ເມືອງ​ໃໝ່​ເປ​ຊ່ວນທີ່​ມີ​ສະ​ເໜ່

(GMT+08:00) 2011-05-14 18:04:28     cri

ຖະໜົນການ​ຄ້າ"ບາ​ນາ​ຊາ"​ແມ່ນ​ໜຶ່ງ​ໃນ​ບັນດາສິ່ງ​ກໍ່ສ້າງທີ່​ເປັນ​ສັນຍະລັກ​ຂອງ​ເມືອງ​ໃໝ່​ເປ​ຊ່ວນ.​ນາງ​ໂກວຢ້ຽນ ພະນັກງານ​ພະ​ແນ​ກວັດທະນະທຳ​ການທ່ອງ​ທ່ຽວ​ເປ​ຊ່ວນບອກ​ວ່າ: "ບາ​ນາ​ຊາ"​ແມ່ນ​ພາສາ​ເຜົ່າ​ຊ່ຽງ,ມີ​ຄວາມ​ໝາຍວ່າ"ບ່ອນ​ຊື້​ຂາຍ​ສິນ​ຄ້າ"

""ບາ​ນາ​ຊາ"ຕົ້ນຕໍ​ແມ່ນ​ສ່ອງ​​ແສງ​ໃຫ້​ເຫັນ​ວັດທະນະທຳ​ດັ້ງ​ເດີມ​ແລະ​ຜະລິດ​ຕະພັນ​ພິ​ເສດ​ຂອງ​ເຜົ່າ​ຊ່ຽງ​ເປ​ຊ່ວນ​ເຊັ່ນ​ວ່າ​ເຄື່ອງ​ຖັກ​ແສ່ວ​ເຜົ່າ​ຊ່ຽງ,​ເຄື່ອງ​ນຸ່ງ​ເຜົ່າ​ຊ່ຽງ,ດົນຕີ​ເຜົ່າ​ຊ່ຽງ,ຜະລິດ​ຕະພັນ​ທ້ອງ​ຖິ່ນ​ພິ​ເສດ​ແລະ​ອື່ນໆ.​ໃນ​ນັ້ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວັດ​ທະ​ນະ​ທຳ​ເຜົ່າ​ຊ່ຽງ​ຈາກ8​ດ້ານ​ເຊັ່ນ​ດົນຕີ​ເຜົ່າ​ຊ່ຽງ​ເປ​ຊ່ວນ,​ເປ​ຊ່ວນທີ່​ມີ​ສະ​ເໜ່,ຫົວຄິດ​ປະດິດ​ສ້າງ​ຂອງ​ເປ​ຊ່ວນ,​ເປ​ຊ່ວນດັ້ງ​ເດີມ,ນາໆ​ສີສັນ​ເປ​ຊ່ວນ,ລາຕີ​ເປ​ຊ່ວນ​ແລະ​ທ່ຽວ​ເມືອງ​ເປ​ຊ່ວນຢ່າງ​ສະໜຸກ​ສະໜາ​ນ​ເປັນ​ຕົ້ນ,​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ໄດ້​ສຳຜັດ​ຮູ້​ເຖິງ​ການ​ປ່ຽນ​ແປງ​ຂອງ​ວັດທະນະທຳ​ເຜົ່າ​ຊ່ຽງ​ບູຮານ​ຈາກ​ແບບ​ດັ້ງ​ເດີມ​ເປັນ​ແບບ​ທັນ​ສະ​ໄໝ."

ທ່ານຈູຫົງຈື້ ຜູ່ສືບທອດສືມືເຮັດເຄື່ອງເຄືອບເງົາເປຊ່ວນ

ທ່ານ​ຈູ​ຫົງ​ຈື້​ແມ່ນ​ຄົນ​ເມືອງ​ເປ​ຊ່ວນ​ແທ້ໆ,​ເພິ່ນ​ພ້ອມ​ກັບ​ເມຍ​ໄດ້​ເປີດ​ຮ້ານ​ນ້ອຍ​ແຫ່ງ​ໜຶ່ງ​ຢູ່​ຖະໜົນ​ການ​ຄ້າ​ໂດ​ຍຂາຍ​ເຄື່ອງ​ເຄືອບ​ເງົາເ​ຊັ່ນເຟີ້​ນີ​ເຈີ້​ແລະ​ເຄື່ອງ​ຫັດຖະກຳ​ທີ່​ຜະ​ລິດ​ດ້ວຍ​ຕົນ​ເອງ.​ສື​ມື​ເຮັດ​ເຄື່ອງ​ເຄືອບ​ເງົາແມ່ນ​ເຕັກ​ນິກ​ແບບ​ໜຶ່ງ​ທີ່​ເຮັດ​ເຄື່ອງ​ຫັດ​ຖະ​ກຳ​ທີ່​ມີ​ຈຸດ​ພິ​ເສດ​ຫຼາຍ​ຢ່າງ​ເຊັ່ນ​ທົນ​ຄວາມ​ຮ້ອນ,​ເຊື່ອມ​ກັດ​ແລະ​ກັນ​ທາດ​ກົດ​ໄດ້.ທ່ານ​ຈູ່​ຫົງ​ຈື້​ຮຽນ​ສີມື​ນີ້​ຕັ້ງ​ແຕ່​ອາຍຸ10​ປາຍ​ປີ,ປະຈຸ​ບັນ,​ເພິ່ນ​ເປັນ​ຜູ່​ສຶບທອດ​ສື​ມື​ເຮັດ​ເຄື່ອງ​ເຄືອບ​ເງົາເຜົ່າ​ຊ່ຽງ​ເປ​ຊ່ວນພຽງຜູ່​ດຽວ.

ເມື່ອ​ເວົ້າ​ເຖິງ​ສາ​ເຫດ​ທີ່​ເປີດ​ຮ້ານ​ຢູ່​ຖະໜົນ​ການ​ຄ້າ"ບາ​ນາ​ຊາ",ທ່ານ​ຈູ່ຫົງ​ຈື້ກ່າວ​ວ່າ,​ເພິ່ນ​ຢາກ​ໃຫ້​ຄົນ​ນັບ​ມື້​ນັບ​ຫຼາຍ​ຮູ້ຈັກ​ກັບ​ວັດ​ທະ​ນະ​ທຳ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ເຜົ່າ​ຊ່ຽງ.
"ຢູ່​ຖະໜົນ​ການ​ຄ້າ"ບາ​ນາ​ຊາ"​ມີ​ນັກ​ທ່ອງ​ທ່ຽວ​ຫຼາຍ,ພວກ​ເຮົາ​ສະ​ແດງ​ມໍລະດົກ​ວັດ​ທະ​ນະ​ທຳ​ເຄື່ອງ​ເຄືອບ​ເງົາ​ທີ່​ສືບ​ທອດ​ມາ​ຈາກ​ບັນພະ​ບູລຸດ​ເຜົ່າ​ຊ່ຽງ,​ໃຫ້​ນັກ​ທ່ອງ​ທ່ຽວ​ຊື້​ເຄື່ອງ​ຫັດຖະກຳ​ແລະ​ຜະລິ​ດຕະພັນ​ຂອງ​ເຜົ່າ​ຊ່ຽງ​ພວກ​ເຮົາ​,​ໃຫ້​ເຂົາ​ເຈົ້າ​ຮັບ​ຮູ້​ຈຸດ​ພິ​ເສດ​ຂອງ​ເຜົ່າ​ຊ່ຽງ​ພວກ​ເຮົາ."

ນອກຈາກ​​ແຫຼ່ງທ່ອງ​ທ່ຽວ​ທີ່​ເໝາະ​​ແກ່​ການ​​ເລາະ​ທ່ຽວ​​ເຊັ່ນ: ຖະຫນົນການ​ຄ້າ​ປານາຊາແລ້ວ,ເມືອງ​ໃຫມ່​​ເປຊ່ວນ​ຍັງ​ເປັນ​ບ້ານ​ໃຫມ່​ສຳລັບ​ປະຊາຊົນ​ດຳລົງ​ຊີວິດ​ຢ່າງ​ມີ​ຄວາມສຸກ. ​ເຂດ​ໃຫມ່​ເປ​ຊ່ວນຕັ້ງ​ຢູ່​ລະຫວ່າງ​ແມ່ນ້ຳ​ອ່ານ​ຊ່າງ​ແລະ​ລຽບ​ສາຍພູ​ເປັນ​ລຽງ​ລາຍ, ​ແມ່​ນ້ຳ​ທີ່ໃສ​ໄຫລ​ຜ່ານ​ຈາກ​ທິດເຫນືອ​ຫາ​ທິດໃຕ້ຂອງ​ເມືອງ, ຕົ້ນ​ໄມ້​ທີ່​ປູກ​ໃຫມ່​ມີ​ຊີວິດ​ຊີວາ​ຫລາຍ. ​ເຮືອນ​ຢູ່​ທີ່​ສະອາດ​ງາມ​ຕາ​ແລະ​ອອກ​ແບບ​ພິ​ເສດ​ລຽງ​ເປັນ​ແຖວ​ຢ່າງ​ເປັນ​ລະບຽບ​ຮຽບຮ້ອຍ, ​ໄດ້​ກາຍ​ເປັນ​ພາບທີ່​ງາມ​ທີ່​ສຸດ​ຂອງ​ເມືອງ​ໃຫມ່.

1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ