尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄທ​ປະ​ຕິ​ເສດຂ່າວການ​ຫຼຸດ​ຫຼືຍົກ​ເລີກ​ຄ່າ​ວີ​ຊ່າ​ຂອງ​ນັກ​ທ່ອງ​ທ່ຽວ​ຈີນ

2018-08-21 10:50:19 cri

ວັນ​ທີ 20 ສິງ​ຫາ​ນີ້, ທ່ານ ພົງ​ພາ​ນຸ ສະ​ເວດ​ຕະ​ຣຸນ ຫົວ​ໜ້າ​ຫ້ອງ​ການກະ​ຊວງ​ການ​ທ່ອງ​ທ່ຽວ​ແລະ​ກິ​ລາ​ຂອງ​ໄທ​ໄດ້​ປະ​ຕິ​ເສດ​ການ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ໄທ​ຈະ​ຫຼຸດ​ຫຼື​ຍົ​ກ​ເລີກ​ຄ່າ​ວີ​ຊ່າ​ຂອງ​ນັກ​ທ່ອງ​ທ່ຽວ​ຈີນ,ແລະ​ຢືນ​ຢັນວ່າ​ໄທ​ຈະ​ບໍ່​ພິ​ຈາ​ລະ​ນາ​​ກ່ຽວ​ກັບ​ການດຶງ​ດູດ​ນັກ​ທ່ອງ​ທ່ຽວເຂົ້າປະ​ເທດ​ຕົນໂດຍ​ຜ່ານ​ການ​ຫຼຸດ​ລາ​ຄາ​ເປັນ​ການ​ຊົ່ວ​ຄາວ.
 

ທ່ານ ພົງ​ພາ​ນຸ ສະ​ເວດ​ຕະ​ຣຸນ ກ່າວ​ໃນ​ການຖະ​ແຫຼງ​ຂ່າວວ່າ: ເຖິງວ່າ​ຍອດ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ທີ່​ໄປ​ທ່ຽວ​ໄທ​ໃນ​ເດືອນ​ກໍ​ລະ​ກົດຜ່ານ​ມາ​ໄດ້​ມີ​ການ​ເພີ່ມ​ຂຶ້ນ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາກໍ່​ຕາມ,ແຕ່​​​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ເຄີຍມີຈຳ​ນວນ​ຫຼາຍ​ໃນ​ເມື່ອ​ກ່ອນ​ພັດ​​ຫຼຸດ​ລົງ ເນື່ອງ​ຈາກ​ອຸ​ບັດ​ເຫດ​ເຮືອ​ທ່ອງ​ທ່ຽວ​ຫຼົ້ມທີ່​ເກີດ​ຂຶ້ນ​ຢູ່​ພູ​ເກັດ​​ໃນ​ຕົ້ນ​ເດືອນ​ກໍ​ລະ​ກົດ​ຜ່ານ​ມາ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ການ​ໄປ​ທ່ຽວ​ໄທ​ຂອງ​ນັກ​ທ່ອງ​ທ່ຽວ​ຈີນ.
 

ທ່ານຫົວ​ໜ້າ​ຫ້ອງ​ການກ່າວ​ວ່າ:ລັດ​ຖະ​ບານ​ໄທ​ຈະ​ເພີ່ມ​ທະ​ວີ​ມາດ​ຕະ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ,ເພື່ອ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ຄືນ​ໃໝ່​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ​ກັບ​ມາ​ທ່ຽວ​ໄທ.

ຄຳ​ເຫັນ

0