李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງ​ານ​ວາງ​ສະ​ແດງ​ຜົນ​ສຳ​ເລັດ​ດ້ານ​ສິດ​ທິ​ມະ​ນຸດ​ຂອງ ສ​ປ ຈີນ​ໃນ​ຮອບ 70 ປີ​​ຈັດ​ຂຶ້ນ​ຢູ່​ເຊີ​ແນວ

2019-09-10 17:10:16 cri

    “ງານ​ວາງ​ສະ​ແດງ​ຜົນ​ສຳ​ເລັດ​ດ້ານ​ສິດ​ທິ​ມະ​ນຸດ​ຂອງ ສ​ປ ຈີນ​ໃນ​ຮອບ 70 ປີ​​ພາຍ​ໃຕ້​ຫົວ​ຂໍ້: ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ” ໄດ້​ຈັດ​ຂຶ້ນ​ຢູ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ນະ​ຄອນ​ເຊີ​ແນວໃນ​ວັນ​ທີ 9 ກັນ​ຍານີ້ ໂດຍ​​ມີ​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດຫຼາຍກວ່າ 40 ​ທ່ານ​ຈາກ​ຣັດ​ເຊຍ, ສະ​ຫະ​ພາບ​ເອີ​ຣົບ, ແ​ຟງ​ລັງ, ແມັກ​ຊິກ, ຟິ​ລິບ​ປິນ ແລະ​ຊຳ​ບີ​ເປັນ​ຕົ້ນ ພ້ອມ​ດ້ວຍ​ເຈົ້າ​ໜ້າ​ທີ່​ການ​ທູດ​ເກືອບ 100 ປະ​ເທດ​ແລະ​ເຈົ້າ​ໜ້າ​ທີ່ຂອງ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ນັກ​ຂ່າວ ແລະ​ນັກ​ວິ​ຊາ​ການ​ ​ລວມ​ທັງ​ໝົດ 300 ກວ່າ​ຄົນ​ໄດ້​ເຂົ້​າ​ຮ່ວມ​ພິ​ທີ​ເປີດ​ງານ.

    ທ່ານ ເຊີນ​ຊວີ້ ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ຈີນ​ປະ​ຈຳ​ສຳ​ນັກ​ງານ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ເຊີ​ແນວ ແລະ ປະ​ຈຳ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ອື່ນໆ​ທີ່​ສະ​ວິ​ສ ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ເປີດງານ​ດັ່ງ​ກ່າວ​ວ່າ: ວຽກ​ງານ​ສິດ​ທິ​ມະ​ນຸດ​ຂອງ​ຈີນ​ໄດ້​ຮັບ​ຜົນ​ງານ​ທີ່​ປະ​ຈັກ​ຕາ​​ຕໍ່ຊາວ​ໂລກ, ສາ​ເຫດ​ສຳ​ຄັນ​ແມ່ນ​ຍ້ອນ​ການ​ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ການ​ພັດ​ທະ​ນາ​ສິດ​ທິ​ມະ​ນຸດ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ. ຈີນ​ຍຶດ​ໝັ້ນ​ຖື​ສະ​ພາບ​ແຫ່ງ​ຊາດ​ຕົນເປັນ​ເດີມ​ພັນ, ຖື​​ເອົາປະ​ຊາ​ຊົນ​ເປັນ​ໃຈ​ກາງ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຍຶດ​ໝັ້ນ​ການ​ຊຸກ​ຍູ້ສິດ​ທິ​ມະ​ນຸດ​ດ້ວຍ​ການ​ພັດ​ທະ​ນາ, ຊຸກ​ຍູ້​ສິດ​ທິ​ມະ​ນຸດ​ດ້ວຍ​ກົດ​ໝາຍ ແລະ​ຊຸກ​ຍູ້​ສິດ​ທິ​ມະ​ນຸດ​ດ້ວຍ​ການ​ເປີດ​ປະ​ຕູ​ສູ່​ໂລກ​ພາຍນອກ.

    ທູ​ຕາ​ນຸ​ທູດຫຼາຍ​ທ່ານ​ທີ່​ເຂົ້າ​ຮ່ວມ​ຊົມ​ງານ​ດັ່ງ​ກ່າວ​ກ່າວ​ວ່າ: ການ​ພັດ​ທະ​ນາ​ວຽກ​ງານ​ສິດ​ທິ​ມະ​ນຸດ​ຂອງ​ຈີນ ເປັນແບບ​ຢ່າງ​ທີ່​ສຳ​ເລັດ​ຜົນ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ​ຈຳ​ນວນຫຼວງຫຼາຍ, ຫວັງ​ວ່າ​ບັນ​ດາ​ປະ​ເທດ​ຈະ​ຖອດ​ຖອນ​ເອົາ​ບົດ​ຮຽນ​ຂອງ​ຈີນ​ໃນ​ດ້ານ​ດັ່ງ​ກ່າວ, ທັງ​ຫວັງ​ວ່າ ຈີນ​ຈະ​ສະ​ເໜີ​ຂໍ້​ລິ​ເລີ່ມ​ແລະ​ຈຸດ​ຢືນ​ທີ່​ສອດ​ຄ່​ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາໃນ​ຂົງ​ເຂດ​ສິດ​ທິ​ມະ​ນຸດ​ສາ​ກົນ​ໃຫ້ຫຼາຍກວ່າ​ເກົ່າ ເພື່ອ​ຊຸກ​ຍູ້​ການ​ບໍ​ລິ​ຫານ​ສິດ​ທິ​ມະ​ນຸດ​ສາ​ກົນ​ໃຫ້​ພັດ​ທະ​ນາ​ໄປ​ຕາມ​ທິດ​ທາງ​ທີ່​ທ່ຽງ​ທຳ​ແລະສົມ​ເຫດ​ສົມ​ຜົນ​ກວ່າ​ເກົ່າ.

ຄຳ​ເຫັນ

0