覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເກີດ​ເຫດ​ຍິງ​ປືນ​ໃສ່​ປະ​ຊາ​ຊົນ​ຢູ່​ຝ​ຣັ່ງ ເສຍ​ຊີ​ວິດ 2 ຄົນ

2018-12-12 15:29:26 cri

ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຝ​ຣັ່ງ​ອອກ​ຖະ​ແຫຼງ​ຂ່າວ​ໃນ​ຕອນ​ຄ່ຳ​ວັນ​ທີ 11 ທັນ​ວາ​ນີ້​ວ່າ: ເວ​ລາ​ປະ​ມານ 20 ໂມງວັນ​ດຽວ​ກັນ, ຢູ່​ນະ​ຄອນ​ສະ​ຕ​ຣາ​ສ​ເບີກ ທາງ​ພາກ​ເໜືອ​ຝ​ຣັ່ງ​ໄດ້​ເກີດ​ເຫດ​ຍິງ​ປືນ​ໃສ່ປະ​ຊາ​ຊົນ ເຮັດ​ໃຫ້​ຢ່າງ​ໜ້ອຍ​ 2 ຄົນ​ເສຍ​ຊີ​ວິດ,  ບາດ​ເຈັບ 12 ຄົນ, ໃນ​ນີ້ 6 ຄົນ​ບາດ​ເຈັບ​ສາ​ຫັດ. ​ສື່ມວນ​ຊົນ​ລາຍ​ງານ​ຫຼ້າ​ສຸດວ່າ: ຍອດ​ຜູ້​ເສຍ​ຊີ​ວິດ​ໄດ້​ເພີ່ມ​ຂຶ້ນ​ເປັນ 4 ຄົນ​ແລ້ວ.
 

 ຖະ​ແຫຼງ​ຂ່າວ​ລະ​ບຸ​ວ່າ: ຜູ້ບ​າດ​ເຈັບ​ໄດ້​ຖື​ກ​ສົ່ງ​ໄປ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ແລ້ວ, ​ເຖິ​ງວ່າມື​ປືນ​ຫຼົບ​ໜີ​ໄປ​​ໄດ້ກໍ​ຕາມ, ແຕ່​ເຈົ້າ​ໜ້າ​ທີ່​ໄດ້​ຢືນ​ຢັນ​​ໂຕ​ຕົນ​ຂອງ​ຜູ້​ກ່ຽວ​ແລ້ວ ແລະ​ກຳ​ລັງ​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ປິດ​ລ້ອມ​ຈັບ​ຕົວຜູ້​ຮ້າຍ.
 

 ທ່ານຫຼິງ​ຈຸ່ນ ກົງ​ສຸນ​ໃຫຍ່​ຈີນ​ປະ​ຈຳ​ສະ​ຕ​ຣາ​ສ​ເບີກ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ໃນ​ເວ​ລາປະ​ມານ 23 ໂມງວັນ​ທີ 11ທັນ​ວາ​ນີ້​ວ່າ: ປັດ​ຈຸ​ບັນ​ຍັງ​ບໍ່​ທັນ​ມີ​ຂ່າວ​ກ່ຽວ​ກັບ​ ​ຊາວ​ຈີນ​ຕ່າງ​ດ້າວຫຼື​ນັກ​ທ່ອງ​ທ່ຽວ​ຈີນ​ໄດ້​ຮັບ​ບາດ​ເຈັບ​ໃນ​ເຫດ​ການ​ຄັ້ງ​ນີ້, ສະ​ຖານ​ກົງ​ສຸນ​ຈະ​ສືບ​ຕໍ່​ຕິດ​ຕາມ​ຢ່າງ​ໃກ້​ຊິດ​ເພື່ອ​ຊອກ​ຮູ້​ສະ​ພາບຫຼ້າ​ສຸດ​ຂອງ​ເຫດ​ການ​ເທື່ອ​ນີ້.

ຄຳ​ເຫັນ

0