刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ທົດ​ລອງ​ຢາ​ວັກ​ແ​ຊ້ງຂອງ​ຈີນ​ໄດ້​ຮັບ​ຜົນ​​ສຳ​ເລັດ​ເປັນກ້າວໆ

2020-06-05 15:01:23 cri

 

ວັນ​ທີ 4 ມິ​ຖຸ​ນາ​ນີ້, ໜ່ວຍ​ງານ​ນຳ​ພາ​ວຽກ​ງານ​ຮັບ​ມື​ກັບ​ສະ​ພາບ​ພະ​ຍາດ​ໂຄວິດ-19 ສູນ​ກາງ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ ໂດຍ​ຊີ້​ອອກວ່າ: ປະ​ຈຸ​ບັນ ການ​ທົດ​ລອງ​ຄົ້ນ​ຄ້​ວາ​ຜະ​ລິດ​ຢາ​ວັກ​ແຊ້ງ​ທີ່​ກ່ຽວ​ຂ້ອງ​ໄດ້​ຮັບ​ຜົນ​ສຳ​ເລັດ​ເປັນ​ກ້າວໆ, ຕ້ອງ​ເຄົ​າ​ລົບ​ກົດ​ເກນ​ວິ​ທະ​ຍາ​ສາດ, ຕັ້ງ​ໜ້າ​ຊຸກ​ຍູ້ການ​ທົດ​ລອງ​ປິ່ນ​ປົວ​ພະ​ຍາດ​ໃນ​ທຸກ​ໄລ​ຍະ​ຕາມ​ກົດ​ໝາຍ​ແລະ​ກົດ​ລະ​ບຽບ, ພະ​ຍາ​ຍາມ​​ໃຫ້​ມີ​ຄວາມ​ຄືບ​ໜ້າ​ໂດຍ​ໄວ.

ກອງ​ປ​ະ​ຊຸມ​ຍັງ​ຊີ້​ອອກວ່າ: ສະ​ພາບ​ພະ​ຍາດ​ຢູ່​ຈີນ​ໃນ​ປັດ​ຈຸ​ບັນ​ຍັງ​ຢູ່​ໃນ​ລະ​ດັບ​ທີ່​ໝັ້ນ​ທ່ຽງ​ໂດຍ​ລວມ, ແຕ່​ກໍ​ບໍ່​ຄວນ​ປະ​ໝາດ​ຄວາມ​ສ່ຽງ​ທີ່​ພະ​ຍາດ​ຈາກ​ຕ່າງ​ປະ​ເທດ​​ຈະແຜ່​ລະ​ບາດ​ເຂົ້າ​ມາ. ​ໃນ​ໄລ​ຍະຕໍ່​ໄປ, ຕ້ອງ​ສືບ​ຕໍ່​ຈັດ​ຕັ້ງ​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວ​ບ​ຄຸມ​ພະ​ຍາດ​ຢ່າງ​ເປັນ​ປົກ​ກະ​ຕິ, ແຫ່ງ​ຕ່າງ​ໆ​ຕ້ອງ​ອີງ​ຕາມ​ສະ​ພາບ​ການ​ຟື້ນ​ຟູ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ດ້ານ​ການ​ຜະ​ລິດ​ແລະ​ການ​ດຳ​ລົງ​ຊີ​ວິດ​ພາຍ​ໃນ​ປະ​ເທດ ແລະ​ການ​ໄປ​ມາ​ຫາ​ສູ່​ກັນ​ກັບ​ຄົນ​ຕ່າງ​ປະ​ເທດ​ອາດ​ຈະ​ເພີ່ມຫຼາຍ​ຂຶ້ນ, ປັບ​ປຸງ​ແລະ​ຈັດ​ຕັ້ງ​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ຕາມ​ສະ​ພາບ​ຕົວ​ຈິງ. ຊຸກ​ຍູ້​ໃຫ້​ຂະ​ແໜງ​ການ​ຕ່າງໆ ເປັນ​ຕົ້ນ​ການ​ທ່ອງ​ທ່ຽວ, ວັດ​ທະ​ນະ​ທຳ ແລະ​ກິ​ລາ​ເພີ່ມ​ທະ​ວີ​ການ​ຟື້ນ​ຟູ​ກິດ​ຈະ​ການ.

ກອງ​ປະ​ຊຸມ​ຊີ້​ອອກວ່າ: ຕ້ອງ​ສືບ​ຕໍ່​ເຮັດ​ວຽກ​ກວດ​ກາ​ກຸ່ມ​ຄົນ​ສຳ​ຄັນ​ເປົ້າ​ໝາຍ​ທີ່​ມີ​ຄວາມ​ປາ​ຖະ​ໜາ​ຢາກກວດ​ຫາ​ເຊື້ອ​ໃຫ້ຫຼາຍ​ເທົ່າ​ນີ້​ຈະຫຼາຍ​ໄດ້​ຈົນ​ສຸດ​ຄວາມ​ສາ​ມາດ, ໂດຍ​ສະ​ເພາະ​ຕ້ອງ​ເລັ່ງ​ລັດ​ການ​ຄົ້ນ​ຄວ້າ​ຜະ​ລິດ​ນ້ຳ​ຢາ​ບົ່ງ​ມະ​ຕິ​ພະ​ຍາດ​ແລະ​ອຸ​ປະ​ກອນ​ເຄື່ອນ​ທີ່​ທີ່​ສະ​ດວກ​ເພື່ອ​ບົ່ງ​ມະ​ຕິ​ພະ​ຍາດ. ຕ້ອງ​ເພີ່​ມ​ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື​ກັບ​ສະ​ພາບ​ສຸກ​ເສີນ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ, ການ​ປິ່ນ​ປິ່ວ​ພະ​ຍາດ ແລະ​ການ​ສະ​ສົມ​ອຸ​ປະ​ກອນ​ປ້ອງ​ກັນ​ພະ​ຍາດ.

ຄຳ​ເຫັນ

0