ແຂວງ​ກວາງ​ຕຸ້ງ​ຈີນ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ກັບ​ອາ​ຊຽນ

(GMT+08:00) 2010-02-08 10:12:51     cri

​ເພື່ອ​ເຜີຍ​ແຜ່​ນະ​ໂຍບາຍ​​ໃຫ້​ຂໍ້​ສະດວກພິ​ເສດ​ຂອງ​ເຂດ​ການ​ຄ້າ​ເສລີ, ​ແຂວງ​ກວາງຕຸ​້ງ​ໄດ້​ສ້າງ​ຕັ້ງ​ຫນ່ວຍງານ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ກວາງຕຸ​ງກັບ​ອາ​ຊຽນ.​ໃນ​ຂະນະ​ທີ່​ໃຫ້ການ​ອົບ​ຮົບ​ດ້ານ​ນະ​ໂຍບາຍ​ແກ່​ວິ​ສາ​ຫະກິດ,​ແລະ​ຊີ້​ນຳ​ວິ​ສາ​ຫະກິດ​ໄປ​ລົງທຶນ​ຢູ່​ຕ່າງປະ​ເທດນັ້ນ, ຫນ່ວຍ​ງານ​ນີ້​ຍັງ​ຈະ​ສ້າງ​ກົນ​ໄກ​ຮ່ວມ​ມື​ດ້ານ​ເສດຖະກິດການ​ຄ້າ​ກັບປະ​ເທດ​ສ່ວນ​ຫນຶ່ງ​ໃນ​ອາ​ຊຽນ.ທ່ານ​ຫລຽງ​ກຸ້ຍ​ຊ່ວນກ່າວ​ວ່າ:

ອັນ​ທີຫນຶ່ງ​ແມ່ນ​ສ້າງ​ກົນ​ໄກ​ປະສານ​ງານ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ກວາງຕຸ​ງກັບ​ອາ​ຊຽນ.ປັດຈຸບັນ, ​ແຂວງ​ກວາງຕຸ​ງກັບ​ສິງກະ​ໂປ​ແລະ​ຫວຽດນາມ​ໄດ້​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ທີ່​ກ່ຽວຂ້ອງ​ແລ້ວ, ສ່ວນການ​ເຊັນ​ບົດ​ບັນທຶກ​ກ່ຽວກັບ​ກົນ​ໄກ​ປະສານ​ງານ​ສົນທະນາ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ກັບ​ອິນ​ໂດ​ເນ​ເຊຍ,ມາ​ເລ​ເຊຍ​ແລະ​ໄທ​ນັ້ນກໍ່​ພວມ​ດຳ​ເນີນ​ຢູ່.ອັນ​ທີສອງ​ແມ່ນ​ສ້າງ​ຊ່ອງ​ທາງ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ດ້ານ​ເສດຖະກິດ​ການ​ຄ້າ. ພະ​ແນ​ກພວກ​ເຮົາ​ພວມ​ສ້າງການ​ເຊື່ອມ​ຕໍ່​ທາງ​ເວັບ​ໄຊ​ກັບ​ກອງເລຂາຂອງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ,​ເລີ່​ມສ້າງ​ແວັບ​ໄຊ​ຮ່ວມ​ມື​ດ້ານ​ເສດຖະກິດ​ກາ​ນຄ້າ​ກວາງຕຸ້ງອາ​ຊຽນ.ອັນ​ທີສາມ​ແມ່ນ​ກຽມ​ສ້າງ​ສຳນັກງານ​ຕົວ​ແທນ​ເສດຖະກິດ​ການ​ຄ້າ​ກວາງຕຸ້ງຢູ່​ອາ​ຊຽນ.

1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ