吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະທານ​າທິບໍດີ​ຊັນ​ວາ​ດໍ​ກ່າວ​ວ່າ ການ​ສ້າງ​ສາຍ​ພົວພັນ​ທາງ​ການທູດ​ກັບ​ຈີນ​ແມ່ນ “ບາດກ້າວ​ທີ່​ຖືກຕ້ອງ”

2018-08-21 16:11:03 cri

ຕອນ​ຄ່ຳ​ວັນ​ທີ 20 ສິງຫາ​ນີ້, ທ່ານ​ຊັນ​ວາ​ດໍ ຊານ​ເຊ​ສ ຊີ​ເຣນ ປະທາ​ນາ​ທິບໍ​ດີ​ຊັນ​ວາ​ດໍ​ໄດ້​ຖະ​ແຫຼ​ງຜ່ານ​ທາງ​ໂທລະພາບ​ວ່າ: ຕົນ​ເຊື່ອ​ໝັ້ນ​ວ່າການ​ສ້າງ​ສາຍ​ພົວພັນ​ທາງ​ການທູດ​ກັບ​ຈີນ​ແມ່ນ “ບາດກ້າວທີ່​ຖືກຕ້ອງ” ​ເຊິ່ງສອດຄ່ອງ​ກັບ​ກົດໝາຍ​ສາກົນ, ຫຼັກການ​ການພົວພັນ​ສາກົນ ​ທັງ​ສອດຄ່ອງ​ກັບ​ທ່າ​ອ່ຽງລວມ​ແຫ່ງການ​ພັດທະນາຂອງ​ຍຸກ​ສະ​ໄໝ​ປະຈຸ​ບັນ​ທີ່​ບໍ່​ອາດ​ປີ້ນ​ຄືນ​ໄດ້.

ທ່ານ​ກ່າວ​ຕື່ມ​ວ່າ: ການ​ສ້າງ​ສາຍ​ພົວພັນ​ທາງ​ການທູດ​ກັບ​ຈີນ​ຈະ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ປະ​ເທດ​ຕົນ ​ແລະ​ສ້າງ​ໂອກາດ​​ໃຫ້​ປະຊາຊົນ​ຊັນ​ວາ​ດໍທຸກ​ຄົນ​ໃຫ້​ຫຼາຍ​ຂຶ້ນ. “ຈີນ​ເປັນກຸ່ມ​ເສດຖະກິດ​​ໃຫຍ່​ອັນ​ດັບ​ສອງ​ຂອງ​ໂລກ, ​ເສດຖະກິດ​ຂະຫຍາຍຕົວຢ່າງບໍ່​ຢຸດ​ຢັ້ງ ​ແລະ​ໝາກຜົນ​ທີ່​ໄດ້​ຮັບ​ໃນ​ຂົງ​ເຂດ​ຕ່າງ​ໆ​ເຮັດ​ໃຫ້​ຈີນ​ກາຍ​ເປັນ​ໜຶ່ງ​ໃນ​ບັນດາປະ​ເທດປະ​ສົບ​ຄວາມສຳ​ເລັດ​ທີ່​ສຸດ​ໃນ​ໂລ​ກ​​ໃນ​ປັດຈຸບັນ​ນີ້." ນອກຈາກ​ນີ້, ຈີນ​ໄດ້​ປະກອບສ່ວນ​ສຳຄັນ​ໃນ​ການ​ຮັກສາ​ສັນຕິພາບ​​ໂລກ, ຊຸກ​ຍູ້​ການ​ຮ່ວມ​ມື​ໃຕ້​ໃຕ້ ​ແລະ​ອື່ນໆ, ການ​ສ້າງສາຍ​ພົວພັນ​ທາງ​ການທູດ​ຂອງ​ສອງ​ປະ​ເທດ​ຈະ​ຊຸກ​ຍູ້​ການ​ປະສານ​ງານ​ໃນ​ວຽກ​ງານ​ສາກົນ ​ແລະ​ການ​ຮ່ວມ​ມືທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

 

ຄຳ​ເຫັນ

0