ແຂວງ​ກວາງ​ຕຸ້ງ​ຈີນ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ກັບ​ອາ​ຊຽນ

(GMT+08:00) 2010-02-08 10:12:51     cri

​ໃນ​ຫລາຍ​ປີ​ມາ​ນີ້, ​ແຂວງ​ກວາງຕຸ​ງ​ໄດ້​ຖື​ການ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັບປະ​ເທດ​ຕ່າງໆ​ໃນ​ອາຊຽນ​ເປັນ​ຍຸດ​ທະ​ສາດ​ສຳຄັນ​ຂອງ​​ແຂວງ ກວາງ​ຕຸ​ງ​ໃນ​ການ​ສ້າງ​ສະພາບ​ການ​ໃຫມ່​ທີ່​ໄຂ​ປະຕູ​ສູ່​ພາຍ​ນອກ.ທ່ານ​ຫລຽງ​ກຸ້ຍ​ຊ່ວນຊີ້​ອອກ​ວ່າ, ກຸ່ມ​ວິ​ສາ​ຫະກິດ​ທີ່​ຂຶ້ໜກັບ​ແຂວງ​ກວາງຕຸ​ງ​​ແລະ​ແລະ​ວິ​ສາ​ຫະກິດ​ທີ່​ຖື​ບໍລິສັດ​​ເມ​​ເດຍ,ບໍລິສັດ​ເກີ​ລີ້​ແລະ​ບໍລິສັດ TCL ​ເປັນ​ຕົວ​ແທນ​ນັ້ນລ້ວນ​ແຕ່​ໄດ້​ລົງທຶນ​ຢ່າງ​ຫລວງຫລາຍ​ຢູ່​ປະ​ເທດ​ອາ​ຊຽນ.​ໃນ​ນັ້ນ, ບໍລິສັດ​ຫນົງ​ເຄີ່ນ​ໄດ້​ສ້າງ​ໂຮງງານ​ປຸງ​ແຕ່ງ​ຢາງພາລາ​ສາມ​ແຫ່ງ​ຢູ່​ໄທ​ແລະ​ມະ​ເລ​ເຊຍ​​ແລະ​ກຽມ​ສ້າງ​ໂຮງງານປຸງ​ແຕ່ງ​ແຫ່ງ​ທີ 4 ​ແລະ​ດຳ​ເນີນ​ການ​ທຸລະ​ກິດ​ປູກ​ ​ຢາງ​ພາລາ.

​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນສ້າງ​ສຳ​ເລັດ​ໃນປີ 2010, ​​ແລະຈະກາຍ​ເປັນ​ເຂດ​ການ​ຄ້າ​ເສລີ​ທີ່ມີ​ປະຊາກອນ 1 ຕື້ 900 ລ້ານ​ຄົນ,GDP 6 ພັນ​ຕື້​​ໂດ​ລາ,​ແລະ​ມີ​ມູນ​ຄ່າ​ການ​ຄ້າ 4500 ຕື້​ໂດ​ລາ,​ແລະ​ກໍ່​ແມ່ນ​ເຂດ​ການ​ຄ້າ​ເສລີ​ທີ່​ໃຫຍ່​ທີ່​ສຸດ​ຂອງປະ​ເທດ​ທີ່​ພວມ​ພັດທະນາ.ທ່ານ​ຫລຽງ​ກຸ້ຍ​ຊ່ວນ​ເຫັນ​ວ່າ, ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນຈະ​ສ້າງ​ສະພາບທີ່​ບໍ່​ມີ​ຝ່າຍ​ໃດ​ເສຍປຽບໃຫ້​ແກ່​ວິ​ສາ​ຫະກິດ​ແລະ​ປະຊາຊົນ​ຂອງ​ຈີນ​ເຊິ່ງລວມທັງ​ແຂວງກວາງຕຸ​ງ​ແລະ​ປະ​ເທດ​ຕ່າງໆ​ໃນ​ອາ​ຊຽນ.ທ່ານ​ກ່າວ​ວ່າ:

ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນສຳ​ເລັດ​ຈະນຳ​ເອົາ​ຜົນ​ສະທ້ອນ ອັນຕັ້ງຫນ້າ​ຈາກ​ສາມ​ດ້ານ​ແລະ​ຫມາກຜົນ​ທີ່​ບໍ່​ມີ​ຝ່ຝາຍ​ໃດ​ເສຍປຽບ​ຄື:ອັນ​ທີ​ຫນຶ່ງ: ຈະ​ຊຸກ​ຍູ້​ການ​ຄ້າຂາ​ເຂົ້າຂາ​ອອກ​ລະຫວ່າງ​ສອງ​ຝ່າຍ​​ໃຫ້ເຕີບ​ໂຕ​ຢ່າງ​ແຂງ​ແຮງ, ​ເມື່ອ​ສ້າງ​ເຂດ​ການ​ຄ້າ​ເສລີ​​ແລະ​ບັນລຸ​ການ​ປອດ​ພາສີພ້ອມ​ທັງ​ໃຫ້ການ​ຄ້າ​ສະດວກ​ຂຶ້ນ​ແລ້ວ,ກໍ່​ຈະ​​ເປີດ​ກວ້າງ​ຂະຫນາດ​ຂາ​ເຂົ້າຂາ​ອອກ​ຂອງ​ຜະລິດ​ຕະພັນ​ກົນ​ຈັກ,​ເຄື່ອງ​ໃຊ້​ປະຈຳ​ວັນ​ແລະ​ຜະລິດ​ຕະພັນ​ແບບ​ຊັບພະຍາກອນ​ລະຫວ່າງ​ກວາງຕຸ​ງກັບ​ອາ​ຊຽນ;ອັນ​ທີ​ສອງ,ການ​ລົງທຶນ​ລະຫວ່າງ​ສອງ​ຝ່າຍ​ມີ​ອະນາຄົດ​ກວ້າງຂວາງ​ແລະ​ມີ​ກຳລັງ​ແຮງ​ບົ່ມ​ຊ້ອນ​ອັນ​ມະຫາສານ.​​ເມື່ອ​ເຂດ​ການ​ຄ້າ​ເສລີ​ສ້າງ​ສຳ​ເລັດ​ແລ້ວ,ແຂວງ​ກວາງຕຸ​ງຈະ​ດຶງ​ດູດ​ທຶນ​ຈາກ​ສິງກະ​ໂປ, ມະເລ​ເຊຍ,​ໄທ,ອິນ​ໂດ​ເນ​ເຊຍ​ແລະ​ຟິລິບ​ປິນ,​ທັງ​ຈະ​ໄປ​ລົງທຶນ​ສ້າງ​ໂຮງງານ​ຢູ່​ຫວຽດນາມ, ລາວ,ມຽນມາ​ແລະ​ກຳປູ​ເຈຍ;ອັນ​ທີ​ສາມ:​ແມ່ນ​ເລັ່ງລັດ​​ພັດທະນາ​ຂະ​ແຫນງ​ການ​ບໍ​ລິ​ການ​ດ້ານ​ການ​ຄ້າ​ຂອງ​ກວາງຕຸ​ງ.

1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ