尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກິດ​ຈະ​ກຳ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ຈີນ-ອາ​ຊຽນ​ຄັ້ງ​ທີ 6 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີງ​ຕູ່​ແຂວງ​ເສ​ສວນ

2018-08-07 10:23:50 cri

ການ​ພົບ​ປະ​ຜູ້​ນຳ​ສະ​ມາ​ຄົມ​ຕະ​ພາບ​ປະ​ຊາ​ຊົນ​ຈີນ-ອາ​ຊຽນ​ຄັ້ງ​ທີ 2 ແລະ ກິດ​ຈະ​ກຳ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ຈີນ-ອາ​ຊຽນ​ຄັ້ງ​ທີ 6 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີງ​ຕູ່​ແຂວງ​ເສ​ສວນ ສ​ປ ​ຈີນ ​ໃນ​ຕອນ​ຄ່ຳ​ວັນ​ທີ 6 ສິງ​ຫາ​ນີ້.
 

ພາຍ​ໃຕ້​ຫົວ​ຂໍ້​ຕົ້ນ​ຕໍ​ຂອງ​ກິດ​ຈະ​ກຳ​ຄັ້ງ​ນີ້​ແມ່ນ “ຊົມ​ໃຊ້​ບົດ​ຮຽນ​ດ້ານ​ການ​ພັດ​ທະ​ນາ,ໃຫ້​ບໍ​ລິ​ການ​ດ້ານ​ການ​ເຊື່ອມ​ຕໍ່​ກັນ​ທາງ​ຍຸດ​ທະ​ສາດ,ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ປະ​ເທດ​ອ້ອມ​ຂ້າງ” ແລະ “ການ​ປະ​ດິດ​ສ້າງ​ໃໝ່​ນຳ​ໜ້າ​ການ​ພັດ​ທະ​ນາ ຊາວ​ໜຸ່ມ​ນຳ​ໜ້າ​ອະ​ນາ​ຄົດ” ມີ​ຈຸດ​ປະ​ສົງ​ເພື່ອ​​ສ້າງມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນຈີນ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນໃຫ້​ແໜ້ນ​ແຟ້ນ​ຂຶ້ນ​ຕື່​ມ​ອີກ,ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ​ໃນ​ຫຼາ​ຍ​ຂົງ​ເຂດຢ່າງ​ຮ້ອບ​ດ້ານ​.
 

ນອກ​ຈາກ​ພິ​ທີ​ໄຂ​ດັ່ງ​ກ່າວ​ແລ້ວ,ຍັງ​ຈະ​ຈັດ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ 3 ຄັ້ງ, ການ​ແລ​ກ​ປ່ຽນ​ລະ​ຫວ່າງ​ທ້ອງ​ຖິ່ນ,ເວ​ທີ​ປຶກ​ສາ​ຫາ​ລື​ຊາວ​ໜຸ່ມ,ພິ​ທີ​ປິດ,ງານ​ລາ​ຕີ​ແລກ​ປ່ຽນ​ມິດ​ຕະ​ພາບ​ແລະ​ກິດ​ຈະ​ກຳ​ອື່ນໆ.

ຄຳ​ເຫັນ

0