尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຂດ​ຊິ່ນ​ຈ່ຽງ​ຂອງ​ຈີນ​ຄົ້ນ​ຄວ້າ​ຜະ​ລິດ​ນ້ຳ​ມັນ​ເຄື່ອງ​ທີ່​ສາ​ມາດ​ທົນ​ທານ​ຕໍ່ອຸນ​ຫະ​ພູມ​ລົບ 55 ອົງ​ສາ​ໄດ້

2020-01-14 15:16:54 cri

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ບໍ​ລິ​ສັດ​ຈິ່ນແສ​ສືເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ອຸຍ​ເກີ​ຊິ່ນ​ຈ່ຽງ​ຈີນ​ແລະ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ການ​ອອກ​ແບບ​ອຸ​ປະ​ກອນ​ເຕັກ​ນິກ​ຂັ້ນ​ສູງ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຊິງ​ຮ​ວາຈີນໄດ້​ຮ່ວມ​ມື​ກັນເຮັດ​ສຳ​ເລັດ​ໜ້າ​ທີ່​ຄົ້ນ​ຄວ້າ​ຜະ​ລິດ​ນ້ຳ​ມັນ​ເຄື່ອງ​ສຳ​ລັບ​ແຂ້ວ​ໝາກ​ເຟືອງ​ລົດ​ໄຟ​ໃຕ້​ດິນ​ໃນ​ອຸນ​ຫະ​ພູມ​ຕ່ຳ​ລຸ້ນ​ໃໝ່,ໄດ້​ແກ້​ໄຂ​ບັນ​ຫາ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ເຕັກ​ໂນ​ໂລ​ຊີ​​​ໃນ​ອຸນ​ຫະ​ພູມລົບ 40 ອົງ​ສາ​ໃນ​ປັດ​ຈຸ​ບັນ,ສາ​ມາດ​​ເພີ່ມ​ປະ​ສິດ​ທິ​ພາບ​ໃນ​ການ​ຮັກ​ສາ​ອຸ​ປະ​ກອນ​ໃນ​ກໍ​ລະ​ນີ​ອຸນ​ຫະ​ພູມ​ລົບ 55 ອົງ​ສາ.ນ້ຳ​ມັນ​ເຄື່ອງ​ດັ່ງ​ກ່າວ​ຍັງ​ສາ​ມາດ​ແກ່​ເວ​ລາ​ການ​ປ່ຽນ​ຖ່າຍ​ນ້ຳ​ມັນ​ຈາກ 1,2 ແສນ​ກິ​ໂລ​ແມັດ​ຂຶ້ນ​ເປັນ 1,5 ແສນ​ກິ​ໂລ​ແມັດ. ຜົນ​ການ​ຄົ້ນ​ຄວ້າ​ດັ່ງ​ກ່າວ​​ໄດ້​ເຮັດ​ໃຫ້​ເຂດ​ຊິ່ນ​ຈ່ຽງ​ຈະ​ໄດ້​ນຳ​ໃຊ້ຜະ​ລິດ​ຕະ​ພັນ​ນ້ຳ​ມັນ​​ເຄື່ອງ​ສຳ​ລັບລົດ​ໄຟ​ໃຕ້​ດິນ​ທີ່​ມີ​ປະ​ສິດ​ທິ​ພາບ​ເຊິ່ງ​ແຕ່​ກ່ອນ​ບໍ່​ສາ​ມາດ​ຜະ​ລິດ​ໄດ້,​​ໂດຍ​ມີ​ເຕັກ​ໂນ​ໂລ​ຊີ​ກ້າວ​ໜ້າ​ໃນ​ລະ​ດັບສາ​ກົນ.
 

ຂ່າວ​ແຈ້ງວ່າ: ໃນ​ລະ​ດູ​ໜາວ, ຢູ່​ເຂດ​ທີ່​ມີ​ອາ​ກາດ​ໜາວ​​ເຊັ່ນ: ເຂດ​​ຕາ​ເວັນ​ອອກ​ສຽງ​ເໜືອ,ເຂດ​ຕາ​ເວັນ​ຕົກ​ສຽງ​ເໜືອ​ແລະ​ເຂດ​ອື່ນໆ​ຂອງ​ຈີນຈະ​ມີອຸນ​ຫະ​ພູມ​ຕ່ຳ​ສຸ​ດລົບ 40 ອົງ​ສາ​​ຫຼື​ຕ່ຳ​ກວ່າ​ນັ້ນ. ແຕ່​ຖ້າ​ມີ​ນ້ຳ​ມັນ​ເຄື່ອງ​ທົນ​ທານ​ອຸນ​ຫະ​ພູມ​ລົບ 55 ອົງ​ສາ​ແລ້ວ,​ຈະສາ​ມາດ​ແກ່​ຍາວ​ເວ​ລາ​ການ​ປ່ຽນ​ຖ່າຍ​ນ້ຳ​ມັນ​ຂອງ​ລົດ​ຍົນ​ໄດ້​ພາຍ​ໃຕ້​ເງື່ອນ​ໄ​ຂ​ທີ່​ມີ​ອຸນ​ຫະ​ພູມ​ທຳ​ມະ​ດາ​ເຊັ່ນ​ກັນ ເຊິ່ງ​ຈະຊ່ວຍ​ຫຼຸດ​ຕົ້ນ​ທຶນ​ການ​ດຳ​ເນີນ​ງານ​ໃຫ້​ໜ້ອຍ​ລົງ,ເຖິງ​ຈະ​ພົບ​ອາ​ກາດ​ໜາວ​ຈັດ​ກໍ​ຕາມ,ກໍ​ຈະ​ສາ​ມາດ​ຮັບ​ມື​ໄດ້​ຢ່າງ​ສະ​ດວກ.

ຄຳ​ເຫັນ

0