ເມືອງ​ໃໝ່​ເປ​ຊ່ວນທີ່​ມີ​ສະ​ເໜ່

(GMT+08:00) 2011-05-14 18:04:28     cri


ໃນ​ເຂດ​ຊຸມ​ຊົນ​ທີ່​ມີ​ເອກະລັກ​ພິ​ເສດ, ​2ຟາກ​ທາງ​​ເຕັມ​ໄປ​ດ້ວຍ​ຕົ້ນ​ໄມ້​ທີ່​ດົກຫນາ​ຂຽວງາມ, ຢູ່​ແຈ​ເຮືອນກໍ​​ໄດ້ປູກພືດ​ຊະນິດ​ຕ່າງໆ, ​ເຮັດ​ໃຫ້​ຄົນ​ທັງຫລາຍ​ຮູ້​ສຶກວ່າ​​ບ້ານຕັ້ງຢູ່​ໃນ​ສວນສາທາລະນະ.

ເຂດຊຸມຊົນເອີມາ

ຄອບຄົວນາງ​ຫລີ​ຈິ້ງຫາ​ກໍ່​ຍ້າຍ​ມາ​ເຂດ​ຊຸມ​ຊົນ​ເຜົ່າ​ຊຽງ, ພຽງ​ແຕ່​ຍ່າງ5​ນາທີ​ກໍ​ໄປຮອດ​ສວນສາທາລະນະ​ທີ່ໃກ້​ຄຽງ. ນາງ​ບອກ​ນັກ​ຂ່າວ​ຢ່າງ​ດີ​ອົກ​ດີ​ໃຈ​ວ່າ: " ຄອບຄົວ​ຂ້ອຍ​ຢູ່​ເຂ​ດ​ເອີ​ມາ​ຂອງ​​ເມືອງ​ໃຫມ່, 113ກວ່າຕາ​ແມັດ. ສະພາບ​ແວດ​ລ້ອມ​ດີ​ຫລາຍ, ​ເຮືອນ​ກໍ​ດີ, ຄື​ກັນ​ກັບ​​ເຮືອນທີ່​ຕັ້ງ​ຢູ່​ສວນສາ​ທາ​ລະນະ."

ໂຮງຮຽນມັດທະຍົມເປຊ່ວນທີ່ສ້າງໃໝ່

ຜູ້​ທີ່​ມີ​ຄວາມສຸກ​ຄື​ກັນ​ກັບ​ນາງ​ຫລີ​ຈິ້ງ​ນັ້ນ​ຍັງ​ມີ​ພວກ​ເດັກນ້ອຍ​ຂອງມັດທະຍົມ​ເປີ​ຍສ່ວນ​ໃຫ​ມ່. ​ເມື່ອ3ປີກ່ອນ, ​ໂຮງຮຽນມັດທະຍົມ​​ເປຊ່ວນ​ພຽງ​​ແຕ່ເປັນ​ມັດ​ທະ​ຍົມ​ທີ່​ທຳ​ມະ​ດາທີ່​ສຸດ​ແຫ່ງ1​ເທົ່າ​ນັ້ນ, ມີ​ຊື່​ສຽງ​ສະ​ເພາະ ແຕ່​​ເມືອງ​​ເປ​ຊ່ວນ​ແລະ​ບໍ​ລິ​ເວນ​​ອ້ອມ​ແອ້ມ. ​ໃນ​ແຜ່ນດິນ​ໄຫວ​12​ພຶດສະພາ​ປີ 2008, ​ໂຮງຮຽນມັດທະຍົມ​​ແຫ່ງ​ນີ້​ໄດ້​ຮັບ​ຜົນ​ກະທົບ​ຫລາຍ​ທີ່​ສຸດ, ​ເປັນຄວາມ​ຊົງ​ຈຳ​ທີ່​ລຶມຍາກ​ທີ່​ສຸດ, ບໍ່​ພຽງ​ແຕ່​ຍ້ອນ​ຄວາມ​ເສຍ​ໃຈ, ຍັງ​ຍ້ອນ​ຄວາມ​ຮັກ​ແລະ​ກຳລັງ​​ໃຈ​​ຫລັງ​ເກີດແຜ່ນດິນ​ໄຫວ​. ດຽວ​ນີ້,​ໂຮງຮຽນມັດທະຍົມ​ເປ​ຊ່ວນ​ໃຫມ່​ທີ່ສ້າງ​ຂຶ້ນ​ດ້ວຍ​ເງິນ​ບໍລິຈາກຂອງ​ຄົນ​ເຊື້ອສາຍ​ຈີນ​ທົ່ວ​ໂລກ​ແລະ​ວົງ​ການ​ຕ່າງໆ​ໃນ​​ສັງຄົມໄດ້​ເລີ່​ມ​ເປີດ​ນຳ​ໃຂ້ຢ່າງ​ເປັນ​ທາງ​ການ​ໃນ​​ເດືອນ​ສິງຫາ​ປີ 2010.

 ທ່ານ​ຊ້າຍ, ຄົນ​ເຊື້ອສາຍ​ຈີນສັນຊາດ​ກາ​ນາ​ດາ​ອາຍຸ​60ກວ່າ​ປີ​ແລ້ວ, ທ່ານ​ຕັ້ງ​​ໃຈ​ມາ​ເບິ່ງ​ເມືອງ​​ໃຫມ່​​​ເປ​ຊ່ວນຈາກ​ກາ​ນາ​ດາ. ​ເວລາ​ໄດ້​ເຫັນ​ໂຮງຮຽນ​ທີ່​ສວຍງາມ​ແລະ​ເດັກນ້ອຍ​ທີ່​ເຕີບ​​ໃຫຍ່ຢ່າງແຂງ​ແຮງ​ຂອງ​ມັດທະ ຍົມ​ໃຫມ່​​ເປ​ຊ່ວນ, ທ່ານ​ຮູ້​ສຶກຕື້ນ​ຕັນ​ໃຈຫລາຍ: "​ເວລາ​ແຜ່ນດິນ​ໄຫວ​ເກີດ​ຂຶ້ນ, ຄົນ​ກາ​ນາ​ດາ​ເຊື້ອສາຍ​ຈີນ​ໄດ້​ບໍລິຈາກ​ເງິນ​ແລະ​ອຸປະກອນຢ່າງ​ຫລວງ​ຫລາຍ. ພວກ​​ເຮົາໄດ້ປຸກລະດົມ​ຄົນ​ຈີນ​ໃຫ້​ບໍລິຈາກ​​, ພວກ​ເຮົາ​ບໍລິຈາກ​ຫລາຍ​ປານ​ໃດ, ລັດຖະບານການາ​ດາ​ກໍ​ສະຫນັບສະຫນູນ​ຫລາຍ​ເທົ່າ​ນັ້ນ​. ໝາຍ​ຄວາມ​ວ່າ, ພວກ​​ເຮົາ​ບໍລິຈາກ1​ຢວນ, ລັດຖະບານ​ກາ​ນາ​ດາ​ກໍ​ບໍລິຈາກ1​ຢວນຄື​ກັນ. ​ໄດ້​ເຫັນ​ພວກ​ນັກຮຽນ​ທີ່​ຫນ້າ​ຮັກ, ​ເຂົາ​​ເຈົ້າ​ເຕີບ​ໃຫຍ່​ຢ່າງ​ແຂງ​ແຮງ, ມີ​ອຸດົມ​ການ​ຍາຍ​ໄກ, ​ແລະຈິດ​ໃຈ​ຮູ້​ບຸນຄຸນ, ສິ່ງ​ເຫຼົ່ານີ້​ມີ​ຜົນ​ດີ​ຫລາຍ​ຕໍ່​ອະນາຄົດ​ຂອງ​ເຂົາ​ເຈົ້າ."

ການ​ສ້າງສາ​ຄືນ​ໃຫມ່​ຫລັງ​ແຜ່ນດິນ​ໄຫວ​ມາໃນ3​ປີ​, ​ໄດ້​ເຮັດ​ໃຫ້​ເມືອງ​ ​ເຜົ່າ​ຊຽງ​ມີ​​ໂສມ​ຫນ້າ​ໃຫມ່, ປະຊາຊົນ​​ເປ​ຊ່ວນ​ທີ່​ຮັກ​ແຂກ​ແພງ​ຄົນ, ຈະ​ຕ້ອນຮັບ​​ເພື່ອນ​ມິດທັງຫລາຍທີ່​ມາ​ຈາກ​ແຫ່ງ​ຕ່າງໆ​ດ້ວຍ​ຈິດ​​ໃຈ​ຮູ້​ບຸນ​ຄຸນ, ຮອຍຍິ້ມທີ່​ມີ​ຄວາມ​ສຸກ​ແລະ​ທິວ​ທັດ​ທີ່​ສວຍ​ງາມຂອງ​​ເຂົາ​ເຈົ້າ.


1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ