覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ​ປ​ຊ​ກ່າວ​ວ່າ ປະ​ຊາ​ຄົມ​ໂລກ​ຄວນ​ໃຊ້​ການ​​ກະ​ທຳ​ທີ່​ເຂັ້ມ​ແຂງ​ເພື່ອ​ຮັບ​ມື​ກັບ​ບັນ​ຫາ​ຢາ​ເສບ​ຕິດ

2018-09-25 14:37:44 cri

ວັນ​ທີ 24 ກັນ​ຍາ​ນີ້, ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ ສະ​ພາບ​ບັນ​ຫາ​ຢາ​ເສ​ບ​ຕິດ ​ທົ່ວ​ໂລກ​ໜ້າ​ຕື່ນ​ຕົກ​ໃຈຫຼາຍ, ປະ​ຊາ​ຄົມ​ໂລກ​ຄວນ​ໃຊ້​ການ​ເຄື່ອນ​ໄຫວ​ທີ່​ເຂັ້ມ​ແຂງກວ່າ​ນີ້​ເພື່ອ​ຮັບ​ມື​ກັບ​ບັນ​ຫາ​​ຫຍຸ້ງ​ຍາກສັບ​ສົນ​ນີ້.
 

ທ່ານ​ກູ​ເຕີ​ເຣັ​ສ​ກ່າວ​ໃນ​ກອງ​ປະ​ຊຸມ​ລະ​ດັບ​ສູງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ວ່າ​ດ້ວຍ​ການ​ຮຽກ​ຮ້ອງ​ໃຫ້​ທົ່ວ​ໂລກ​ໃຊ້​ການ​​ກະ​ທຳ​ເພື່ອ​ຮັບ​ມື​ກັບ​ບັນ​ຫາ​ຢາ​ເສບ​ຕິດ​ໃນ​ໂລກວ່າ: ບັນ​ຫາ​ຢາ​ເສ​ບ​ຕິດ​ກໍ​ຄື​ການ​ຕິດ​ຢາ​ເສບ​ຕິດ​ຈະ​​ມີ​ຢູ່​ທຸກ​ເວ​ລາ, ປະ​ຊາ​ຄົມ​ໂລກ​ຕ້ອງ​ໃຊ້​ການ​ກະ​ທຳ​ເພື່ອ​ຮັບ​ມື​ກັບ​ບັນ​ຫາ​ນີ້ໃນ​ທັນ​ທີ.
 

 ທ່ານ​ກູ​ເຕີ​ເຣັ​ສ​ກ່າວ​ວ່າ: ​ປະ​ລິ​ມານ​ການ​ຜະ​ລິດຢາ​ຝິ່ນ​ແລະ​ໂຄ​ເຄນ​ຂອງ​ໂລກ​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ອີກ. ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້,ທົ່ວ​ໂລກ​ມີ​ປະ​ມານ 31 ລ້ານ​ຄົນ​ຕ້ອງ​ເຂົ້າ​ຮັບ​ການ​ປິ່ນ​ປົວ​ຍ້ອນ​ຕິດຢາ​ເສບ​ຕິດ, ແຕ່​ລະ​ປີ​ມີ​ປະ​ມານ 450.000 ຄົນ​ເສຍ​ຊີ​ວິດ​ຍ້ອນ​ການ​ໃຊ້​ຢາ​ເສບ​ຕິດ​ເກີນ​ສ່ວນຫຼື​ສຸ​ຂະ​ພາບ​ມີ​ບັນ​ຫາ​ກ່ຽວ​ພັນ​ກັບ​ຢາ​ເສບ​ຕິດ.
 

ທ່ານ​ກູ​ເຕີ​ເຣັ​ສ​ຍັງ​ກ່າວ​ຕື່ມ​ວ່າ: ເພື່ອ​ຮັບ​ມື​ກັບ​ບັນ​ຫາ​​ຫຍຸ້ງ​ຍາກສັບ​ສົນ​ດັ່ງ​ກ່າວ​ນີ້, ປະ​ຊາ​ຄົມ​ໂລກ​ຕ້ອງ​ໃຊ້​ການ​ກະ​ທຳຢ່າງ​ເຂັ້ມ​ແຂງ​ໃນ​ສອງ​ດ້ານ​ຄື​ໜຶ່ງ ຄວນ​ປາບ​ປາມ​ການ​ຄ້າ​ຢາ​ເສບ​ຕິດ​ແລະ​ຜູ້​ຄ້າ​ຂາຍ​ຢາ​ເສບ​ຕິດ, ເດັດ​​ດ່ຽວ​ບໍ່​ໃຫ້​ຜູ້​ຄ້າ​ຂາຍ​ຢາ​ເສບ​ຕິດ​ມີ​ບ່ອນ​​ລົບ​ລີ້​ທີ່ປອດ​ໄພ, ດຳ​ເນີນ​ການ​ຮ່ວມ​ມື​​ລະ​ຫວ່າງ​ຊາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນຫຼາຍກວ່າ​ເກົ່າ​ທັງ​ມ້າງ​ເພ​ທຳ​ລາຍ​ເຄືອ​ຂ່າຍ​ຄ້າ​ຂາຍ​ຢາ​ເສບ​ຕິດ​ແລະ​ອື່ນໆ, ສອງ: ຄວນ​ຮັບ​ປະ​ກັນ​​ໃຫ້ຜູ້​ຕິດ​ຢາ​ເສບ​ຕິດ​ໄດ້​ຮັບ​ການ​ປິ່ນປົວ.

ຄຳ​ເຫັນ

0