ຄວາມ​ຫລາກ​ຫລາຍ​ຂອງ​ຕະ​ຫລາດ​ວັດ​ທະ​ນະ​ທຳ​ຍາມ​ບຸນ​ກຸດ​ຈີນ​ໃນ​ນະ​ຄອນ​ຫລວງ​ປັກ​ກິ່ງ​

(GMT+08:00) 2010-02-11 09:36:51     cri


(]ລະຄອນເດັກເລື່ອງນົກຕາເວັນ)


ລະຄອນ​ເລື່ອງ​ນົກ​​ຕາ​ເວັນ​ແມ່ນ​ລະຄອນ​ເລື່ອງ​ສຳຄັນ​ທີ່​ຂອງ​ໂຮງ​ລະຄອນ​ສິນລະປະ​ເດັກນ້ອຍ​ຈີນ​ທີ່ຈະ​ເລີ່​ມສະ​ແດງ​ໃນ​ປີ​ນີ້,​ເຊິ່ງ​ໄດ້​ນຳ​ເອົາ​ເນື້ອ​ໃນ​ກ່ຽວ​ກັບ​​ໂຮ້ວ​ອີ້​ຍິງ​ດວງ​ຕາ​ເວັນ​ທີ່​ບັນທຶກ​​ໄວ້​ໃນ​ບົດ ຊ່ານ​ຫ້າ​ຍຈິງ,ທີ່​ເປັນ​ບົດ​ປະພັນ​ບູຮານ​ຂອງ​ຈີນ, ​ແລະ​ໄດ້ດັດ​ແກ້​​ຕາມ​ຈຸດ​ພິ​ເສດເດັກນ້ອຍ​ຄື​:​ໃນ​ສະ​ໄຫມ​ບູຮານ, ມີ​ນົກຕາ​ເວັນ 10 ​ໂຕ​ຜັດປ່ຽນ​ກັນ​ນຸ່ງ​ເສື້ອຕາ​ເວັນ​ໄປ​ຍາມ​ຢູ່​ເທິງ​ຟ້າ,​ແຕ່​ເຊີນ​ອີຣທີ່​ເປັນ​ງູຢູ່​ເທິງ​ຟ້າ​ເພື່ອ​ສະຫນອງ​ຕັນ​ຫາ​ຂອງ​ຕົນ​ເອງ, ຈິ່ງ​ຕົວະ​ໃຫ້​ນົກ ​ຕາ​ເວັນ 10 ​ໂຕ​ໄປ​ຍາມ​ຢູ່​ເທິງ​ຟ້າ​ນຳ​ກັນ,​ແສງຕາ​ເວັນ​ທີ່​ແຮງ​ກ້າສ່ອງ​ຈົນ​ເຖິງ​ແຜ່ນ​ທໍລະນີ​ເຫືອດ​ແຫ້ງ​ຫມົດ​ສູ່​ຢ່າງ.ສັດສາ​ວາ​ສິ່ງ​ບໍ່​ມີ​ບ່ອນ​ລີ້​ບ່ອນ​ຊົ້ນ.ນົກ​ຕາ​ເວັນ​ໄດ້​ຮູ້​ວ່າ​ໂຕ​ເອງ​ຜິດ​ແລ້ວ,ຈິ່ງ​ຂໍ​ໃຫ້​ໂຮ້ວອີ້​ຍິງ​ປີກ​ຂອງ​ຕົນ​​ເອງ​ຖິ້ມ,​ແລ້ວ​ປາບ​ເຊິ​ນອີ​ເອີ​ໃຫ້​ເສຍ​ໄຊ, ​ເຮັດ​ໃຫ້​ສັດສາ​ວາ​ສິ່ງ​ຟື້ນ​ຊີບ​ຄືນ​ໃຫມ່.

ທ່ານ​ໂຈ່​ວ​ເວີນ​ຫົງ, ຜູ່​ກຳກັບ​ການສະ​ແດງລະຄອນ​ເລື່ອງ​ນີ້​ບອກ​ໃຫ້​ນັກ​ຂ່າວ​ຮູ້​ວ່າ,ການສະ​ແດງ​ລະຄອນ​ເລື່ອງ​ນີ້​ມີ​ຊີວິດ​ຊີວາ​ຫລາຍ, ຫວັງ​ວ່າ​ເມື່ອ​ເບິ່ງ​ນິທານ​ເດັກ​ເລື່ອງ​ນີ້​ແລ້ວ, ​ເດັກນ້ອຍ​ທັງຫລາຍ​ຄົງ​ຈະ​ມ່ວນ​ຊື່ນ​ແລະ​ສຳຜັດ​ກັບ​ວັດທະນະທຳ​ປະ​ເພນີ​ຂອງ​ຈີນ.ທ່ານ​ເວົ້າວ່າ:

ພວກ​ເຮົາ​ໄດ້​ມີ​ການ​ທົດ​ລອງ​ໃຫມ່​ໆຫລາຍ​ຢ່າງ, ​ໃນ​ການສະ​ແດງ​ເທິງ​ເວທີ​ແລະ​ວິທີ​ເລົ່າ​ເລື່ອງ, ​ເຄື່ອງ​ນຸ່ງ,ການສະ​ແດງ,ການ​ຮ້ອງ​ເພງ​ແລະການ​ຟ້ອນລ້ວນ​ແຕ່​ໄດ້​ໃຊ້​ຮູບ​ການໃຫມ່,ງາມ​ຫລາຍ,ທັງ​ມີ​ສີສັນ​ວັດທະນະທຳພື້ນ​ເມືອງຂອງ​ຈີນ​ຢ່າງ​ຫລວງຫລາຍ,ພວກ​ເຮົາ​ຢາກ​ຜ່ານຈາກ​ລະຄອນ​ເລື່ອງ​ນີ້,​ໃຫ້ການ​ອະທິບາຍ​ແລະ​ຮັບ​ຮູ້​ວັດທະນະທຳ​ພື້ໜ​ເມືອງ​ແບບ​ໃຫມ່​ແກ່​ເດັກນ້ອຍ​ແລະ​ຜູ່​ໃຫຍ່.ຍາມ​ບຸນ​ແມ່ນ​ຍາມ​ທີ່​ເດັກນ້ອຍ​​ມ່ວນ​ຊື່ນ​ທີ່​ສຸດ,ພໍ່​ແມ່​ກໍ່​ມີ​ເວລາ​ຫວ່າງ​ພາ​ລູກ​ໄປ​​ເບິ່ງລະຄອນ,​ຮັບ​ເອົາ​ແນວ​ຄິດ​ທີ່​ດີ​ຂອງ​ລະຄອນ, ຫມົດ​ທຸກ​ຄົນມ່ວນ​ຊື່ນ​ເບີກບານ,​ເປັນ​ເລື່ອງ​ທີ່​ດີ​ທີ່​ສຸດ.

ຍາມ​ບຸນ​ກຸດ​ຈີນ, ນອກຈາກ​ການສະ​ແດງ​​ແບບ​ຂາຍ​ປີ້ 300 ກວ່າ​ຮອບ​ທີ່​ພວກ​ເຮົາ​ໄດ້​ກ່າວ​ມາ​ນີ້​ແລ້ວ, ອົງການ​ປົກຄອງ​ນະຄອນຫລວງ​ປັກ​ກິ່ງ​ຍັງ​ຈະ​​ໃຫ້ການ​ອຸດ​ຫນູນ​ແກ່​ຄະນະ​ສິນລະປະ​ອາຊີບ​ຈຳນວນ​ຫນຶ່ງ​ໄປສະ​ແດງ​ຮັບ​ໃຊ້​ມວນ​ຊົນຢູ່​ເຂດ​ຄຸ້ມຊຸມ​ຊົນແລະ​ຊານ​ເມືອງ​ຢູ່​ອ້ອມ​ຂ້າງ​ນະຄອນຫລວງ​ປັກ​ກິ່ງອີກ.


1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ