曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້ເຖົ້າຍີ່ປຸ່ນທີີ່ມີອາຍຸ 112 ປີໄດ້ຮັບການຢັ້ງຢືນເປັນຜູ້ຊາຍອາຍຸຍືນທີ່ສຸດໃນໂລກໃນກິເນັສບຸກ

2020-02-13 11:52:45 cri

ວັນ​ທີ 12 ກຸມ​ພາ​ນີ້, ຜູ້​ເຖົ້າ​ຜູ້​ໜຶ່ງ​ທີ່​ມີ​ອາ​ຍຸ 112 ປີ ທີ່​ພັກ​ຢູ່​ແຂວງນີ​ອີ​ກາ​ຕາ ປະ​ເທດ​ຍີ​ປຸ່ນ​ໄດ້​ຮັບ​ການ​ຢັ້ງ​ຢືນ​ວ່າ​ເປັນ “ ຜູ້​ຊາຍ​ທີ່​ມີ​ອາ​ຍຸ​ຍືນ​ທີ່​ສຸດ​ໃນ​ໂລກ” ເຊິ່ງ​ເປັນ​ສະ​ຖິ​ຕິ​ໃໝ່​ໃນ​ກິ​ເນັ​ສ​ບຸກ.

   ຜູ້​ເຖົ້າ​ຜູ້​ນີ້​ຊື່​ຈີ​ເຕ​ຊູ ວາ​ຕາ​ນາ​ເບ, ເກີດ​ໃນ​ເດືອນ​ມີ​ນາ​ປີ 1907, ປີ​ນີ້​ອາ​ຍຸ 112 ປີ. ກ່ອນ​ໜ້າ​ນີ້, ​ຜູ້​ເຖົ້າ​ຜູ້​ໜຶ່ງ​ຂອງ​ແຂວງ​ໂຄ​ໄກ​ໂດ​ຍີ່​ປຸ່ນ​ທີ່​ຖືກ​ຢັ້ງ​ຢືນ​ວ່າ​ເປັນຜູ້​ຊາຍ​ທີ່​ມີ​ອາ​ຍຸ​ຍືນ​ທີ່​ສຸດ​ໃນ​ໂລກ​ໄດ້​ເຖິງ​ແກ່​ກຳ​​ດ້ວຍອາ​ຍຸ 113 ປີໃນ​ເດືອນ​ມັງ​ກອນ ປີ ​2019, ສະ​ນັ້ນ​ທ່ານວາ​ຕາ​ນາ​ເບຈຶ່ງ​ກາຍ​ເປັນ​ຜູ້​ຊາຍ​ທີ່​ມີ​ອາ​ຍຸ​ຍືນ​ທີ່​ສຸດ​ພາຍ​ໃນ​ປະ​ເທດ​ຍີ່​ປຸ່ນ. ວັນ​ທີ 12 ມັງ​ກອ​ນ​ນີ້, ຢູ່​ໂຮງ​ລ້ຽງ​ຜູ້​ເຖົ້າ​ທີ່​ທ່ານ​ພັກ, ທ່ານ​ໄດ້​ຮັບ​​ໃບຢັ້ງ​ຢືນ “ ຜູ້​ຊາຍ​ທີ່​ມີ​ອາ​ຍຸ​ຍືນ​ທີ່​ສຸດ​ໃນ​ໂລກ” ​ທີ່​ເປັນ​ສະ​ຖິ​ຕິ​ໃໝ່​ຂອງ​ກິ​ເນັ​ສ​ບຸກ.
 

ຄຳ​ເຫັນ

0