ເມືອງ​ໃໝ່​ເປ​ຊ່ວນທີ່​ມີ​ສະ​ເໜ່

(GMT+08:00) 2011-05-14 18:04:28     cri

ເມືອງ​ໃໝ່ ເປ​ຊ່ວນ​ ທີ່​ເປັນ​ເມືອງ​ນ້ອຍ​ແຫ່ງ​ໜຶ່ງ​ຢູ່​ເຂດ​ມຽນຢາງ​ ພາກ​ຕາ​ເວັນ​ຕົກສ​ຽ​ງ​ເໜືອ​ຂອງ​ແຂວງ​ເສ​ສວນ.

ເວົ້າ​ເຖິງ​ເມືອງ​ໃໝ່​ເປ​ຊ່ວນ,ທ່ານ​ອາດ​ຈະ​ສົນ​ໃຈ​ວ່າ​ເປັນ​ຫຍັງ​ພວກ​​ເຮົາ​ຈິ່ງ​​ເອີ້ນ​ເມືອງ​ນ້ອຍ​ແຫ່ງ​ນີ້​ວ່າ​ເມືອງ​ເປຊ່ວນ​ໃໝ່​ເຊິ່ງ​ເນັ້ນ​ຄຳ​ວ່າ​"ໃໝ່",ມັນ​ມີ​ສາ​ເຫດ​ຫຍັງ​ແດ່?ທ່ານ​ເຮີ​ຈີ້​ຢູ ຫົວໜ້າ​ພະ​ແນ​ກທ່ອງ​ທ່ຽວ​ນະຄອນ​ມຽນຢາງ​ບອກ​ວ່າ,​ເຫດຜົນ​​ແມ່ນ​ກ່ຽວ​ພັນ​ເຖິງ​ແຜ່ນດິນ​ໄຫວ​ຮຸນ​ແຮງ​ເວີ້​ນຊ່ວນຂອງ​ຈີນ​ເມື່ອ​ປີ2008.

ເມືອງເປຊ່ວນທີ່ຖືກທຳລາຍຈາກແຜ່ນດິນໄຫວ

ທ່ານ​ເຮີ​ຈີ້​ຢູ​ບອກ​ໃຫ້​ຮູ້​ວ່າ,​ເມື່ອ​ກ່ອນ,​ເມືອງ​ເປ​ຊ່ວນ​ເປັນ​ເມືອງ​ນ້ອຍທີ່​ມີ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ສົດ​ງົດ​ງາມ.ວັນ​ທີ12​ພຶດສະພາ2008,​ແຜ່ນ​ດິນ​ໄຫວ​ຮຸນ​ແຮງ​ເວີ້​ນຊ່ວນ​ໄດ້​ເຮັດ​ໃຫ້​ເມືອງ​ເປ​ຊ່ວນ​ກາຍ​ເປັນ​ກອງ​ຊາກ​ສະຫຼັກ​ຫັກ​ພັງ,​ເປ​ຊ່ວນ​ເປັນ​ເມືອງ​ໜຶ່ງ​ເມືອງ​ດຽວ​ທີ່​ຕ້ອງ​ສ້າງ​ໃໝ່​ຢູ່​ບ່ອນ​ອື່ນໃນ​ການ​ສ້າງສາ​ຄືນ​ໃໝ່ຫຼັງ​ແຜ່ນດິນ​ໄຫວ​ຂອງ​ແຂວງ​ເສ​ສວນ,ສະ​ນັ້ນ,​ເມືອງ​ທີ່​ສ້າງ​ໃໝ່​ແຫ່ງ​ນີ້​ຈິ່ງ​ຖືກ​ເອີ້ນ​ວ່າ​ເມືອງໃໝ່​ເປ​ຊ່ວນ​.ທ່ານ​ເຮີ​ຈີ້​ຢູບອກ​ວ່າ:"​ໃນ​ແຜ່ນດິນ​ໄຫວ12​ພຶດສະພາ,​ເມືອງ​ເປ​ຊ່ວນພໍດີ​ຢູ່​ບ່ອນ​ແຕກ​ແຫງ​ຂອງ​ພູ​ລົງ​ເມີນ​,ສະ​ນັ້ນ​ຈິ່ງ​ເສຍ​ຫາຍ​ໜັກໜ່ວງ​ທີ່​ສຸດ,ທົ່ວ​ເມືອງ​ກາຍ​ເປັນ​ກອງ​ຊາກ​ສະຫຼັກ​ຫັກ​ພັງ​ໝົດ.ພາຍຫຼັງ​ແຜ່ນດິນ​ໄຫວຜ່ານ​ໄປ​ແລ້ວ,​ໂດຍ​ອີງ​ຕາມ​ຄວາມ​ຮຽກຮ້ອງຂອງຄະນະລັດຖະບານຈີນ,​ເລືອກ​ສະຖານ​ທີ່​ແຫ່ງ​ໃໝ່​ເພື່ອ​ກໍ່ສ້າງ​ເມືອງ​ເປ​ຊ່ວນ​ໃໝ່.​ເມື່ອ​ໄດ້​ສ້າງສາ​ຄືນ​ໃໝ່​ຫຼັງ​ໄພ​ແຜ່ນດິນ​ໄຫວ2​ປີ​ປາຍ,​ເມືອງ​ເປ​ຊ່ວນ​ໃໝ່​ໄດ້​ສ້າງ​ ​ຂຶ້ນ​ແລ້ວ."

ເມືອງໃໝ່ເປຊ່ວນ

ເມືອງ​ໃໝ່ເປ​ຊ່ວນຫ່າງ​ຈາກ​ເມືອງ​ເກົ່າ23​ກິ​ໂລ​ແມັດ,​ໃກ້​ກັບ​ນ້ຳ​ອ່ານ​ຊ່າງ,ລຽບ​ຕາມ​ພູ​ຜາ,​ເງື່ອນ​ໄຂ​ທຳ​ມະ​ຊາດ​ດີ​ຫຼາຍ.​ເດືອນ​ທັນວາ​ປີ2008,ທ່ານ​ເລຂາທິການ​ໃຫຍ່​ຫູ​ຈິນທາວ​ໃນ​ເວ​ລາ​ຢື້​ຢາມ​ຖາມ​ຂ່າວ​ປະຊາຊົນ​ເຂດ​ປະສົບ​ໄພ​ຢູ່​ແຂວງ​ເສ​ສວນ,​ເພິ່ນ​ໄດ້​ຕັ້ງ​ຊື່​ໃຫ້​ເມືອງ​ໃໝ່​ວ່າ"ຢົງ​ຊ່າງ" ມີ​ຄວາມ​ໝາຍວ່າ​ວັດ​ທະນາ​ຖາວອນ​ຕະຫຼອດ​ການ.​ເດືອນ​ຕຸລາ​ປີ2010,​ເມືອງ​ໃໝ່​ເປ​ຊ່ວນ​ທີ່​ແຂວງ​ຊ່ານ​ຕົ່ງ​ຈີນ​ຊ່ວຍ​ເຫຼືອ​ກໍ່ສ້າງ​ນັ້ນ​ໄດ້​ມອບ​ຮັບ​ຢ່າງ​ເປັນ​ທາງ​ການ.

1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ