秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພະຍາດໂຄວິດ-19 ສືບຕໍ່ແຜ່ລະບາດຢູ່ປະເທດຕາເວັນອອກກາງ

2020-05-20 14:29:17 cri

ໃນໄລຍະມໍ່ໆນີ້, ປະເທດຕວກກີ ແລະອີຣານ ທີ່ເຄີຍມີສະພາບພະຍາດຢ່າງໜັກໜ່ວງ ໄດ້ເກີດມີການແຜ່ລະບາດຄືນໃໝ່. ສະນັ້ນ, ສອງປະເທດນີ້ໄດ້ຍົກລະດັບມາດຕະການປ້ອງກັນ ແລະຄວບຄຸມການແຜ່ລະບາດພະຍາດ.

ຕອນຄໍ່າວັນທີ 19 ພຶດສະພານີ້ຕາມເວລາທ້ອງຖິ່ນ,​ ກະຊວງສາທາລະນະສຸກຕວກກີໄດ້ເປີດເຜີຍຂໍ້ມູນສະຖິຕິ ສະແດງໃຫ້ເຫັນວ່າ,​ ກໍລະນີທີ່ຖືກບົ່ງມະຕິຕິດພະຍາດໂຄວິດ-19 ຢູ່ຕວກກີບັນລຸເຖິງ 15.615​ ກໍລະນີ, ເສຍຊີິວິດ 4199 ກໍລະນີ,​ ປິ່ນປົວດີິຂຶ້ນ 112.895 ກໍລະນີ.

ຕາມການລາຍງານຂ່າວຈາກກະຊວງສາທາລະນະສຸກອີຣານ, ມາຮອດວັນທີ 19 ພຶດສະພານີ້,​ ກໍລະນີທີ່ຖືກບົ່ງມະຕິຕິດເຊື້ອໂຄວິດ-19 ຂອງອີຣານບັນລຸເຖິງ 124.603 ກໍລະນີ,​ ປິ່ນປົວດີຂຶ້ນ 97.173​ ກໍລະນີ, ເສຍຊີວິດ 7119 ກໍລະນີ,​ ກໍລະນີເສຍຊີວິດຂອງອີຣານຢູ່ອັນດັບ 1 ຂອງບັນດາປະເທດຕາເວັນອອກກາງ.

ທ່ານອີຣາ ຮາຣິຊີ, ຮອງລັດຖະມົນຕີກະຊວງສາທາລະນະສຸກອີຣານກ່າວວ່າ,​ອີຣານຈະຈັດທິມງານກວດກາພະຍາດ 3 ແສນທີມ ເພື່ອໃຫ້ການກວດກາຕໍ່ຈໍານວນ 78 ລ້ານຄົນ. ທ່ານກ່າວເນັ້ນວ່າ,​ ອີຣານກໍາລັງຢູ່ໃນສະພາວະສູ້ຮົບຢູ່ທັງ ສອງສະໜາມຮົບ, ຄືການຕ້ານການແຜ່ລະບາດຂອງພະຍາດ ແລະການຕ້ານການຂວໍ້າບາດຢ່າງເຂັ້ມງວດຈາກອາເມຣິກາ.

ຄຳ​ເຫັນ

0