ຄວາມ​ຫລາກ​ຫລາຍ​ຂອງ​ຕະ​ຫລາດ​ວັດ​ທະ​ນະ​ທຳ​ຍາມ​ບຸນ​ກຸດ​ຈີນ​ໃນ​ນະ​ຄອນ​ຫລວງ​ປັກ​ກິ່ງ​

(GMT+08:00) 2010-02-11 09:36:51     cri


(ລະຄອນເລື່ອງເຟມ)


ລະຄອນ​ເລື່ອງ FAME ​ແຕ່ງ​ຂຶ້ນໃນ​ຊຸມ​ປີ 1980 ,​ເມື່ອ​ໄດ້​ສະ​ແດງ​ມາຫລາຍປີ​ແລ້ວ​ກໍ່​ຍັງ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ສູງ​ຢູ່,ຈົນ​​ເກີດ​ຜົນ​ສະ ທ້ອນເຖິງ​ຄົນ​ສອງ​ຮຸ່ນ​ຢູ່​ເອີ​ລົບ​ແລະ​ອາມ​ເລ​ກິ​ກາ.ອາດ​ເວົ້າ​ໄດ້​ວ່າ,ລະຄອນ​ເລື່ອງ​ນີ້​ແມ່ນ​ເລື່ອງ​ຫນຶ່ງ​ທີ່ນຳ​ໄປສະ​ແດງ​ຢູ່ຫລາຍປະ​ເທດ​ທີ່​ສຸດ​​.ເລື່ອງນີ້​ແມ່ນ​ເອົາ​ເລື່ອງ​ຈິງ​ທີ່​ເກີດ​ຂຶ້ນ​ໃນໂຮງຮຽນ​ສິນລະປະ​ມັດທະຍົມ​ອຸດົມ​ທີ່​ມີ​ຊື່​ສຽງ​ຂອງ​ນິວຢອກ​ເປັນ​​ເບື້ອງ​ຫລັງ,​ບັນ​ລະ​ຍາຍ​ປະສົບ​ການຄວາມ​ຫຍຸ້ງຍາກ, ຄວາມ​​ເຈັບ​ປວດ,ຄວາມ​ຮັກ​ແລະ​ບົດຮຽນ​ທາງ​ລົບຂອງ​ຊາວ​ຫນຸ່ມ​ຫລາຍໆ​ຄົນ​ທີ່​ຫວັງ​ຢາກ​ມີ​ຊື່​ສຽງດັງ​ຂຶ້ນ​​ໃນ​ມື້ຫນຶ່ງ​ຍາມ​ດຽວ,​ໃນ​ທີ່​ສຸດຈິ່ງ​ຮູ້​ວ່າຢາກໄດ້​ຮັບ​ຜົນສຳ​ເລັດກໍ່ຕ້ອງ​ເຮັດ​ແທ້​ທຳ​ຈິງ​ແລະ​ກ້າວ​ໄປ​ເທື່ອ​ລະ​ກ້າວ.

ລະຄອນ​ເລື່ອງ​ນີ້​ໄດ້​ເລີ່​ມສະ​ແດງ​ຢູ່​ນະຄອນ​ຊຽງ​ໄຮ້,​ເມືອງ​ຊູ​ໂຈ​ວ​ແລະ​ເມືອງ​ອື່ນໆ​ຂອງ​ຈີນ​ແຕ່​ທ້າຍ​ປີ​ກາຍ​ນີ້,​ໄດ້​ຮັບ​ຄວານ​ນິຍົມ​ຫລາຍ,​ເທື່ອ​ນີ້, ມາສະ​ແດງ​ຢູ່​ປັກ​ກິ່ງ,ການ​ຂາຍ​ປີ້​​ກໍ່​ດີ​ຫລາຍ,ນາງ​ຈິ່ນຊີ​ຊຸນ,ຜູ່​ຮັບຜິດຊອບ​ການສະ​ແດງ​ລະຄອນ FAME ຢູ່​ປັກ​ກິ່ງ, ປະທານ​ບໍລິສັດ​ຊື້​ໂປ​ເວີຍ​ເຢ້ຫຸ້ນ​ສ່ວນ​ເຫັນ​ວ່າ, ​ເນື້ອ​ເລື່ອງ​ທີ່​ໃຫ້​ກຳລັງ​ໃຈ​ຄົນ​ໄດ້​ເຮັດ​ໃຫ້​ໄວ​ຫນຸ່ມ​​ສະ​ໄຫມ​ນີ້​ສະທ້ອນ​ໃຈ​ຫລາຍ.

ການ​ນຳ​ເອົາລະຄອນ​ດົນຕີ​ເລື່ອງ​ນີ້​ມາສະ​ແດງ​ຢູ່​ຈີນ,ຂ້ອຍ​ຮູ້ສຶກ​ວ່າມັນ​ຈະ​ເກີດຜົນ​ສະທ້ອນ​ທີ່​ດີຕໍ່​​ໄວ​ຫນຸ່ມ​ທັງຫລາຍ,ສາມາດ​ລະດົມ​ໃຫ້​ເຂົາ​ເຈົ້າພະຍາຍາມ​ບັນລຸ​ຄວາມ​ຝັນ​ຂອງ​ຕົນ​ເອງ.

ພວກ​ເດັກນ້ອຍ​ແລະ​ນັກຮຽນ​ທີ່​ພວມ​ພັກ​ຫນາວ​ກໍ່​ແມ່ນ​ຜູ່​ຊົມ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຕະຫລາດ​ສະ​ແດງ​ຍາມ​ກຸດ​ຈີນ​ຄື​ກັນ.​ໂຮງ​ລະຄອນ​ໃຫຍ່​ຫລາຍ​ແຫ່ງ​​ກໍ່​ໄດ້ພິຈາລະນາ​ເຖິງ​ຂໍ້​ນີ້​,​ແລະ​ໄດ້​ຈັດ​ໃຫ້​ມີ​ລະຄອນ​ເດັກ.​ໂຮງ​ລະຄອນ​ສິນລະປະ​ເດັກນ້ອຍຂອງ​ຈີນ​ໄດ້​ຈັດ​ໃຫ້​ມີ​ການສະ​ແດງ​ລະຄອນ​ສອງ​​ເລື່ອງລຽນຕິດ, ​ເລື່ອງ ທ້າຍ​ຢາງ​ນຽວ ຄື​ເລື່ອງ ນົກ​ຕາ​ເວັນ​ຈະ​ເລີ່​ມສະ​ແດງ​ແຕ່​ມື້​ອອກ​ໃຫມ່​ສາມ​ຄ່ຳ​ເດືອນ​ຈຽງ​ຫລື ວັນ​ທີ 16 ກຸມພາ​ຈົນ​ຮອດ​ວັນ​ທີ 7 ມີນາ.

1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ