黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ດຶງ​ດູດ​ການ​ລົງ​ທຶນຂອງ​ຕ່າງປະ​ເທດ​ບັນລຸ 700 ຕື້​ຢວນ

2018-11-16 16:51:11 CRI

ທ່ານ​ກ່າວ​ເຟິ່ງ ​ໂຄສົກ​ກະຊວງ​ການ​ຄ້າ​ຈີນ ​ໄດ້​ຖະ​ແຫຼງ​​ຢູ່​ນະຄອນຫຼວງປັກ​ກິ່ງ​​ໃນ​ວັນ​ທີ 15 ພະຈິກ​ນີ້ວ່າ: ​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ຕຸລາ​ປີ​ນີ້, ມີ​ຕ່າງປະ​ເທດສ້າງຕັ້ງວິ​ສາ​ຫະກິດຢູ່​ຈີນ​ເຖິງ 49.545 ​ແຫ່ງ ​ເພີ່ມ​ຂຶ້ນ 89,3% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ; ນຳ​ໃຊ້ທຶນ​ຕ່າງປະ​ເທດ 701,16 ຕື້​ຢວນ ​ເພີ່ມ​ຂຶ້ນ 3,3% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ ​ແຕ່​ຖ້າ​ຄິດ​ເປັນ​​ເງິນໂດ​ລາ​ສະຫະລັດ​ໄດ້​ບັນລຸ 107,66 ຕື້​ໂດ​ລາ ​ເພີ່ມ​ຂຶ້ນ 6,5% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ. ຂະນະ​ທີ່ການ​ລົງທຶນ​ຂອງຕ່າງປະ​ເທດ​ຕົ້ນຕໍນັ້ນ, ການ​ລົງທຶນ​ ຂອງອັງກິດ​​ໄດ້​ເພີ່ມ​ຂຶ້ນ 175,9% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ ​ເຊິ່ງ​ເປັນ​ການ​ລົງທຶນ​ທີ່​​ໂດດ​ເດັ່ນຫຼາຍ.

ທ່ານ​ກ່າວ​ເຟິ່ງ ຊີ້​ໃຫ້​ເຫັນ​ວ່າ: ອຸດສາຫະກຳ​ເຕັກນິກ​ທັນ​ສະ​ໄໝ​ກ້າວໜ້າ ​ໂດຍ​ສະ​ເພາະ​ແມ່ນ​ອຸດສາຫະກຳ​ການ​ຜະລິດ​ທີ່ນຳ​ໃຊ້​ເຕັກນິກ​ກ້າວໜ້າ ​ສືບ​ຕໍ່​ດຶງ​ດູດ​ທຶນ​ຕ່າງປະ​ເທດ​ມາ​ລົງທຶນເພີ່ມ​ຂຶ້ນ ​ໂດຍ​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ຕຸລາ​ປີ​ນີ້, ອຸດສາຫະກຳ​ເຕັກນິກ​ກ້າວໜ້າ​ດຶງດູດ​ທຶນ​ຕ່າງປະ​ເທດ​ເພີ່ມ​ຂຶ້ນ 11,4% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ ກວມອັດຕາ​ການ​ນຳ​ໃຊ້​ທຶນ​ຕ່າງປະ​ເທດ​ເຖິງ 22,4%; ອຸດສາຫະກຳ​ການ​ຜະລິດ​ທີ່ນຳ​ໃຊ້ເຕັກນິກ​ກ້າວໜ້າ​ໄດ້​ດຶງ​ດູດ​ທຶນ​ຕ່າງປະ​ເທດ 73,78 ຕື້​ຢວນ ​ເພີ່ມ​ຂຶ້ນ 30,6% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ.

ຄຳ​ເຫັນ

0