蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກົງ​ສຸນ​ໃຫຍ່​ຈີນ​ປະ​ຈຳ​​ຮິວ​ສ໌​ຕັນ​ສະ​ແດງ​ຄວາມບໍ່​ພໍ​ໃຈ​ຢ່າງ​ຮຸນ​ແຮງ​ຕໍ່​ຜູ້​ອຳ​ນວຍ​ການ​ໃຫຍ່​ສະ​ໂມ​ສອນ​​ຮິວ​ສ໌​ຕັນ​ຣ​ອັກ​ເກັດ​ກ່າວ​ຖ້ອຍ​ຄວາມ​ທີ່​ຜິດ​ພາດ​ກ່ຽວ​ກັບ​ຮົງ​ກົງ

2019-10-07 15:39:15 CRI

     ວັນ​ທີ 6 ຕຸ​ລານີ້, ກົງ​ສຸນ​ໃຫຍ່​ຈີນ​ປະ​ຈຳ​​ຮິວ​ສ໌​ຕັນ​ອາ​ເມ​ລິ​ກາ​ໄດ້​ສະ​ແດງ​ຄວາມບໍ່​ພໍ​ໃຈ​ຢ່າງ​ຮຸນ​ແຮງ​ຕໍ່​ຜູ້​ອຳ​ນວຍ​ການ​ໃຫຍ່ສະ​ໂມ​ສອນ​​ຮິວ​ສ໌​ຕັນ​ຣ​ອັກ​ເກັດຂອງ NBA ອາ​ເມ​ລິ​ກາ​ກ່າວ​ຖ້ອຍ​ຄວາມ​ທີ່​ຜິດ​ພາດ​ກ່ຽວ​ກັບ​ຮົງ​ກົງ​ຈີນໃນ​ຫວ່າງ​ກ່ອນນີ້, ແລະ​ໄດ້​ຕໍ່​ວ່າ​ທັກ​ທ້ວງ​ຢ່າງ​ເຄັ່ງ​ຂຶມ​ຕໍ່​ສະ​ໂມ​ສອນ​ດັ່ງ​ກ່າວ.

     ມື້​ດຽວ​ກັນ, ກົງ​ສຸນ​ໃຫຍ່​ຈີນ​ປະ​ຈຳ​​ຮິວ​ສ໌​ຕັນ​ໄດ້​ລົງ​ບົດ​ຄວາມ​ໃສ່​ເວັບ​ໄຊ​ຂອງ​ຕົນ​ວ່າ: ຈີນ​ຮູ້​ສຶກ​ຕົກ​ໃຈ​ແລະ​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ​ຢ່າງ​ຮຸນ​ແຮງ​ຕໍ່​ທ່ານ​ດາ​ຣີ ມໍ​ເຣ ​ຜູ້​ອຳ​ນວຍ​ການ​ໃຫຍ່​ສະ​ໂມ​ສອນ​​ຮິວ​ສ໌​ຕັນ​ຣ​ອັກ​ເກັດ​ກ່າວ​ຖ້ອຍ​ຄວາມທີ່​ຜິດ​ພາດ​ກ່ຽວ​ກັບ​ຮົງ​ກົງໃນ​ຫວ່າງ​ກ່ອນນີ້, ແລະ​ໄດ້​ຕໍ່​ວ່າ​ທັກ​ທ້ວງ​ຢ່າງ​ເຄັ່ງ​ຂຶມ​ຕໍ່​ສະ​ໂມ​ສອນ​ດັ່ງ​ກ່າວ, ຮຽກ​ຮ້ອງ​ໃຫ້​ສະ​ໂມ​ສອນ​ດັ່ງ​ກ່າວ​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ຕໍ່​ເລື່ອງນີ້, ແກ້​ຄວາມ​ຜິດ​ພາດ​ໃນ​ທັນ​ທີ, ແລະ​ໃຊ້​ມາດ​ຕະ​ການ​ຕົວ​ຈິງ​ເພື່​ອ​ລົບ​ລ້າງ​ຜົນ​ສະ​ທ້ອນ​ທາງ​ລົບ​ທີ່​ໄດ້​ເກີດ​ຂຶ້ນ.

     ກົງ​ສຸນ​ໃຫຍ່​ຈີນ​ກ່າວ​ວ່າ: ປະ​ຈຸ​ບັນ, ການ​ສະ​ກັດ​ກັ້ນ​ຄວາມ​ຮຸນ​ແຮງ​ ຢຸດ​ຕິ​ຄວາມ​ວຸ້ນ​ວາຍ ແລະຟື້ນ​ຟູ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ແມ່ນ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ຢ່າງກວ້າງ​ຂວາງ​ທີ່​ສຸດ​ແລະ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່​ແຮງ​ກ້າ​ທີ່​ສຸດ​ຂອງວົງ​ການ​ຕ່າງໆ​ໃນ​ສັງ​ຄົມ​ຮົງ​ກົງ, ທຸກ​ຄົນ​ທີ່ມີ​ສະ​ຕິ​ລ້ວນ​ແຕ່​ຄວນ​ສະ​ໜັບ​ສະ​ໜູນຄວາມ​ພະ​ຍາ​ຍາມ​ຂອງ​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງໃນ​ການ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ຂອງ​ສັງ​ຄົມ​ຮົງ​ກົງ.

     ຫວ່າງ​ກ່ອນນີ້, ທ່ານ​ດາ​ຣີ ມໍ​ເຣ​ເຄີຍ​ກ່າວ​ຖ້ອຍ​ຄວາມ​ທີ່​ຜິດ​ພາດ​ກ່ຽວ​ກັບ​ຮົງ​ກົງ​ຜ່ານ​ສື່​ສັງ​ຄົມ​ອອນ​ລາຍ, ຫຼັງ​ຈາກນັ້ນ​ໄດ້​ລຶບ​ໄປ.

ຄຳ​ເຫັນ

0