尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ເຈ​ລະ​ຈາ​ກ່ຽວ​ກັບ​ເຂດ​ການ​ຄ້າ​ເສ​ລີ​ຈີນ,ຍີ່​ປຸ່ນ​ແລະ​ສ.ເກົ​າ​ຫຼີ​ຮອບ​ທີ 16 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ເຊ​ອູນ

2019-11-30 17:48:28 cri

ກອງ​ປະ​ຊຸມຫົວ​ໜ້າ​ຜູ້ແທນ​ການ​ເຈ​ລະ​ຈາ​ເຂດ​ການ​ຄ້າ​ເສ​ລີ​ຈີນ,ຍີ່ປຸ່ນ​ແລະ​ສ.ເກົາ​ຫຼີ​ຮອບ​ທີ 16 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ເຊ​ອູນ​ປະ​ເທດ​ສ.ເກົາ​ຫຼີ​ແຕ່​ວັນ​ທີ 28 ຫາ​ 29 ພະ​ຈິກ​ນີ້.
 

ສາມ​ຝ່າຍ​​ດັ່ງ​ກ່າວມີ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ວ່າ: ການ​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ຈີນ,ຍີ່​ປຸ່ນ​ແລະ​ສ.ເກົາ​ຫຼີ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ສາມ​ປະ​ເທດ,ໂດຍ​ສະ​ເພາະ​ແມ່ນ​ພາຍ​ໃຕ້​​ສະ​ພາບ​ການ​ໃນ​ປັດ​ຈຸ​ບັນ​ທີ່​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ເງີຍ​ຫົວ​ຂຶ້ນແລະ​ສະ​ຖາ​ນະ​​ການດ້ານ​ເສດ​ຖະ​ກິດ​ຂອງ​ໂລກ​ມີ​ຄວາມ​ສັບ​ສົນ​ຍິ່ງໆ​ຂຶ້ນ​,ຄວນ​ອີງ​ຕາມ​ຄວາມ​ຮັບ​ຮູ້​ຢ່າງ​ເປັນ​ເອ​ກະ​ພາບ​ລະ​ຫວ່າງ​ຜູ້​ນຳ​ສາມ​ປະ​ເທດ,ເລັ່ງ​ລັດ​ຂະ​ບວນ​ການ​ເຈ​ລະ​ຈາ,ສ້າງ​ສັນ​ຍາ​ການ​ຄ້າ​ເສ​ລີ​ທີ່​ຮອບ​ດ້ານ,ມີ​ຄຸນ​ນະ​ພາບ​ສູງ,ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແລະ​ມີ​ຄຸນ​ຄ່າ​ຂອງ​ຕົນ​ສະ​ບັບ​ໜຶ່ງ​ຢ່າງ​ຕັ້ງ​ໜ້າ,ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ການ​ຮ່ວມ​ມື​ລະ​ຫວ່າງ​ສາມ​ປະ​ເທດ​ຕື່ມ​ອີກ,ເພື່ອ​ສ້າງ​ພະ​ລັງ​ແຮງ​ໃໝ່​ໃຫ້​ແກ່​ເສດ​ຖະ​ກິດ​ໂລກ.
 

ການ​ເຈ​ລະ​ຈາ​ຮອບ​ດັ່ງ​ກ່າວ​ໄດ້​ເລີ່ມ​ຕົ້ນ​ໃນ​ວັນ​ທີ 27 ພະ​ຈິກ​ນີ້,ທັງ​ສາມ​ຝ່າຍ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ການ​ຍົກ​ລະ​ດັບ​ການ​ຄ້າ​ເສ​ລີ​ແລະ​​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່ການ​ລົງ​ທຶນ​ຫຼາຍກວ່າ​ເກົ່າ​ແລະ​​ການສ້າງ​ສັນ​ຍາ​ການ​ຄ້າ​ເສ​ລີ RCEP+ ບົນ​ພື້ນ​ຖານ​ສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ເສດ​ຖະ​ກິດ​ຮອບ​ດ້ານ​ຂອງ​ພາກ​ພື້ນຫຼື RCEP ທີ່​ສາມ​ຝ່າຍ​ເຂົ້າ​ຮ່ວມ,ພ້ອມ​ທັງ​ໄດ້​ບັນ​ລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ຢ່າງ​ຕັ້ງ​ໜ້າ​ກ່ຽວ​ກັບ​ການ​ວາງ​ແຜນ​ວຽກ​ງານ​ໃນ​ຂັ້ນ​ຕອນ​ຕໍ່​ໄປ.

ຄຳ​ເຫັນ

0