曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສໍາເລັດການເຊື່ອມຈອດຂົວຂ້າມແມ່ນໍ້າຂອງຫຼວງພະບາງ

2019-07-28 16:11:10 cri

ຕາມຂ່າວ CRI: ວັນທີ 28 ກໍລະກົດທີ່ນະຄອນຫຼວງພະບາງ, ໄດ້ຈັດພິທີຊົມເຊີຍການສຳເລັດການເຊື່ອມຈອດຂົວຂ້າມແມ່ນໍ້າຂອງແຂວງຫຼວງພະບາງຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບົວທອງ ແພງສະຫວັນ ຮອງເລຂາພັກແຂວງ, ປະທານກວດກາ ຫົວໜ້າຄະນະຊີ້ນຳໂຄງການທາງລົດໄຟລາວ-ຈີນປະຈຳແຂວງຫຼວງພະບາງ, ທ່ານ ຫຼີ້ຈື້ຈຸ່ງ ກົງສູນໃຫຍ່ສປຈີນປະຈໍາ ຫຼວງ ພະບາງ ແລະຜູ້ຕາງໜ້າພາກສ່ວນທີ່ກ່ຽວຂ້ອງຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເຂົ້າຮ່ວມພິທີດັ່ງກ່າວ.

图片默认标题_fororder_琅勃拉邦湄公河特大桥航拍图

ຂ່າວແຈ້ງວ່າ, ພາຍຫຼັງການສູ້ຊົນພະຍາຍາມເປັນເວລາ 25 ເດືອນ, ໃນຕອນເຊົ້າ 2 ໂມງ 8 ນາທີຂອງວັນດຽວກັນ, ຂົວຂ້າມແມ່ນໍ້າຂອງແຂວງຫຼວງພະບາງໄດ້ສໍາເລັດການເຊື່ອມຈອດ, ເຊິ່ງໄດ້ສໍາເລັດການເຊື່ອມຈອດກ່ອນເວລາກໍານົດ 7 ເດືອນ. ຂົວຂ້າມແມ່ນໍ້າຂອງ ແຂວງຫຼວງພະບາງມີຄວາມຍາວ 1458.9m, ທັງໝົດມີ 34 ຫວ່າງເສົາ, ມີເສົາຂົວຫຼັກ 5 ເສົາຕັ້ງຢູ່ໃຈກາງແມ່ນໍ້າຂອງ, ຈຸດຂ້າມນໍ້າຂອງ ແມ່ນ 60+4×104+60 ແມັດ, 

ນໍາໃຊ້ຂາງຂົວແບບລໍ່ກັບທີ່, ເຊິ່ງເປັນຈຸດທີ່ມີຄວາມສັບສົນທາງດ້ານເຕັກນິກ ແລະຫຍຸ້ງຍາກທີ່ສຸດໃນການກໍ່ສ້າງ.

图片默认标题_fororder_老中铁路项目管理组代组长泰康·通本致辞

ໂອກາດນີ້, ທ່ານ ແທ່ນຄຳ ທອງບົນ ຫົວໜ້າຄະນະຄຸ້ມຄອງໂຄງການທາງລົດໄຟລາວ-ຈີນ ໄດ້ຕາງໜ້າກະຊວງໂຍທາທິການ ແລະ ຂົນສົ່ງສະແດງຄວາມຊົມເຊີຍມາຍັງພາກສ່ວນຕ່າງໆທີ່ໄດ້ທຸ່ມເທກຳລັງເຫື່ອແຮງເພື່ອປະກອບສ່ວນເຂົ້າໃນການກໍ່ສ້າງທາງລົດໄຟລາວ-ຈີນ. ທ່ານກ່າວວ່າ, ຜົນສຳເລັດດັ່ງກ່າວບໍ່ພຽງແຕ່ເປັນຂີດໝາຍສຳຄັນໜຶ່ງສຳລັບໂຄງການທາງລົດໄຟລາວ-ຈີນເທົ່ານັ້ນ, ແຕ່ຍັງເປັນວັນເວລາທີ່ເປັນປະຫວັດສາດສຳລັບປະຊາຊົນລາວ ເຊິ່ງລັດຖະບານລາວຈະສືບຕໍ່ໃຫ້ການສະໜັບສະໜູນຢ່າງເຂັ້ມແຂງຕໍ່ໂຄງການທາງລົດໄຟລາວ-ຈີນ ເພື່ອສ້າງໂຄງການດັ່ງກ່າວເປັນສັນຍາລັກແຫ່ງມິດຕະພາບລະຫວ່າງສອງປະເທດລາວ-ຈີນ.

图片默认标题_fororder_中国驻琅勃拉邦总领事馆总领事李志工致辞

ທ່ານ ຫຼີ້ຈື້ຈຸ່ງ ກົງສູນໃຫຍ່ ສປ ຈີນ ປະຈໍາ ຫຼວງພະບາງ ກ່າວວ່າ, ຜົນສຳເລັດໃນຄັ້ງນີ້ເປັນຂີດໝາຍສຳຄັນໜຶ່ງ ແລະມີຄວາມໝາຍສຳຄັນຍິ່ງຕໍ່ການກໍ່ສ້າງທາງລົດໄຟລາວ-ຈີນ, ຫວງວ່າພາກສ່ວນທີ່ກ່ຽວຂ້ອງຈົ່ງສືບຕໍ່ຊຸກຍູ້ການກໍ່ສ້າງທາງລົດໄຟລາວ-ຈີນໃຫ້ປອກໄພ ແລະມີຄຸນນະພາບ ເພື່ອສ້າງເປັນໂຄງການທີ່ເປັນຕົວຢ່າງແຫ່ງ ມິດຕະພາບລາວ-ຈີນກໍ່ຄືການກໍ່ສ້າງ "ໜຶ່ງແລວ ໜຶ່ງເສັ້ນທາງ".

图片默认标题_fororder_中老嘉宾合影

ການກໍ່ສ້າງທາງລົດໄຟລາວ-ຈີນ ເປັນໜຶ່ງຂອງຄວາມມຸ້ງໝັ້ນຕັ້ງໃຈຂອງລັດຖະບານ ເຂົ້າໃນການເຊື່ອມຈອດຍຸດທະສາດຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ກາຍເປັນປະເທດເຊື່ອມຈອດເຊື່ອມໂຍງ ກັບພາກ ພື້ນ ແລະ ສາກົນ ຂອງ ສ ປປ ລາວ ກັບຂໍ້ລິເລີ່ມ "ໜຶ່ງແລວ ໜຶ່ງເສັ້ນທາງ" ຂອງ ສປ ຈີນ, ທິດເໜືອ ເລີ່ມຈາກດ່ານບໍ່ເຕັນ ມາສຸດທີ່ ນະຄອນຫລວງວຽງຈັນ, ມີຄວາມຍາວທັງໝົດ 414 ກິໂລແມັດ, ສຳລັບ ທາງລົດໄຟ ໄດ້ນໍາໃຊ້ມາດຕະຖານ ສປ ຈີນ ແລະ ມາດຕະຖານສາກົນໃນການກໍ່ສ້າງ, ອອກແບບຄວາມໄວສາມາດແລ່ນລົດໄດ້ 160 ກິໂລແມັດຕໍ່ຊົ່ວໂມງ, ລົດໄຟຂົນສົ່ງຜູ້ໂດຍສານ ແລະ ສິນຄ້າແມ່ນໃຊ້ລະບົບຂັບເຄື່ອນໄຟຟ້າ.

 

 

 

 

 

ຄຳ​ເຫັນ

0