ່​ໂຮງ​ດົນຕີ​ສວນ​ຈົ່ງ​ຊານ​ທີ່​ໃກ້​ກັບ​ວັງ​ກູ້​ກົ່ງ​ຂອງ​ນະຄອນຫລວງ​ປັກ​ກິ່ງ,ການສະ​ແດງ​ໃນ​ຍາມບຸນ​ກຸດ​ຈີນ​ໄດ້​ເລີ່​ມດຳ​ເນີນໃນ​ຕົ້ນ​ເດືອນ​ກຸມພາ​ນີ້,​ແລະຈະ​ດຳ​ເນີນ​ໄປ​ຈົນ​ຮອດ​ທ້າຍ​ເດືອນ​ກຸມພາ, ດົນຕີ​ພື້ນ​ເມືອງ, ງິ້ວປັກ​ກິ່ງ​ແລະ​ຊ້ຽງ​ເຊິ່ງການ​ເວົ້າຕະຫລົກ​ເຮັດ​ໃຫ້​ຜູ່​ຊົມ​ໄດ້​ຊົມວັດທະນະທຳ​ດັ້ງ​ເດີມ​ທີ່ມີ​ຫລາກຫລາຍ​ສີ​ສັນ.

ນາງ​ຈູ້​ຈິ່ງ, ຜູ່​ຮັບຜິດຊອບ​ຈັດ​ຕັ້ງ​ການສະ​ແດງ​​ຢູ່ໂຮງ​ດົນຕີ​ສວນ​ຈົ່ງ​ສານ​ແມ່ນ​ຊ່ຽວຊານ​ໃນ​ຂະ​ແຫນງ​ການຈັດ​ງານສະ​ແດງ,ນາງ​ເຫັນ​ວ່າ, ​ໃນ​ຍາມ​ບຸນຕະຫລາດ​ການສະ​ແດງ​ຂອງ​ນະຄອນ​ປັກ​ກິ່ງ​ຍັງ​ຈະ​ຄຶກຄື້ນ​ກວ່າ​ນີ້​ອີກ, ສະນັ້ນ, ​ໂຮງດົນຕີ​ແຫ່ງ​ນີ້ໄດ້​ຈັດ​ຕັ້ງ​ລາຍການ​ພິ​ເສດ​ຫລາຍ​ຮອບ.ນາງ​ບອກ​ວ່າ:

ບຸນ​ກຸດ​ຈີນ​ແມ່ນ​ບຸນ​ປະ​ເພນີ​ຂອງຊາວຈີນ, ພວກ​ເຮົາ​ໄດ້​ຈັດ​ໃຫ້​ມີ​ງານ​ດົນຕີ​ພື້ນ​ເມືອງ​ສອງ​ຮອບ,​ແລະຍັງ​ຈະ​ຮ່ວມ​ມື​ກັບ​ໂຮງ​ງິ້ວປັກ​ກິ່ງ​ແຫ່ງ​ຊາດຈັດ​ງານ​ສະ​ແດງ​ງິ້ວປັກ​ກິ່ງ​ສະຫລອງ​ກຸດ​ຈີນ​ສອງ​ຮອບ​ໃນ​ມື້​ຂຶ້ນ​ປີ​ໃຫມ່​ແລະ​ມື້​ອອກ​ໃຫມ່​ສອງ​ຄ່ຳ​ເດືອນ​ຈຽງ​ຄື​ວັນ​ທີ 14 ​ແລະ​ວັນ​ທີ 15 ກຸມພາ​ນີ້, ຍັງ​ມີ​ການສະ​ແດງ​ຊ້ຽງ​ເຊິ່ງສອງ​ຮອບ,​ ລ້ວມ​ແຕ່​ແມ່ນ​ລາຍການ​ພື້ນ​ເມືອງຂອງ​ຄົນ​ຈີນ​ພວກ​ເຮົາ.

1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ