
ໃນສະໄໝຕົ່ງຈິ່ນຂອງຈີ້ນເມື່ອ2000ກວ່າປີກ່ອນ,ທາວຢວນມິນ ນັກວັນນະຄະດີຜູ່ມີຊື່ສຽງໄດ້ຂຽນບົດທີ່ງົດງາມປະທັບໃຈບົດໜຶ່ງທີ່ມີຊື່ວ່າ"ທາວຮວາຢວນຈີ້"ຫຼືວ່າເມືອງລັບແລ.ໃນບົດນີ້,ເພິ່ນໄດ້ວາດພາບເມືອງລັບແລທີ່ມີທິວທັດທຳມະຊາດສວຍສົດງົດງາມ,ປະຊາຊົນດຳລົງຊີວິດແບບທຳມະຊາດ,ສະຫງົບສຸກ.ຫຼາຍພັນປີມານີ້,ຄົນຈີນຫຼາຍໆຄົນລ້ວນແຕ່ຢາກຊອກຫາເມືອງລັບແລທີ່ເປັນເມືອງໃນຝັນແຫ່ງນີ້. ພວກເຮົາຈະພາທ່ານໄປນະຄອນຈ່າງເຈ່ຍເຈ້ແຂວງຫູນານ ທີ່ຢູ່ພາກໃຕ້ຂອງຈີນເພື່ອໄປຊົມທິວທັດຕົວຈິງຂອງອູຫຼິງຢວນທີ່ເປັນທີ່ຕັ້ງເມືອງລັບແລໃນບົດທີ່ສວຍງາມຂອງທາວຢວນມິງ.

ອູຫຼິງຢວນທີ່ນັກວັນນະຄະດີໃນແຕ່ກ່ອນຂຽນໃນບົດນັ້ນດຽວນີ້ໄດ້ກາຍເປັນແຫຼ່ງທ່ອງທ່ຽວລະດັບຊາດຂອງຈີນ,ແຫຼ່ງທ່ອງທ່ຽວແຫ່ງນີ້ຕັ້ງຢູ່ໃຈູກາງສາຍພູອູຫຼິງຢວນ ທາງພາກຕາເວັນຕົກສຽງເໜືອຂອງແຂວງຫູນານ,ຂຶ້ນກັບເຂດອູຫຼິງຢວນນະຄອນຈ່າງເຈ່ຍເຈ້.ທ້າວອາສາຍ ຜູ່ນຳທ່ຽວຂອງອູຫຼີ້ງຢວນແນະນຳວ່າ:"ໃຈກາງແຫຼ່ງທ່ອງທ່ຽວອູຫຼິງຢວນມີເນື້ອທີ່296ກິໂລຕາແມັດ,ປະກອບດ້ວຍ3ພາກສ່ວນຄືສວນສາທາລະນະປ່າສະຫງວນແຫ່ງຊາດຈ່າງເຈ່ຍເຈ້,ປ່າສະຫງວນພູທຽນຈືແລະເຂດສະຫງວນໂຊຊີຢູ.ຖ້າວ່າ ໄປທ່ຽວເອງ,ຕ້ອງໃຊ້ເວລາເຄິ່ງເດືອນຈິ່ງສາມາດທ່ຽວໝົດແຫຼ່ງທ່ອງທ່ຽວອູຫຼິງຢວນ."

ແຫຼງທ່ອງທ່ຽວອູຫຼິງຢວນແມ່ນພູມສັນຖານປ່າຫີນແກ້ວອັນກວ້າງໃຫຍ່ທີ່ມີໜ້ອຍໃນໂລກ.ວັນທີ7ທັນວາ1992,ອົງການຢູເນັສໂກໄດ້ຈັດອູຫຼິງຢວນເຂົ້າໃນບັນຊີມໍລະດົກໂລກສາຂາມໍລະດົກທຳມະຊາດ.ຜາຫີນສູງເຫຼົ່ານີ້,ເມື່ອເບິ່ງຈາກທາງໄກແລ້ວເໝືອນກັບໜໍ່ໄມ້ ຫີນໃຫຍ່ພົ້ນຈາກໜ້າດິນທີ່ສະຫຼັບຊັບຊ້ອນ,ເຈືອລະເນືອ ເປັນໝື່ນເຮັກຕາ.ທ້າວອາສາຍ ຜູ່ນຳທ່ຽວບອກນັກຂ່າວວ່າ:"ໃກ້ຈະຮອດປະຕູເຂົ້າສວນສາທາລະນະປ່າສະຫງວນແຫ່ງຊາດຈ່າງເຈ່ຍເຈ້ແລ້ວ,ນີ້ແມ່ນສວນສາທາລະນະປ່າສະຫງວນລະດັບຊາດແຫ່ງທຳອິດຂອງຈີນ."
<< 1 2 3 4 >>