覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ປູ​ຕິນ​ກ່າວ​ວ່າ​ຣັດ​ເຊຍ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ການ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ກັບ​ອາ​ຊຽນ

2018-11-15 11:09:51 cri

ທ່ານ​ວະ​ລະ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ກ່າວ​ໃນ​ວັນ​ທີ 14 ພະ​ຈິກ​ນີ້​ວ່າ: ຣັດ​ເຊຍ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູ​ງ​ຕໍ່​ການ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ກັບ​ອາ​ຊຽນ​ບົນ​ພື້ນ​ຖານ​ເຄົາ​ລົບ​ນັບ​ຖື​ເຊິ່ງ​ກັນ​ແລະ​ກັນ​ແລະ​ຄຳ​ນຶງ​ເຖິງ​ຜົນ​ປະ​ໂຫຍດ​ຂອງ​ກັນ​ແລະ​ກັນ.
 

ທ່ານ​ປູ​ຕິນ​ກ່າວ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຣັດ​ເຊຍ-ອາ​ຊຽນ​ທີ່​ຈັດ​ຂຶ້ນ​ຢູ່​ສິງ​ກະ​ໂປ​ໃນ​ວັນ​ທີ 14 ພະ​ຈິກ​ນີ້​ວ່າ: ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ຣັດ​ເຊຍ​ກັບ​ອາ​ຊຽນ​ກຳ​ລັງ​ຂະ​ຫຍາຍ​ຕົວ​ໄປ​ໜ້າ, ສອງ​ຝ່າຍ​ໄດ້​ຮ່ວມ​ມື​ກັນ​ໃນຫຼາຍ​ຂົງ​ເຂດ​ເຊິ່ງ​ລວມ​ທັງ​ອຸດ​ສາ​ຫະ​ກຳ,ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີຂັ້ນ​ສູງ,ພະ​ລັງ​ງານ​ແລະກະ​ສິ​ກຳ, ສອງ​ຝ່າຍ​ກຳ​ລັງ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ຮ່ວມ​ມື​ຕົວ​ຈິງ​ໃຫ້​ປະ​ສົບ​ຜົນ​ສຳ​ເລັດ. ທ່ານ​ປູ​ຕິນ​ກ່າວ​ຕື່ມ​ວ່າ, ຣັດ​ເຊຍ​ແລະ​ອາ​ຊຽນ​ໄດ້​ປະ​ສານ​ງານ​ກັນ​ໃນ​ບັນ​ຫາ​ສຳ​ຄັນ​ໃນ​ພາ​ກພື້ນ​ອາ​ຊີ​ປາ​ຊີ​ຟິກ, ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ແລະ​ໄພ​ຂົ່ມ​ຂູ່​ໃນ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ ທັງ​ໄດ້​ຮັດ​ແໜ້ນ​ການ​ຮ່ວມ​ມື​ໃນ​ການ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ,ການ​ຄ້າ​ຂາຍ​ຢາ​ເສບ​ຕິດ​ແລະ​ອາ​ຊະ​ຍາ​ກຳ​ຢ່າງ​ມີ​ການ​ຈັດ​ຕັ້ງ.
 

 ນອກ​ນີ້, ທ່ານ​ປູ​ຕິນ​ຍັງ​ໄດ້​ເຊື້ອ​ເຊີນ​ບຸກ​ຄົນ​ວົງ​ການ​ການ​ເມືອງ​ແລະ​ທຸ​ລະ​ກິດ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ສາ​ກົນ​ແລະ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ຕາ​ເວັນ​ອອກ​ແຊນ​ປີ​ເຕີ​ສະ​ເບີກ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ຣັດ​ເຊຍ​ໃນ​ປີ​ໜ້າ.

ຄຳ​ເຫັນ

0