蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍອດ​ມູນ​ຄ່າການ​ຄ້າ​ສິນ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຈີນ​ໃນ 3 ໄຕ​ມາດ​​ປີ​ນີ້​ໄດ້​ເພີ່ມ​ຂຶ້ນ 9,9%

2018-10-12 14:44:50 CRI

ຂໍ້​ມູນ​ທີ່​ອົງ​ການ​ພາ​ສີ​ຈີນ​ເຜີຍ​ແຜ່​ໃນ​ວັນ​ທີ 12 ຕຸ​ລາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ​ຍອດ​ມູນ​ຄ່າ​ການ​ຄ້າ​ສິນ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຈີນ​ໃນ 3 ໄຕ​ມາດ​​ປີ​ນີ້ບັນ​ລຸ 22.280 ຕື້ຢວນ, ເພີ່ມ​ຂຶ້ນຫຼາຍກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ 9,9%. ໃນ​ນັ້ນ, ຍອດ​ມູນ​ຄ່າ​ສົ່ງ​ອອກ​ບັນ​ລຸ​ເຖິງ 11.860 ຕື້ຢວນ, ເພີ່ມ​ຂຶ້ນ 6,5%; ຍອດ​ມູນ​ຄ່າ​ນຳ​ເຂົ້າ 10.420 ຕື້ຢວນ, ເພີ່ມ​ຂຶ້ນ 14,1%. ຈີນ​ໄດ້​ເກີນ​ດຸນ​ການ​ຄ້າ 1.440 ຕື້ຢວນ ແລະ ຈັງ​ຫວະ​ເຕີບ​ໂຕ​ໄດ້ຫຼຸດ​ລົງ 28,3%.

ຂໍ້​ມູນ​ທີ່​ເປີດ​ເຜີຍ​ເທື່ອ​ນີ້​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ, ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​ໃນ​ໄຕ​ມາດ​ທີ 3 ປີ​ນີ້​ບັນ​ລຸ 8.170 ຕື້ຢວນ, ​ເພີ່ມ​ຂຶ້ນ 13,8% ແລະ ຈັງ​ຫວະ​ເຕີບ​ໂຕ​ໄດ້ສູງກວ່າ​ 2 ໄຕ​ມາດ​ຕົ້ນ​ປີ​ນີ້​ຢ່າງຊັດ​ເຈນ.

ຄຳ​ເຫັນ

0