ເມືອງ​ໃໝ່​ເປ​ຊ່ວນທີ່​ມີ​ສະ​ເໜ່

(GMT+08:00) 2011-05-14 18:04:28     cri


ເມືອງ​ເປ​ຊ່ວນ​ເປັນ​​ເມືອງປົກຄອງ​ຕົນ​ເອງ​ເຜົ່າ​ຊ່ຽງ​ພຽງ​ແຫ່ງ​ດຽວ​ຂອງ​ຈີນ,ສະ​ນັ້ນ,​ເມືອງ​ເປ​ຊ່ວນ​ທີ່​ສ້າງ​ໃໝ່​ນັ້ນ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ໂສມ​ໜ້າ​ເຜົ່າ​ຊ່ຽງ,ສືບ​ທອດ​ວັດ​ທະ​ນະ​ທຳ​ດັ້ງ​ເດີມ,ການ​ກໍ່ສ້າງ​ຕົວ​ເມືອງ​ໄດ້​ວາງ​ເປົ້າ​ໝາຍ​ພັດທະນາ​ຄື"ປອດ​ໄພ,ໜ້າ​ຢູ່,ຈະ​ເລີ​ນຮຸ່ງ​ເຮືອງ,ມີ​ເອກະລັກ​ພິ​ເສດ,ສີວິ​ໄລ​ແລະ​ກົມກຽວ​ກັນ",ສ້າງ​ສະພາບ​ແວດ​ລ້ອມ​ຕົວ​ເມືອງ​ທີ່​ມີ​ພູ​ຜາ​ແມ່​ນ້ຳ​ກັບ​ຕົວ​ເມືອງ​ເຊື່ອມ​ໂຍງ​ເຂົ້າກັນ​ຢ່າງ​ຈົບງາມ,ກ້າວ​ໄປ​ສູ່​ເມືອງທ່ອງ​ທ່ຽວ​ລະດັບ​ສາກົນ.ທ່ານ​ເຮີ​ຈີ້​ຢູ ຫົວໜ້າ​ພະ​ແນ​ກທ່ອງ​ທ່ຽວ​ນະຄອນ​ມຽນຢາງ​ກ່າວ​ວ່າ:

"​ຜັງ​ວາດ​ເມືອງ ໃໝ່​ເປ​ຊ່ວນ​ໄດ້​ເຕົ້າ​ໂຮມ​ຊ່າງ​ອອກ​ແບບ​ຜັງ​ເມືອງລະດັບ​ໜຶ່ງ​ຂອງຈີນ,ສ່ອງ​ແສງ​ໃຫ້​ເຫັນ​ແນວ​ຄິດ​ທີ່​ມີ​ວິທະຍາສາດ​ແລະ​ທັນ​ສະ​ໄໝ.​ໂດຍ​ສະ​ເພາະ​ແມ່ນ​ການ​ອອກ​ແບບ​ໃຫ້​ໜ້າ​ຢູ່,​ແລະ​ເປັນ​ຕາ​ໄປ​ທ່ຽວ​ນັ້ນ​ເຮັດ​ໄດ້​ດີ​ຫຼາຍ.​ເວົ້າ​ຈາກ​ດ້ານ​ອອກ​ແບບ​ແລ້ວ,ການ​ກໍ່ສ້າງ​ທັງ​ໝົດ​ແມ່ນ​ມີ​ເອກະລັກ​ແບບ​ດຽວ​ກັນ​ໂດຍ​ພື້ນຖານ,​ເຊິ່ງ​ໂຮມ​ສູນ​ສະ​ແດງ​ໃຫ້​ເຫັນ​ເຖິງ​ເອກະລັກ​ພິ​ເສດ​ຂອງ​ສະ​ຖາ​ປັດ​ຕະ​ຍະ​ກຳ​ເຜົ່າ​ຊ່ຽງ.​ເວົ້າ​ໃນ​ດ້ານ​ບົດບາດ​ຂອງ​ຕົວ​ເມືອງ​ແລ້ວ,ພວມ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ໃຫ້​ສົມບູນ​ຂຶ້ນ​ເປັນ​ກ້າວໆ​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຄົນ​ຍຸກ​ປະຈຸ​ບັນ.ທັງ​ໝົດ​ເຫຼົ່ານີ້​ລ້ວນ​ແຕ່​ໄດ້ພິຈາລະນາ​ຢ່າງ​ລະອຽດ​ຮອບ​ຄອບ​ເລີ່​ມ​ແຕ່​ຫົວທີ​ໃນ​ການ​ກໍ່ສ້າງ​ເປ​ຊ່ວນ​ໃຫ້​ເປັນ​ເມືອງ​ນ້ອຍ​ທ່ອງ​ທ່ຽວ​ສາກົນ."


ການ​ອອກ​ແບບ​ເມືອງ​ທີ່​ເປີດ​ເຜີຍ​ລຽບ​ງ່າຍ,​ຖະ​ໜົນ​ຫົນທາງ​ທັງ​ກວ້າງ​ທັງ​ສະອາດ,​ໂຮງຮຽນ​ທີ່​ປະ​ກອບ​ສິ່ງ​ກໍ່ສ້າງ​ຄົບ​ຖ້ວນ​ສົມບູນ,ສວນ​ດອກ​ໄມ້​ໃຈ​ກາງ​ເມືອງ​ທີ່​ສວຍ​ສົດ​ງົດ​ງາມ,​ຖະ​ໜົນ​ການ​ຄ້າທີ່​ມີ​ເອກະລັກ​ສະ​ເພາະ​ຕົວ,​ຕຶກ​ອາຄານ​ຊຸມ​ຊົນລຽນ​ກັນ​ຢ່າງ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ,ທັງ​ໝົດ​ເຫຼົ່າ​ນີ້​ໄດ້​ປະກອບ​ເປັນ​ພາບ​ງາມ​ຂອງ​ເມືອງ​ໃໝ່ເປ​ຊ່ວນ​.

ໃນ​ຖານະ​ເປັນ​ເມືອງ​ປົກຄອງ​ຕົນ​ເອງ​ເຜົ່າ​ຊ່ຽງ​ພຽງ​ແຫ່ງ​ດຽວ​ຂອງ​ຈີນ, ຜັງ​ວາດ​ແລະ​ການ​ກໍ່​ສ້າງ​ຂອງ​ເມືອງ​ເປ​ຊ່ວນ​ໃໝ່​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ວັດທະນະທຳ​ດັ້ງ​ເດີມ​ຂອງ​ເຜົ່າ​ຊ່ຽງ​ຢ່າງ​ເຕັມທີ່,ມີ​ເອກະ​ລັກສີສັນ​ເຜົ່າ​ຊ່ຽງ​ອັນ​ເຂັ້ມ​ຂຸ້ນ.ບໍ່​ວ່າ​ສິ່ງກໍ່ສ້າງ​ສາ​ທາ​ລະ​ນະ,​ເຮືອນ​ປະ​ຊາ​ຊົນ​ຫຼື​ສິ່ງ​ກໍ່ສ້າງດ້ານການ​ບັນ​ເທີ​ງລ້ວນ​ແຕ່ ​ມີ​ເອກ​ກະ​ລັກ​ພິ​ເສດ​ຂອງ​ເຜົ່າ​ຊ່ຽງ.ຍ້ອນ​ວ່າ​ແກະ​ແມ່ນ​ສັດ​ບູຊາ​ຂອງ​ເຜົ່າ​ຊ່ຽງ​ບູຮານ,ສະ​ນັ້ນ,ຮູບ​ສັນຍະລັກ​ເຜົ່າ​ຊ່ຽງ​ຕ່າງໆ​ເຊັ່ນ​ວ່າ​ເຂົາ​ແກະ,ຫົວ​ແກະ​ຢູ່​ໃນ​ເມືອງ​ໃໝ່ ເປ​ຊ່ວນ​ມີ​ໃຫ້​ເຫັນ​ຢູ່​ທົ່ວ​ທຸກ​ແຫ່ງ​ຫົນ.​ໃນ​ນັ້ນ,​ຖະ​ໜົນ​ການ​ຄ້າ"ບາ​ນາ​ຊາ"​ແມ່ນ​ພົ້ນ​ເດັ່ນ​ທີ່​ສຸດ.

ຖະໜົນການຄ້າ"ບານາຊາ"

1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ