黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ນາງ​ຄອນ​ໂດ​ເລ​ສ​ຊາ ໄຣ​ສ໌ ກ່າວ​ວ່າ, ອາ​ເມ​ຣິກ​າ​ແລະ​ຈີນ​ຄວນ​ສຸມ​ໃສ່​ການ​ບັນ​ລຸ​ການ​ແຂ່ງ​ຂັນ​ທີ່​ມີ​ຜົນ​ດີ

2018-10-11 15:50:36 cri

ທ່ານ​ນາງ​ຄອນ​ໂດ​ເລ​ສ​ຊາ ໄຣ​ສ໌ ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ກ່າວ​ໃນ​ວັນ​ທີ 9 ຕຸ​ລາ​ນີ້​ວ່າ, ອາ​ເມ​ຣິ​ກາ​ແລະ​ຈີນ​ຄວນ​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ເພື່ອ​ກຳ​ຈັດ​ປັດ​ໄຈ​ທີ່​ມີ​ຜົນ​ຮ້າຍ​ໃນ​ການ​ແຂ່ງ​ຂັນ​ກັນ, ແລະ​​ເຮັດ​ໃຫ້​ການ​ແຂ່ງ​ຂັນ​​ມີ​ຜົນ​ດີ​ແກ່​ສອງ​ຝ່າຍ.

ທ່ານ​ນາງ​ໄຣ​ສ໌ ​ໃຫ້​ທັດ​ສະ​ນະ​ດັ່ງ​ກ່າວ​ໃນ​ໂອ​ກາດ​ເຂົ້າ​ຮ່ວມ​ງານ​ສົນ​ທະ​ນາ​ກ່ຽວ​ກັບ​ການ​ພົວ​ພັນ​ອາ​ເມ​ຣິ​ກາ​ແລະ​ຈີນ​ທີ່​ຈັດ​ຂຶ້ນ​ໂດຍ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ເພື່ອ​ການ​ພົວ​ພັນ​ອາ​ເມ​ຣິ​ກາ​ແລະ​ຈີນ. ທ່ານ​ກ່າວ​ວ່າ, ອາ​ເມ​ຣິ​ກາ​ແລະ​ຈີນ​ມີ​ການ​ແຂ່ງ​ຂັນ​ກັນ, ແຕ່​ການ​ກະ​ທຳ​ຂອງ​ສອງ​ຝ່າຍ​ຄວນ​ເຮັດ​ໃຫ້​ທົ່ວ​ໂລກ​ມີ​ຄວາມ​ໝັ້ນ​ຄົງ​ກວ່າ​ເກົ່າ​ແລະ​ມີ​ຄວາມ​ຈະ​ເລີນ​ຮຸ່ນ​ເຮືອງກວ່າ​ເກົ່າ. ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ບໍ່​ຄວນ​ມີ​ວິ​ທີ​ດຽວ​ຄື​ການ​ຂຶ້ນ​ພາ​ສີ​ເທົ່າ​ນັ້ນ, ຄວນຜ່ອນ​ຄາຍ​ນະ​ໂຍ​ບາຍ, ສົ່ງ​ເສີມ​ວິ​ສາ​ຫະ​ກິດ​ຈີນ​ໄປ​ລົງ​ທຶ​ນ​ຢູ່​ອາ​ເມ​ຣິ​ກາ​ແລະ​ສະ​ແຫວງ​ຫາ​ວິ​ທີ​ດີ​ອື່ນໆ.

ທ່ານ​ນາງ​ໄຣ​ສ໌ ຊີ້​ໃຫ້​ເຫັນ​ວ່າ, ການ​ຄ້າ​ສາ​ກົນ​ທີ່​ເສ​ລີ​ແລະ​ເປີດ​​ປະ​ຕູຈະ​ເຮັດ​ໃຫ້​ເສດ​ຖະ​ກິດ​​ໂລກ​ດີກວ່າ​ເກົ່າ, ການ​ຂຶ້ນ​ພາ​ສີແມ່ນ​ບໍ່​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​​ຝ່າຍໃດ​ໆ​ທັງ​ນັ້ນ. ອາ​ເມ​ຣິ​ກາ​ແລະ​ຈີນ​ສາ​ມາດ​ບັນ​ລຸ​ໃຫ້​ຕ່າງ​ຝ່າຍ​ຕ່າງ​​ໄດ້​ຮັບຜົນ​ປະ​ໂຫຍດ​ນຳ​ກັນ, ແຕ່​ຕ້ອງ​ຕັ້ງ​ຢູ່​ບົນ​ພື້ນ​ຖານ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ສະ​ເໝີ​ພາບ​ກັນ.

ຄຳ​ເຫັນ

0