何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປີດກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ອົງ​ການ​ອຳ​ນາດ​ສູງ​ສຸດ​ແຫ່ງ​ຊາດ​ຈີ​ນ

2020-05-22 09:34:43 CRI

ວັນ​ທີ 22 ພຶດ​ສະ​ພາ​ນີ້, ກ​ອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ. ທ່ານ​ສີ​ຈິ້ນ​ຜິງ ແລະ ຜູ້​ນຳ​ພັກ ແລະ ລັດ​ທ່ານ​ອື່ນໆ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ. ຜູ້​ແທນ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ຈຳ​ນວນ 2897 ຄົນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດ, ​ເຊິ່ງສອດ​ຄ່ອງ​ກັບ​ຈຳ​ນວນ​ຜູ້​ແທນ​ທີ່​ກຳ​ນົດ​ໄວ້​ໃນ​ກົດ​ໝາຍ.

 

ເນື່ອງ​ຈາກ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລ​ະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ນີ້​ແມ່ນກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ອົງ​ການ​ອຳ​ນາດ​ສູງ​ສຸດ​ແຫ່ງ​ຊາດ​ຈີນ​ເລື່ອນ​ເວ​ລາ​​ການ​ຈັດ​ກອງ​ປະ​ຊຸມ​ຈົນ​ເຖິງຮອດ​ເດືອນ​ພຶດ​ສະ​ພາ​ ເຊິ່ງ​ຖືເປັນ​ຄັ້ງ​ທຳ​ອິດ​ໃນ 22 ປີ​ຜ່ານ​ມາ. ໃນ​ພິ​ທີ​ເປີດ, ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ທັງຫຼາຍ​ໄດ້​ກົ້ມ​ຫົວ​ໄວ້​ອາ​ໄລ​ຕໍ່​ວິ​ລະ​ຊົນ​ຜູ້​ເສຍ​ສະ​ຫຼະ​ຊີ​ວິດ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ກໍ​ຄື​ພີ່​ນ້ອງ​ຮ່ວມ​ຊາດ​ຜູ້​ເສຍ​ຊີ​ວິດ​ຍ້ອນພະ​ຍາດ​ດັ່​ງ​ກ່າວ.

 

ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ຜ່ານ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ໃນ​ປີ2019 ຕໍ່​ກອງ​ປະ​ຊຸມ, ໂດຍ​ຈະວາງ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ວຽກ​ງານ​ໃນ​ປີ​ນີ້, ແລະ​ຈະ​ຍື່ນໃຫ້​ກອງ​ປະ​ຊຸມ​ເພື່ອ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ.

 

ນອກ​ນີ້, ກອງ​ປະ​ຊຸມ​ຍັງ​ມີ 2 ວາ​ລະ​ທີ່​ພົວ​ພັນ​ເຖິງ​ວຽກ​ງານ​ນິ​ຕິ​ບັນ​ຍັດ, ຄື ຄົ້ນ​ຄວ້າພິ​ຈາ​ລະ​ນາ​ຮ່າງ​ປະ​ມວນກົດ​ໝາຍ​ການ​ແ​ພ່ງ​ສະ​ບັບ​ທຳ​ອິດ​ຂອງ​ຈີນ ແລະ ຮ່າງ​ຍັດ​ຕິ​ກ່ຽວ​ກັບ​ການ​ສ້າງ ແລະ ປັບ​ປຸງ​ລະ​ບຽບ​ການ​ກົດ​ໝາຍ ແລະ ກົນ​ໄກການ​ບັ​ງ​ຄັບ​ໃຊ້​ກົດ​ໝາຍ​ດ້ານ​ການ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ຂອງ​ຊາດ​ຢູ່​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ.

ຄຳ​ເຫັນ

0