
ຜາຫີນຈິ່ນປ່ຽນທາງປາຍແຫຼມ,ທາງລຸ່ມໃຫຍ່,ເປັນຮູບສີ່ຫຼ່ຽມ.ມັນເປັນຕົວແທນຂອງພູມສັນຖານປ່າຫີນແກ້ວຂອງຈ່າງເຈ່ຍເຈ້. ຍ້ອນຜາຫີນນີ້ມີທາດຊິລິຄອນ ດາຍອົກຊິດ silicon dioxide ຢ່າງຫຼວງຫຼາຍ,ສະນັ້ນ,ໃນຕອນຕາເວັນໃກ້ຈະຕົກດິນ,ແສງຕາເວັນສ່ອງໃສ່ ຜາ,ເຮັດໃຫ້ພູໜ່ວຍນີ້ເຫຼື້ອມຍິບຍັບ,ງາມອີ່ຫຼີ,ເໝືອນດັ່ງແສ້ຄຳທີ່ເປັນອາວຸດບູຮານຂອງຈີນ,ສະນັ້ນ,ພູໜ່ວຍນີ້ຈິ່ງມີຊື່ວ່າພູຈິ່ນປ່ຽນ,ແປເປັນພາສາລາວແມ່ນພູແສ້ຄຳ.

ເມື່ອຢູ່ໃນຮ່ອມພູໃຫຍ່ຈິ່ນປ່ຽນຊີ,ຢືນຢູ່ຕໍ່ໜ້າຜາຫີນທີ່ມີຮູບແປກໆ,ຄົນເຮົາສາມາດໃຊ້ຈິນຕະນາການນຶກຄິດກັບທິວທັດທຳມະຊາດທີ່ສວຍງາມ.
<< 1 2 3 4 >>