蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອັງ​ກິດ​ ແລະ ສະ​ຫະ​ພາ​ບ​ເອີ​ລົບ​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ເນື້ອ​ໃນ​ສັນ​ຍາ “ຖອນ​ຕົວ​ອອກ​ຈາກ​ສ​ະ​ຫະ​ພາບ​ເອີ​ລົບ”

2018-11-14 14:57:33 CRI

ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ວັນ​ທີ 13 ພະ​ຈິກ​ນີ້, ອັງ​ກິດ​ ແລະ ສະ​ຫະ​ພາ​ບ​ເອີ​ລົບ​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ເນື້ອ​ໃນ​ສັນ​ຍາ “ຖອນ​ຕົວ​ອອກ​ຈາກ​ສ​ະ​ຫະ​ພາບ​ເອີ​ລົບ”. ຫາງ​ສຽງ​ເຫັນ​ວ່າ, ນີ້​ເປັນ​ບາດ​ກ້າວ​ສຳ​ຄັນ​ສຳ​ລັບ​ອັງ​ກິດ​ແລະ​ສະ​ຫະ​ພາ​ບ​ເອີ​ລົບ​ໃນ​ການ​ເຈ​ລະ​ຈາ “ຖອນ​ຕົວ​ອອກ​ຈາກ​ສ​ະ​ຫະ​ພາບ​ເອີ​ລົບ” ເປັນ​ເວ​ລາ​ປີກວ່າ​ມາ​ນີ້.

ທ່ານ​ຣົບ ​ເມ​ກາ​ເຟີ​ສັນ ​ໂຄ​ສົກສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ກ່າວ​ວ່າ, ສອງ​ຝ່າຍ​ໄດ້​ຜ່ານ​ຜ່າ​ການ​ເຈ​ລະ​ຈາ​ທີ່ຍາກ​ລຳ​ບາກ ແລະ ໄດ້​ບັນ​ລຸ​ສັນ​ຍາ​ໃນ​ທີ່​ສຸດ, ແຕ່​ຍັງ​ບໍ່​ທັນ​ໄດ້​ເປີດ​ເຜີຍ​ເນື້ອ​ໃນ​ສັນ​ຍາ. ທ່ານ​ກ່າວ​ຕື່ມ​ວ່າ, ທ່ານ​ນາງ​ເທ​ເຣ​ຊາ ເມ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ຈະ​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ບານ​ໃນ​ຕອນ​ບ່າຍ​ວັນ​ທີ 14 ພະ​ຈິກ​ນີ້ ເພື່ອ​ປຶກ​ສາ​ຫາ​ລື​ເນື້ອ​ໃນ​ສັນ​ຍາ ແລະ ແຜນ​ການ​ຕໍ່​ໄປ.

ປັດ​ຈຸ​ບັນ, ຫາງ​ສຽງ​ອັງ​ກິດ​​ໃຫ້​ຄວາມ​ສົນ​ໃຈ​ທີ່​ສຸດ​ຕໍ່​ເນື້ອ​ໃນ​ສັນ​ຍາ​ກ່ຽວ​ກັບ​ບັນ​ຫາ​ຊາຍ​ແດນ​ທີ່​ພົວ​ພັນ​ເຖິງ​ອຽກ​ລັງ. ເດືອນ​ແລ້ວ​ນີ້, ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ອັງ​ກິດ​ເຄີຍ​ກ່າວ​ວ່າ, ການ​ເຈ​ລະ​ຈາ “ຖອນ​ຕົວ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ລົບ” ໄດ້​ສຳ​ເລັດ​ໄປ​ແລ້ວ 95% ເຫຼືອ​ພຽງ​ບັນ​ຫາ​ຊາຍ​ແດນ​ອຽກ​ລັງ​ເທົ່າ​ນັ້ນ.

ຄຳ​ເຫັນ

0