刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນກ່າວວ່າ: ການລາຍງານຂ່າວທີ່ວ່າ “ຈີນປະລາໄຊໃນຄວາມຂັດແຍ້ງດ້ານການຄ້າກັບສະຫະພາບເອີຣົບ” ບໍ່ແມ່ນຄວາມຈິງ

2020-07-12 21:29:31 cri

 

ຫວ່າງມໍ່ໆນີ້, ບາງສື່ມວນຊົນຕ່າງປະເທດໄດ້ລາຍງານວວ່າ: ການຮ້ອງຟ້ອງ ກ່ຽວກັບຄວາມຂັດແຍ້ງດ້ານການຄ້າໂລກທີ່ຈີນຮ້ອງຟ້ອງສະຫະພາບເອີຣົບທີ່ມີ ການກະທຳຕ້ານການຂາຍຫຸ້ນຕະຫຼາດໄດ້ຢຸດຕິລົງແລ້ວໃນວັນທີ 15 ມິຖຸນາຜ່ານມານີ້, ທັງກ່າວວ່າ ຈີນໄດ້ປະລາໄຊໃນການຟ້ອງຮ້ອງຄັ້ງນີ້ ສື່ມວນຊົນດັ່ງກ່າວຢາກຊີ້ໃຫ້ເຫັນວ່າ ອົງການການຄ້າ ໂລກບໍ່ໄດ້ຮັບຮອງຖານະດ້ານເສດຖະກິດຕະຫຼາດຂອງຈີນ.
    ຕອນຄ່ຳວັນທີ 11 ກໍລະກົດນີ້, ຜູ້ຮັບຜິດຊອບກົມກົດໝາຍວ່າດ້ວຍສັນຍາຂອງກະຊວງການຄ້າຈີນກ່າວວ່າ: ການລາຍງານຂ່າວແບບນີ້ບໍ່ສອດຄ່ອງກັບຄວາມເປັນຈິງ, ມີຄວາມຜິດພາດດ້ານກົດໝາຍທີ່ຈະແຈ້ງ.

ທ່ານກ່າວວ່າ: ຫຼັງຈາກການຮ້ອງຟ້ອງຢຸດຕິລົງແລ້ວ, ອົງການການຄ້າໂລກບໍ່ມີຄຳຕັດສິນໃດໆທີ່ເປັນຜົນສັກສິດ ເຊິ່ງບໍ່ມີຝ່າຍຊະນະຝ່າຍປະລາໄຊ. ການຮ້ອງຟ້ອງໄດ້ຢຸດຕິ, ແຕ່ບໍ່ໄດ້ກະທົບເຖິງຫຼັກໝັ້ນຂອງຈີນທີ່ມີຕໍ່ບັນຫາຄວາມຂັດແຍ້ງ ແລະກໍບໍ່ ໄດ້ທຳລາຍສິດທິຕ່າງໆຂອງຈີນຢູູ່ໃນກົດລະບຽບຂອງອົງການການຄ້າໂລກ.

ລັດທິຝ່າຍດຽວແລະລັດທິປົກປ້ອງການຄ້ານັບມື້ນັບເຮັດໃຫ້ຄົນມີຄວາມເປັນຫ່ວງຫຼາຍຂຶ້ນ, ລະບຽບການຄ້າຫຼາຍຝ່າຍໄດ້ຮັບຜົນກະທົບຢ່າງໜັກໜ່ວງ. ໜ້າທີ່ສຳຄັນທີ່ສຸດຂອງປະເທດສະມາສິກອົງການການຄ້າໂລກແມ່ນ ການເພີ່ມທະວີຄວາມສາມັກຄີ, ຮ່ວມກັນຮັກສາບົດບາດອິດທິພົນ ແລະຄວາມມີປະສິດທິຜົນຂອງລະບຽບການຄ້າຫຼາຍຝ່າຍ, ຮ່ວມກັນສຸມຄວາມພະຍາຍາມເພື່ອຟື້ນຟູການເຄື່ອນໄຫວຢ່າງເປັນປົກກະຕິຂອງກົນໄກແກ້ໄຂຄວາມຂັດແຍ້ງໂດຍໄວ.

ຄຳ​ເຫັນ

0