ແຂວງ​ກວາງ​ຕຸ້ງ​ຈີນ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ກັບ​ອາ​ຊຽນ

(GMT+08:00) 2010-02-08 10:12:51     cri

ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ໄດ້​ສ້າງ​ສຳ​ເລັດ​ໃນ​ວັນ​ທີ 1 ມັງກອນ​ປີ​ນີ້​ຢ່າງຮອບດ້ານ​ແລ້ວ, ​ໃນ​ເຂດ​ການ​ຄ້າ​ເສລີ​ທີ່​ມີ​ຜູ່​ບໍລິ​ໂພ​ກ 1 ຕື້ 900 ລ້ານ​ຄົນ,ຈະມີ​ບົດບາດ​ສຳຄັນ​ຕໍ່​ເສດຖະກິດ​ພາກ​ພື້ນ​ກໍ່​ຄື​ຂອງ​ທົ່ວ​ໂລກ.ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ນັກ​ຂ່າວ cri ​ໄດ້​ໄປ​ສຳພາດ​ທ່ານ​ຫລຽງ​ກຸ້ຍ​ຊ່ວນ,ຮອງ​ຫົວຫນ້າ​ພະ​ແນ​ກການ​ຮ່ວມ​ມືດ້ານ​ເສດຖະກິດ​ການ​ຄ້າ​ກັບ​ຕ່າງປະ​ເທດ​ຂອງ​ແຂວງ​ກວາງຕຸ້ງ​ຈີນ​ກ່ຽວ​ກັບ​ບັນຫາ​ຕ່າງໆ​ເຊັ່ນ​ແຂວງ​ກວາງຕຸງຈະ​ເຮັດ​ແນວ​ໃດ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມມື​ກັບ​ອາ​ຊຽນ​ໃນ​ດ້ານ​ເສດຖະກິດ​ການ​ຄ້າ.

​ເລີ່​ມ​ແຕ່​ຈີນ​ກັບ 10 ປະ​ເທດອາ​ຊຽນ​ເຊັນ​ສັນຍາ​ຮ່ວມ​ກັນ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ເມື່ອ​ປີ 2002 ​ເປັນ​ຕົ້ນ​ມາ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ແຂວງ​ກວາງຕຸ້ງກັບ​ອາ​ຊຽນ​ໄດ້​ມີທ່າ​ອຽງ​ທີ່​ດີ.​ໃນ​ຫລາຍ​ປີ​ມາ​ນີ້, ການ​ຄ້າຂາ​ເຂົ້າຂາ​ອອກ​ລະຫວ່າງ​ສອງ​ຝ່າຍ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫນັກ​ແຫນ້ນ,ອາ​ຊຽນ​ແມ່ນ​ແຫ​ລ່ງທຶນ​ສຳ​ຄົນ​ຂອງ​ແຂວງ​ກວາງຕຸ​ງ​ໃນ​ທີ່​ດຶງ​ດູດ​ການ​ລົງທຶນ​ຂອງ​ຕ່າງປະ​ເທດໂດຍ​ກົງ​,​ແລະ​ກໍ່​ແມ່ນ​ເຂດ​ສຳຄັນ​ທີ່​ວິ​ສາ​ຫະກິດ​ກວາງຕຸ​ງມັກ​ໄປ​ລົງທຶນ.ທ່ານ​ຫລຽງ​ກຸ້ຍຊ່ວນ, ຮອງ​ຫົວຫນ້າ​ພະແນກການ​ຮ່ວມ​ມື​ກັບ​ຕ່າງປະ​ເທດ​ດ້ານ​ເສດຖະກິດ​ການ​ຄ້າ​ຂອງ​ແຂວງ​ກວາງຕຸ້ງ​​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ cri ວ່າ:

​ແຕ່ເດືອນ​ມັງກອນ​ຫາ​ເດືອນ​ຕຸລາ​ປີ 2009 ,​ແຂວງ​ກວາງຕຸ້ງ​ມີ​ໂຄງການ​ລົງທຶນ​ໂດຍ​ກົງ​ຈາກ​ອາ​ຊຽນ 92 ​ໂຄງການ,ມີມູນ​ຄ່າ​ 280 ລ້ານ​ໂດ​ລາ, ​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ 2008 57,1%, ​ລົງທຶນ​ຕົວ​ຈິງ 580 ລ້ານ​ໂດ​ລາ.​ໃນ​ໄລຍະ​ດຽວ​ກັນ​ນີ້,ຍອດ​ມູນ​ຄ່າ​ໃນ​ສັນຍາຮັບ​ເຫມົາໂຄງການ​ຫລື​ສັນຍາ​ຮ່ວມ​ມື​ດ້ານແຮງ​ງານ​ທີ່​ແຂວງ​ກວາງຕຸ​ງ​ເຊັນກັບປະ​ເທດ​ອາ​ຊຽນນັ້ນ​ມີ 1 ຕື້ 730 ລ້ານ​ໂດ​ລາ, ມູນ​ຄ່າ​ທຸລະ​ກິດ​ມີ 1 ຕື້ 400 ລ້ານ​ໂດ​ລາ, ​ເພີ່ມ​ຂຶ້ນ​ຢ່າງ​ຫລວງຫລາຍ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ 2008.

1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ