ແຂວງ​ກວາງ​ຕຸ້ງ​ຈີນ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ກັບ​ອາ​ຊຽນ

(GMT+08:00) 2010-02-08 10:12:51     cri

ຄຽງ​ຄູ່​ກັບ​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ໃຫ້​ສຳ​ເລັດ,​ແຂວງ​ກວາງ​ຕຸ້ງຈະ​ເຮັດ​ແນວ​ໃດ​ກຳ​ແຫນ້ນ​ໂອກາດ, ​ເປີດ​ກວ້າງ​ຜົນ​ປະ​ໂຫຍ​ດຂອງ​ທັງ​ສອງ​ຝ່າຍ​ກວາງຕຸ້ງກັບ​ອາ​ຊຽນ, ​ເພີ່ມທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ກວາງຕຸ້ງ​ກັບ​ອາ​ຊຽນ, ທ່ານ​ຫລຽງ​ກຸ້ຍ​ຊ່ວນ​ເຫັນ​ວ່າ, ກ່ອນ​ອື່ນ​ຫມົດ​ແມ່ນ​ຕ້ອງ​ຊຸກ​ຍູ້​ການ​ຄ້າ​​ສິນຄ້າ​ລະຫວ່າງ​ສອງ​ຝ່າຍ​​ໃຫ້ຂະຫຍາຍຕົວ​ຢ່າງຮອບດ້ານ,ກ່ຽວ​ກັບ​ເລື່ອງ​ນີ້,ທ່ານ​ໄດ້​​ມີຂໍ້​ສະ​ເຫນີຄື​ແນວ​ນີ້:

ຈະ​ສະຫນັບສະຫນູນການ​ຄ້າຂາ​ອອກ​ຜະລິດ​ຕະພັນ​ທີ່​ມີ​ທ່າ​ແຮງ​ຂອງ​ກວາງ​ຕຸ້ງຄື:ຜະລິດ​ຕະພັນ​ກົນ​ຈັກ​ໄຟຟ້າ,​ເຄື່ອງ​ນຸ່ງ​ຫົ່ມ, ​ເກີບ,​ເຄື່ອງປັ້ນດິນ​ເຜົາ,​ແລະ​​​ໂຄມໄຟ​ເປັນ​ຕົ້ນ;ພະຍາຍາມ​ເອົາ​ໃຈ​ໃສ່​ຕະຫລາດ​ທີ່​ຈະ​ເລີ​ນ​ໃຫມ່​ຢູ່​ຫວຽດນາມ, ລາວ, ມຽນມາ​ແລະ​ກຳປູ​​ເຈຍ.​​ເພີ່ມ​ການ​ນຳ​ເຂົ້າຜະລິດ​ຕະພັນ​ທີ່​ມີ​ທ່າ​ແຮງ​ຂອງ​ອາ​ຊຽນ, ​ໂດຍ​ສະ​ເພາະ​ແມ່ນ​ຜະລິດ​ຕະພັນ​ກະສິກຳ,ຜະລິດ​ຕະພັນບໍ່​ແຮ່​ແລະ​ພະລັງງານ​ອື່ນໆ​,ສ້າງ​ຊ່ອງ​ທາງ​ສະຫນອງ​ສິນຄ້າ​ທີ່​ຫມັ້ນຄົງ​ຍາວ​ນານ.

ທ່ານ​ຫລຽງ​ກຸ້ຍ​ຊ່ວນຊີ້​ອອກ​ວ່າ, ​ໃນ​ຂະນະ​ທີ່​ຊຸກ​ຍູ້​ການ​ຂະຫຍາຍຕົວ​ຂອງ​ການ​ຄ້າ​ດ້ານ​ສິນຄ້ານັ້ນ, ​ແຂວງ​ກວາງຕຸ້ງ​ຍັງ​ຈະ​ຕັ້ງຫນ້າ​ຊຸກ​ຍູ້​ວິ​ສາ​ຫະກິດ​ກວາງຕຸ້ງ​ເຂົ້າ​ໄປ​ສູ່​ອາ​ຊຽນ. ​ແຂວງ​ກວາງ​ຕຸ້ງຈະ​ຊຸກ​ຍູ້​ວິ​ສາ​ຫະກິ​ດທີ່​ມີ​ເຕັກນິກ​ພດີ​ຈຳນວນຫນຶ່ງ​ໂດຍ​ສະ​ເພາະ​ແມ່ນ​ຂະ​ແຫນງ​ການ​ກົນ​ຈັກ, ​ເອ​ເລັກ​ໂຕຼນິກ, ອຸດສາຫະກຳ​ເບົາ,​ແຜ່ນ​ແພ​​ແລະ​ອື່ນໆໄປ​ສ້າງ​ຖານ​ຜະລິດ​ຢູ່​ອາ​ຊຽນ, ຊຸກ​ຍູ້​ວິ​ສາ​ຫະກິດ​ເຂົ້າຮ່ວມ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຂອງ​ປະ​ເທດອາ​ຊຽນ​ເຊັ່ນ:ທ່າ​ກຳ​ປັ່ນ, ຖະຫນົນ​ຫົນທາງ, ພະລັງ​ໄຟຟ້າ,ການ​ສ້າງສາ​ຕົວ​ເມືອງ, ອະນຸລັກ​ສິ່ງ​ແວດ​ລ້ອມ​ແລະ​ການ​ສື່ສານ.

1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ