
ຄົນທັງຫຼາຍເອີ້ນສວນສາທານະນະປ່າສະຫງວນແຫ່ງຊາດຈ່າງເຈ່ຍເຈ້ວ່າປ່າຫີນ3000ຍອດນ້ຳ800ສາຍ.ເຊິ່ງປະກອບດ້ວຍແຫຼ່ງທ່ອງທ່ຽວ5ເຂດຄືບ້ານຫວງສື,ຮ່ອມພູໃຫຍ່ຈິ່ນປ່ຽນຊີ,ບ້ານຢ້າວຈື,ຢວນເຈ່ຍເຈ້ແລະຢາງເຈ່ຍເຈ.ແຕ່ນັກຂ່າວພວກເຮົາແມ່ນໄປທ່ຽວຮ່ອມພູໃຫຍ່ຈິ່ນປ່ຽນຊີ.ທ້າວອາສາຍບອກວ່າ,"ໃນຮ່ອມພູຈິ່ນປ່ຽນຊີມີຜາຫີນໃຫຍ່ແຫ່ງໜຶ່ງທີ່ມີຊື່ວ່າຜາຫີນຈິ່ນປ່ຽນ,ເປັນໜຶ່ງໃນ3ແຫຼ່ງທ່ອງທ່ຽວພິເສດໃນສວນສາທາລະນະປ່າສະຫງວນຈ່າງເຈ່ຍເຈ້,ສະນັ້ນ,ຫ້ວຍນ້ຳທີ່ໄຫຼຜ່ານຜາຫີນຈິ່ນປ່ຽນຈິ່ງເອີ້ນວ່າຫ້ວຍຈິ່ນປ່ຽນຫຼືພາສາຈີນເອີ້ນວ່າຈິ່ນປ່ຽນຊີ"

<< 1 2 3 4 >>