
ຄົນນະຄອນຈ່າງເຈ່ຍເຈ້ມັກເວົ້າວ່າຫ້ວຍຈິ່ນປ່ຽນເຖິງວ່າຈະແຫ້ງແລ້ງດົນປານໃດນ້ຳກໍ່ບໍ່ບົກ,ຄັນຝົນຕົກເລື້ອຍໆນ້ຳກໍ່ຍັງໃສສະອາດຕະຫຼອດ.ຮ່ອມພູໃຫຍ່ທີ່ຍາວເກືອບ6ກິໂລແມັດຄົດລ້ຽວໄປຕາມຫ້ວຍຈິ່ນປ່ຽນ,ຄັນຍ່າງເອົາຕ້ອງໃຊ້ເວລາ2ຊົ່ວໂມງເຄິ່ງ.ສະນັ້ນ,ເພື່ອຜ່ອນຄາຍອາລົມຂອງນັກທ່ອງທ່ຽວ,ຄົນທ້ອງຖິ່ນໄດ້ສ້າງເສົາຫີນນ້ອຍຫຼາຍໆເສົາຢູ່ແຄມຫ້ວຍເພື່ອໃຫ້ຍ່າງແບບອອກກຳລັງກາຍ,ທັງທ່ຽວຊົມຮ່ອມພູໃຫຍ່.ນ້ຳໄຫຼຖາດໆ,ນົກຮ້ອງຈິກໆ,ປາໃນນ້ຳລ່ອງລອຍຢ່າງມ່ວນຊື່ນ,ຫີນຫຼາຍສີເຊັ່ນສີແດງ,ສີຂຽວແລະສີຂາວສົ່ງແສງປະກາຍເຫຼື້ອມຍິບໆໃນນ້ຳ.ນາງສ້ຽວຊິ້ງ ຜູ່ນຳທ່ຽວບອກພວກເຮົາວ່າ,ຕ້ອງລະມັດລະວັງໃນເວລາຊົມທິວທັດທີ່ສວຍງາມ,ເພາະອາດຈະພົບລິງໃນປ່າ.ນາງບອກວ່າ:"ລີງໃນປ່າແຫ່ງນີ້ຍ້ອນພົບຄົນຫຼາຍແລ້ວ,ມັນຈິ່ງບໍ່ຢ້ານຄົນ,ແຕ່ຫາກແມ່ນຄົນຢ້ານລິງ,ແທ້ໄດ໋,ມັນຈະຍາດເຄື່ອງຂອງເຈົ້າ."

ຜູ່ທີ່ເຄີຍໄປທ່ຽວຮ່ອມພູຈິ່ນປ່ຽນຊີລ້ວນແຕ່ເວົ້າວ່າມັນງາມປານຮູບແຕ້ມແລະເປັນແດນສະຫວັນໃນເມືອງມະນຸດ.ຍ່າງຕາມເສົາຫີນນ້ອຍຕາມແຄມຝັ່ງຫ້ວຍຈິ່ນປ່ຽນຈະເຫັນທິວທັດທີ່ສວຍງາມປະກົດສູ່ສາຍຕາ ຢ່າງບໍ່ຂາດສາຍ.ທ້າວອາສາຍ ຜູ່ນຳທ່ຽວບອກວ່າ: "ນີ້ແມ່ນແຫຼ່ງທ່ອງທ່ຽວແຫ່ງທຳອິດໃນການທ່ຽວຫ້ວຍຈິ່ນປ່ຽນພວກເຮົາເທື່ອນີ້,ຄືພູແມ່ກັບລູກ.ເບິ່ງແມ້,ໃນຮ່ອມພູຕໍ່ໜ້າມີພູນ້ອຍແຫ່ງໜຶ່ງມີຮູບຊົງຄ້າຍຄືກັບແມ່ໄວກາງ ພວມອຸ້ມລູກຕົນ,ສ່ວນເດັກນ້ອຍນອນຢູ່ໃນອ້ອມກອດຂອງແມ່ຢ່າງມີຄວາມສຸກ.ຄົນທ້ອງຖິ່ນພວກເຮົາເອີ້ນພູນີ້ວ່າ ເຈົ້າແມ່ກວນອິ່ມມອບລູກ.ຄູ່ຜົວເມຍທີ່ແຕ່ງງານໃໝ່ຫຼືວ່າຄູ່ຜົວເມຍທີ່ແຕ່ງງານແລ້ວບໍ່ມີລູກຈະມາໄຫວ້ພູໜ່ວຍນີ້ເພາະເຊື່ອວ່າຈະມີລູກແນ່ນອນ."

ເມື່ອເບິ່ງຜາຫີນທີ່ສະຫຼັບຊັບຊ້ອນແລະມີຮູບຮ້ອຍແບບພັນແນວ,ນັກທ່ອງທ່ຽວຕ້ອງໃຊ້ຈິນຕະນາການສຳນຶກກັບຄວາມມະຫັດສະຈັນຂອງທຳມະຊາດ.ຕົວຢ່າງວ່າ,ພູໜ່ວຍໜຶ່ງທີ່ມີຊື່ວ່າ"ຕືໂປຍກາຍເຈ່ຍເມຍ"ກໍ່ຕ້ອງໃຊ້ຈິນຕະນາການໄປຄຶດເອົາເອງວ່າຄືຫຍັງ,ທ້າວອາສາຍ ຜູ່ນຳທ່ຽວບອກວ່າ:"ພະຖັງຊຳຈັງພ້ອມດ້ວຍລູກສິດເມື່ອໄປອັນເຊີນພະໄຕປີດົກຈາກຊົມພູທະວີບແລ້ວ,ຕືໂປຍກາຍກໍ່ກັບຄືນໄປຮອດບ້ານກ່າວລາວຈ່ວງ,ພານາງກ່າວທີ່ເປັນເມຍໄປທ່ຽວແຫ່ງນີ້.ເມື່ອຊຸນຫງໍຄົງຮູ້ຂ່າວນີ້ແລ້ວຢາກໄປຢອກລາວ,ກໍ່ເລີຍແປງກາຍເປັນເມຍຂອງຕືໂປຍກາຍແລະໃຫ້ລາວເຈ່ຍ.ແຕ່ວ່າມີນ້ຳໜັກໜັກຂຶ້ນເລື້ອຍໆ,ໃນທີ່ສຸດໄດ້ກາຍເປັນຫີນ,ຕັ້ງຢູ່ແຫ່ງນີ້ເລີຍ.ສຳລັບມື້ນີ້ອາກາດຮ້ອນຫຼາຍ,ຕືໂປຍກາຍຍັງໄດ້ກັ້ງຄັນຮົ່ມອີກ."
ຄວາມຈິງແລ້ວ,ພູໜ່ວຍໜຶ່ງ,ເມື່ອເສີມຈິນຕະນາການເຂົ້າໃສ່ແລ້ວກໍ່ກາຍເປັນຕືໂປຍກາຍໃນນິທານ"ໄຊຢິວ",ສ່ວນຄັນຮົ່ມກໍ່ແມ່ນຕົ້ນໄມ້ນ້ອຍໆທີ່ຢູ່ເທິງຈອມພູນັ້ນເອງ.ຫຼັງຈາກທ່ຽວເບິ່ງພູ"ຕືໂປຍກາຍເຈ່ຍເມຍ"ໃນເລື່ອງໄຊຢິວແລ້ວ,ພວກເຮົາກໍ່ໄປບ່ອນທີ່ມີຊື່ສຽງທີ່ສຸດຂອງແຫຼ່ງທ່ອງທ່ຽວຫ້ວຍຈິ່ນປ່ຽນຊີ,ນັ້ນກໍ່ຄືຜາຫີນຈິ່ນປ່ຽນ,ຫ້ວຍຈິ່ນປ່ຽນແມ່ນໄດ້ຊື່ມາຈາກຜາຫີນນີ້ລະ.ທ້າວອາສາຍ ຜູ່ນຳທ່ຽວບອກວ່າ,"ພູຈິ່ນປ່ຽນສູງ348ແມັດ,ເທົ່າກັບຕຶກສູງ110ຊັ້ນ."
<< 1 2 3 4 >>