ຄວາມ​ຫລາກ​ຫລາຍ​ຂອງ​ຕະ​ຫລາດ​ວັດ​ທະ​ນະ​ທຳ​ຍາມ​ບຸນ​ກຸດ​ຈີນ​ໃນ​ນະ​ຄອນ​ຫລວງ​ປັກ​ກິ່ງ​

(GMT+08:00) 2010-02-11 09:36:51     cri

ນາງ​ຈູ້​ຈິ່ງ​ກ່າວ​ວ່າ, ນອກຈາກ​ມີ​ລາຍການ​ທີ່​ຈັດ​ສຳລັບຜູ່​ຊົມ​ທີ່​ມັກ​ສິນ​ລະ​ປະພື້ນ​ເມືອງ​ແລ້ວນັ້ນ, ​ເຂົາ​ເຈົ້າຍັງ​ຢາກ​ດຶງ​ດູດ​ຊາວ​ຫນຸ່ມ​ທີ່ມັກ​ສິນລະປະ​ ​ຕາ​ເວັນ​ຕົກ, ສະນັ້ນ,ຈິ່ງ​ໄດ້​ຈັດ​ໃຫ້​ມີ​ງານ​ດົນຕີ JAZZ ທີ່​ເສບ​ໂດຍ​ຄະນະ​ດົນຕີ jazz ​ເຢຍລະ​ມັນ​ໃນ​ມື້​ຂຶ້ນ 7 ຄ່ຳ​ເດືອ​ນຈຽງ​ຄື​ວັນ​ທີ 20 ກຸມພາ​ນີ້.

ການ​ເຕັ້ນລຳ​ທັນ​ສູະ​ໄຫມ, ການ​ເຕັ້ນ​ບາ​ເລ​ແລະ​ດົນຕີ​ຊິ​ມ​ໂຟນີມັກ​ຈະ​ດຶງ​ດູດ​ຜູ່​ຊົມ​ໄວ​ຫນຸ່ມ​ທີ່​ນິຍົມ​ສິ່ງ​ທັນ​ສະ​ໄຫມ.​ໃນຍາມທີ່​ມີ​ການສະ​ແດງ​ທີ່​ສຳ ຄັນ,ສະຖານ​ທີ່​ສະ​ແດງ​​ໃຫຍ່ໆຕ່າງໆ​ເຊັ່ນ​ໂຮງ​ລະຄອນ​ແຫ່ງ​ຊາດ​, ​ຫໍ​ດົນຕີ​ປັກ​ກິ່ງ​ແລະ​ອຶ່ນໆ​ລ້ວນ​​ແຕ່​ໄດ້​ເຊີນ​ຄະນະ​ສະ​ແດງ​ຈາກ​ປະ​ເທດ​ຕາ​ເວັນ​ຕົກ​ຫລາຍ​ຄະນະມາສະ​ແດງ​ການ​​ເຕັ້ນ​ບາ​ເລຣັດ​ເຊຍ​ຫລື​ການ​ເສບ​ດົນຕີ​ໂດຍ​ຄະນະ​ດົນຕີ​ເພດ​ຍິງ​ຍີ່​ປຸ່ນ.ສ່ວນ​ລະຄອນ​ດົນຕີ​ເລື່ອງ FAME ທີ່​ເປັນ​ລະຄອນ​ຮ້ອງ​ອະມະຕະ​ຂອງ Broadway ຂອງອາ​ເມ​ລິ​ກາ​ກໍ່​ຈະ​ເຮັດ​ໃຫ້​ຊາວ​ຫນຸ່ມ​ຈີນ​ຮູ້ສຶກ​ເຖິງ​ຄວາມ​ລຳບາກ​ແລະ​ຄວາມ​ມ່ວນ​ຊື່ນ​ໃນ​ການ​ສູ້​ຊົນ​ກັບ​ຊີວິດ.

1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ