曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປີ 2019, ຈຳນວນໝີແພນດາທີ່ລ້ຽງຢູ່ສູນເພາະພັນສັດສັດມີເຖິງ 600 ໂຕ

2019-11-13 18:02:16 cri

ວັນ​ທີ 12, ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ຄະ​ນະ​ກຳ​ມະ​ການ​ເຕັກ​ນິກ​ແຜ່​ພັນ​ໝີ​ແພນ​ດ້າ​ຄັ້ງ​ທີ 29 ​ພາຍ​ໃຕ້​ຫົວ​ຂໍ້ “ ການ​ຄົ້ນ​ຄວ້າ​ເຕັກ​ນິກ​ແຜ່​ພັນ​ໝີ​ແພນ​ດາ” ໄດ້​ຈັດ​ຂຶ້ນ​ຢູ່​ເຊີງ​ຕູ່ ຈີນ. ຕາມ​ຂ່າວ​ລາຍ​ງານ​ວ່າ, ປີ2019, ຈຳ​ນວນ​ໝີ​ແພນ​ດາ​ທີ່​ລ້ຽງ​ຢູ່​ໃນ​​ສູນ​ເພາະ​ພັນສັດ​​ມີ​ເຖິງ 600 ໂຕ, ​ມີ​ຈຳ​ນວນຫຼາຍ​ທີ່​ສຸດ​ເປັນ​ປະ​ຫວັດ​ສາດ, ການ​ເພາະ​ພັນແບບ​ຍຶນ​ຍົງ​ໄດ້​​ຄ່ອຍໆ​ປາ​ກົດ​ໂຕ​ຂຶ້ນ​ໂດຍ​ພື້ນ​ຖານ. ວຽກ​ງານ​ຄົ້ນ​ຄວ້າ​ເພື່ອ​ສົ່ງ​ໝີ​ແພນ​ດາ​ທີ່​ຄົນ​ລ້ຽງ​ກັບ​ຄືນ​ສູ່​ປ່າ​ເພື່ອ​ຟື້ນ​ຟູ​ຝູງ​ໝີ​ແພນ​ດາ​ປ່າ​ພວມ​ດຳ​ເນີນ​ໄປ​ຢ່າງ​ໝັ້ນ​ທ່ຽງ.

​ຂ່າວ​ຍັງ​ລາຍ​ງາ​ນ​ໃຫ້​ຮູ້​ອີກວ່າ, ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ຄະ​ນະ​ກຳ​ມະ​ການ​ເຕັກ​ນິກ​ແຜ່​ພັນ​ໝີ​ແພນ​ດ້າ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສຳ​ຄັນ​ຂອງຂະ​ແໜງ​ການ​ນີ້, ​ທັງແມ່ນກອງ​ປະ​ຊຸມ​​ປະ​ຈຳ​ປີ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ຂົງ​ເຂດ​ໝີ​ແພນ​ດ້າ.

ຄຳ​ເຫັນ

0