蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສົມ​ເດັດພະ​ເທບມະ​ຫາ​ຈັກກ​ຣີສິ​ລິນ​ທອນ​ຊົງ​ກ່າວ​ວ່າ: ຍິນ​ດີ​ສືບ​ຕໍ່​ຊຸກ​ຍູ້​ມິດ​ຕະ​ພາບ​ໄທ-ຈີນ​ໃຫ້​ໄດ້​ຮັບ​ການ​ປັບ​ປຸງ​ກ້າວເຂົ້າ​ສູ່​ລວງ​ເລິກ​ຢ່າງບໍ່​ຢຸດຢັ້ງ

2019-12-02 16:37:26 CRI

     ຕາມ​ຂ່າວ CRI: ວັນ​ທີ 1 ທັນ​ວານີ້, ໃນ​ເວ​ລາ​ສົມ​ເດັດ​ພະ​ເທບ​ຣັດ​ຕະ​ນະ​ລາ​ຊະ​ສຸ​ດາ ສະ​ຫຍາມ​ບໍ​ຣົມ​​ລາ​ຊະ​ກຸ​ມມາ​ລີ ມະ​ຫາ​ຈັກກ​ຣີ​ສິ​ລິນ​ທອນ​ຊົງ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ຢູ່​ສະ​ຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ໄທ, ພະ​ອົງ​ຊົງ​ກ່າວ​ວ່າ: ຍິນ​ດີ​ສືບ​ຕໍ່​ສຸມຄວາມ​ພະ​ຍາ​ຍາມ​ເພື່ອຊຸກ​ຍູ້​ມິດ​ຕະ​ພາບ​ໄທ-ຈີນ​ໃຫ້​ໄດ້​ຮັບ​ການ​ປັບ​ປຸງ​ກ້າວເຂົ້າ​ສູ່​ລວງ​ເລິກ​ຢ່າງບໍ່​ຢຸດຢັ້ງ.

     ວັນ​ທີ 1 ທັນ​ວານີ້, ສະ​ຖານ​ທູດ​ຈີນ​ປະ​ຈຳ​ໄທ​ໄດ້​ຈັດ​ກິດ​ຈະ​ກຳ​ເພື່ອ​ຊົມ​ເຊີຍ​ສົມ​ເດັດ​ພະ​ເທບ​ທີ່ໄດ້​ຮັບ“ຫຼຽນ​ກາ​ມິດ​ຕະ​ພາບ”ຂອງ​ຈີນ. ພະ​ອົງ​ໄດ້​ເອົາ​ຫຼຽນ​ກາອອກ​ມາ​ໃຫ້​ແຂກຊົມ, ແລະ​ຊົງ​ກ່າວ​ວ່າ: ຮູ້​ສຶກ​ເປັນ​ກຽດ​ທີ່​ໄດ້​ເປັນ​ສັກ​ຂີ​ພິ​ຍານ​ແລະ​ເຂົ້າ​ຮ່ວມ​ຂະ​ບວນ​ວິ​ວັດ​ທີ່​ຍິ່ງ​ໃຫຍ່ແຫ່ງ​ການ​ຂະ​ຫຍາຍ​ມິດ​ຕະ​ພາບ​ໄທ-ຈີນ, ຍິນ​ດີ​ສືບ​ຕໍ່​ສຸມຄວາມ​ພະ​ຍາ​ຍາມ​ເພື່ອຊຸກ​ຍູ້​ມິດ​ຕະ​ພາບ​ໄທ-ຈີນ​ໃຫ້​ໄດ້​ຮັບ​ການ​ປັບ​ປຸງ​ກ້າວ​ເຂົ້າ​ສູ່​ລວງ​ເລິກ​ຢ່າງບໍ່​ຢຸດຢັ້ງ.

     ໃນ​ເວ​ລາ​ກ່າວ​ຄຳ​ປາ​ໄສ, ທ່ານ​ຫຼຸຍ​ຈ້ຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ໄທ​ໄດ້​ກ່າວຍ້ອງ​ຍໍ​ໃນ​ລະ​ດັບ​ສູງ​ຕໍ່​ສົມ​ເດັດ​ພະ​ເທບທີ່​ໄດ້​ຄົ້ນ​ຄວ້າ​ແລະ​ເຜີຍ​ແຜ່​ວັດ​ທະ​ນະ​ທຳ​ຈີນ​ຕະ​ຫຼອດຫຼາຍ​ສິບ​ປີ​ທີ່​ຜ່ານ​ມາ, ແລະ​ໄດ້​ປະ​ກອບ​ສ່ວນ​ທີ່​ດີ​ເດັ່ນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ແລະ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ຈີນ-ໄທ.

     ເດືອນ​ກັນ​ຍາ​ປີນີ້, ລັດ​ຖະ​ບານ​ຈີນ​ໄດ້​ມອບ“ຫຼຽນ​ກາ​ມິດ​ຕະ​ພາບ”ໃຫ້​ແກ່​ສົມ​ເດັດ​ພະ​ເທບ​ຣັດ​ຕະ​ນະ​ລາ​ຊະ​ສຸ​ດາ ສະ​ຫຍາມ​ບໍ​ຣົມ​ລາ​ຊະ​ກຸມ​ມາ​ລີ ມະ​ຫາ​ຈັກ​ກ​ຣີ​ສິ​ລິນ​ທອນ.

ຄຳ​ເຫັນ

0